
ໜ່ວຍສະຫະພັນແມ່ຍິງໂຮງໝໍ 30 ຕຽງ ທະຫານແຂວງວຽງຈັນ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ IX
ເວລາອອກຂ່າວ: 2023-03-23 09:16:12 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 190 | ຄວາມນິຍົມ:
ໃນວັນທີ 15 ມີນາ 2023 ນີ້, ໜ່ວຍສະຫະພັນແມ່ຍິງໂຮງໝໍ 30 ຕຽງ ໄດ້ຈັດກອງກອງປະຊຸມໃຫຍ່ ຄັ້ງທີ IX, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ຫຸມພັນ ສີສົມພອນ ຮອງຫົວໜ້າຫ້ອງການເມືອງ ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນທະຫານແຂວງວຽງຈັນ, ມີຜູ້ຕາງໜ້າຈາກພະແນກແມ່ຍິງ ຫ້ອງການເມືອງ ທະ
ຫານແຂວງວຽງຈັນ, ມີຄະນະພັກ-ຄະນະບັນຊາ, ຄະນະໜ່ວຍ, ສະມາຊິກສະຫະພັນແມ່ຍິງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ສະຫາຍ ພັນຕີ ນາງ ຖາວອນ ໝື່ນໄຊຍະພົມ ເລຂາໜ່ວຍສະຫະພັນແມ່ຍິງ ໂຮງໝໍ 30 ຕຽງ ໄດ້ຜ່ານບົດລາຍງານການເມືອງທັງ 2 ພາກ ແລະ ຜ່ານບົດສຳຫຼວດການນຳພາຂອງໜ່ວຍ ໃນໄລຍະ 5 ປີຜ່ານມາ ແລະ ວາງທິດທາງແຜນການ 5 ປີຕໍ່ໜ້າ, ເຊິ່ງໄດ້ຕີລາຄາຜົນສຳເລັດໃນແຕ່ລະດ້ານທີ່ໜ່ວຍສະຫະພັນແມ່ຍິງໂຮງໝໍ 30 ຕຽງ ສ້າງມາໄດ້, ບັນຫາສຳຄັນໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດເປັນກົກດ້ວຍການເຜີຍແຜ່ເຊື່ອມຊຶມແນວທາງແຜນນະໂຍ
ບາຍຂອງພັກ-ລັດ ມະຕິ ຄຳສັ່ງຂອງຂັ້ນເທິງ ແນໃສ່ເຮັດໃຫ້ສະມາຊິກແມ່ຍິງ ກຳແໜ້ນຢ່າງເລິກເຊິ່ງ, ມີທັດສະນະຫຼັກໝັ້ນຄຸນທາດການເມືອງໜັກແໜ້ນ, ຕ້ານສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆເຮັດໃຫ້ສະພາບ ພາຍໃນກົມກອງມີຄວາມສະຫງົບໂດຍພື້ນຖານ ພ້ອມກັນນັ້ນ, ໄດ້ເອົາໃຈໃສ່ດຳເນີນຊີວິດການເມືອງຂັ້ນຈຸ, ຂັ້ນໜ່ວຍສ່ອງແສງລາຍງານໃຫ້ຂັ້ນເທິງເປັນປົກກະຕິ, ດ້ານວຽກງານປົກປ້ອງສິດຜົນປະ ໂຫຍດອັນຊອບທຳຂອງແມ່ຍິງ ແລະ ເດັກນ້ອຍ, ການສົ່ງເສີມຄວາມກ້າວ
ໜ້າຂອງແມ່ຍິງ ແລະ ສົ່ງເສີມຄວາມສະເໝີ ພາບຍິງ-ຊາຍ ໄດ້ຮັບການຈັດຕັ້ງປະຕິບັດມີໝາກຜົນຕົວຈິງ, ໄດ້ປຸກລະດົມແມ່ຍິງເຂົ້າຮ່ວມພາລະກິດປົກປັກຮັກສາພັດທະນາປະເທດຊາດ ຕິດພັນກັບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ທີ່ສູນກາງສະຫະພັນແມ່ຍິງວາງອອກ, ຕິດພັນກັບການຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະໃນໄລຍະຜ່ານມາ ໄດ້ປິ່ນປົວສຸຂະພາບກວດພະຍາດເຂດນອກ 21.375 ເທື່ອຄົນ, ປິ່ນປົວຫາຍດີ 5.557 ເທື່ອຄົນ, ສັກຢາ ແລະ ຈ່າຍຢາ 66.800 ເທື່ອຄົນ, ສົ່ງຕໍ່ໂຮງໝໍອື່ນ 297 ເທື່ອຄົນ, ວິເຄາະເລືອດ ແລະ ອາຈົມ 48.048 ເທື່ອຄົນ, ເອໂກ່ 12.960 ເທື່ອຄົນ. ນອກຈາກນີ້, ສະມາຊິກແມ່ຍິງຍັງໄດ້ສ້າງລາຍຮັບເຂົ້າຄັງລວມ
ຂອງໜ່ວຍດ້ວຍການປູກຝັງ-ລ້ຽງສັດ, ຕ່ຳຫູກທໍໄໝເປັນອາຊີບເສີມ ຄ້າຂາຍຖືກຕ້ອງຕາມລະບຽບກົດໝາຍ ເຫັນໄດ້ວ່າທຸກຄົນມີພໍຢູ່ພໍກິນໃນຄອບຄົວອຸດົມສົມ
ບູນມີລາຍໄດ້ເສີມແບບຖາວອນຕາມຄຳຂວັນທີ່ວ່າ: ພັດທະນາຕົນເອງ ສ້າງຄອບຄົວໃຫ້ມີຄວາມເຂັ້ມແຂງ, ເຊິ່ງການຫາລາຍໄດ້ເຂົ້າຄັງຖືເອົາການຂາຍເຄື່ອງຍ່ອຍຕ່າງໆສາມາດສ້າງລາຍຮັບໄດ້ 23.585.000 ກີບ, ຜ່ານການຈັດຕັ້ງປະຕິບັດໜ້າທີ່ຕ່າງໆ ຕາມການມອບໝາຍການຈັດຕັ້ງຂັ້ນເທິງໄດ້ເປັນຢ່າງດີ. ໃນນີ້, ສະມາຊິກແມ່ຍິງໄດ້ຮັບການຍ້ອງຍໍປະເພດຫຼຽນໄຊ ແລະ ໃບຍ້ອງຍໍຕ່າງໆຄື: ໄດ້ຮັບຫຼຽນໄຊ
ແຮງງານ ຊັ້ນ II ຈຳນວນ 5 ສະຫາຍ, ຫຼຽນໄຊແຮງງານຊັ້ນ III ຈຳນວນ 10 ສະຫາຍ, ຫຼຽນກາແຮງງານ 20 ສະຫາຍ ແລະ ໃບຍ້ອງຍໍຂັ້ນຕ່າງໆ 240 ໃບ, ໄດ້ຮັບຮອງບຸກຄົນ 3 ດີ ແລະ ໜ່ວຍ 3 ດີ ຄັ້ງທີ 1 ສະໄໝທີ VIII, ໃນກອງ ປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາຄະນະໜ່ວຍສະຫະພັນແມ່ຍິງຊຸດໃໝ່ ໄດ້ເປັນເອກະພາບເລືອກເລືອກເອົາ ສະຫາຍ ພັນຕີ ນາງ ຖາວອນ ໝື່ນໄຊຍະພົມ
ເປັນເລຂາ, ສະຫາຍ ພັນຕີ ນາງ ສີແພງຄຳ ເປັນຮອງເລຂາ, ສະຫາຍ ພັນຕີ ນາງ ວັນເພັງ ທຸມສະຫວັດ ເປັນປະທານກວດກາ, ສະຫາຍ ຮອ້ຍເອກ ນາງ ກອງແພງ ລັດຕະນະ ເປັນຮອງປະທານກວດກາ ແລະ ສະຫາຍ ຮ້ອຍເອກ ສຸວັນນີ ນິດນິລັນ ກຳມະການ ເພື່ອສືບຕໍ່ຊີ້ນຳ-ນຳພາໜ່ວຍສະຫະພັນແມ່ຍິງໃນຕໍ່ໜ້າ.
ໂດຍ: ຈັນທະຈອນ ສີສະເກດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ