ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປະກາດເລື່ອນຊັ້ນ ພັນຕີ ຂຶ້ນ ພັນໂທ ໃຫ້ນາຍທະຫານຈຳນວນ 215
ເວລາອອກຂ່າວ: 2018-11-14 21:43:44 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 214 | ຄວາມນິຍົມ:



ກະຊວງປ້ອງກັນປະເທດໄດ້ ຈັດຕັ້ງປະກາດເລື່ອນຊັ້ນ ພັນຕີ ຂຶ້ນ ພັນໂທ ໃຫ້ນາຍທະຫານຢູ່ ບັນດາອົງການ, ກອງພົນ, ກອງ ພັນໃຫຍ່ ແລະ ກອງບັນຊາການ ທະຫານແຂວງ ຈຳນວນ 215 ສະຫາຍ ຕາມກົດໝາຍນາຍທະ ຫານກອງທັບປະຊາຊົນລາວ ໄດ້ ລະບຸໄວ້ໃນໝວດທີ 3 ມາດຕາທີ 17 ແລະ 18 ວ່າດ້ວຍການ ເລື່ອນຊັ້ນໃຫ້ນາຍທະຫານ. ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນ ທີ 13 ພະຈິກ 2018 ນີ້, ຢູ່ທີ່ ສະໂມສອນກົມໃຫຍ່ເສນາທິ ການກອງທັບ ໂດຍການເປັນກຽດ ເຂົ້າຮ່ວມຂອງ ທ່ານ ພົນໂທ ວິ ໄລ ຫຼ້າຄຳຟອງ ເລຂາທິການສູນ ກາງພັກ, ຮອງລັດຖະມົນຕີກະ ຊວງປ້ອງກັນປະເທດ, ຫົວໜ້າ ກົມໃຫຍ່ການເມືອງກອງທັບ, ມີ ຜູ້ຕາງໜ້າຈາກ 4 ກົມໃຫຍ່, ຫ້ອງວ່າການກະຊວງ ແລະ ນາຍທະຫານທີ່ໄດ້ຮັບການ ເລື່ອນຊັ້ນໃໝ່ເຂົ້າຮ່ວມ. ທ່ານ ພົນໂທ ວິໄລ ຫຼ້າຄໍາ ຟອງ ກໍໄດ້ເນັ້ນໜັກຕໍ່ນາຍທະ ຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່ ໃນຄັ້ງນີ້ຈົ່ງເພີມທະວີຄວາມຮັບ ຜິດຊອບຕໍ່ໜ້າທີ່ການເມືອງຂອງ ຕົນຂຶ້ນຕື່ມອີກ ເພາະວ່າການ ເລື່ອນຊັ້ນນີ້ແມ່ນເປັນການມອບ ໝາຍໜ້າທີ່ຂຶ້ນຕື່ມອີກກ້າວໜຶ່ງ, ສະນັ້ນແຕ່ລະສະຫາຍຕ້ອງເຊື່ອມ ຊຶມກຳແໜ້ນ ແລະ ເປັນເອກະ ພາບກັບແນວທາງນະໂຍບາຍ ຂອງພັກ ແລະ ໜ້າທີ່ການເມືອງ ຂອງກອງທັບຢ່າງເລິກເຊິ່ງ, ເປັນເຈົ້າການພັດທະນາຕົນເອງ ໃຫ້ເປັນແບບຢ່າງນຳໜ້າທີ່ດີໃນ ທຸກດ້ານ, ພ້ອມກັນຍົກສູງບົດ ບາດການນຳພາຂອງພັກ ຕໍ່ກໍາ ລັງປະກອບອາວຸດໃຫ້ເລິກເຊິ່ງ, ມີຄວາມສາມັກຄີເປັນເອກະພາບ ໃນການເຄື່ອນໄຫວວຽກງານ ດ້ານຕ່າງໆ, ປະກອບສ່ວນຢ່າງ ຕັ້ງໜ້າເຂົ້າໃນການປັບປຸງກໍ່ສ້າງ ກົມກອງເພື່ອເຮັດສຳເລັດໜ້າທີ່ ການເມືອງຂອງຕົນ. ພ້ອມກັນ ນັ້ນກໍຕ້ອງມີວິໄສທັດກວ້າງໄກ, ເບິ່ງບັນຫາກົງໄປກົງມາຢ່າງຖືກ ຕ້ອງ, ມີສະຕິລະວັງຕົວຕໍ່ກົນອຸ ບາຍຫັນປ່ຽນໂດຍສັນຕິຂອງສັດ ຕູອິດທິກຳລັງປໍລະປັກ, ມີສະຕິ ຕໍ່ການຈັດຕັ້ງ, ມີລະບຽບວິໄນ ເຂັ້ມງວດ ແລະ ເພີ່ມທະວີການ ພົວພັນຮ່ວມມືກັບບັນດາປະເທດ ເພື່ອນມິດຍຸດທະສາດສັງຄົມນິ ຍົມເພື່ອຍາດເອົາການຊ່ວຍເຫຼືອ ແລະ ແລກປ່ຽນບົດຮຽນໂດຍໃຫ້ ສອດຄ່ອງກັບນະໂຍບາຍການ ຕ່າງປະເທດຂອງພັກ. ໂດຍ: ນ. ຈ່ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ