ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທ່ານ ພົນໂທ ສຸວອນ ເລືອງບຸນມີ ລົງກວດກາການຫັດແອບສ່ວນສະໜາມຢູ່ກອງພົນທີ 4 ແລະ ທະຫານແຂວງບໍລິຄຳໄຊ
ເວລາອອກຂ່າວ: 2018-11-14 21:45:40 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 454 | ຄວາມນິຍົມ:



ໃນວັນທີ 7 ພະຈິກ 2018 ຜ່ານມານີ້, ທ່ານ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງ ພັກ, ຮອງລັດຖະມົນຕີກະຊວງ ປ້ອງກັນປະເທດ, ຫົວໜ້າກົມ ໃຫຍ່ເສນາທິການກອງທັບ, ໄດ້ ລົງຊຸກຍູ້ ແລະ ຕິດຕາມກວດກາ ຊີ້ນຳການຫັດແອບກ້ອນສວນສະ ໜາມສະເຫຼີມສະຫຼອງວັນສ້າງ ຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 70 ປີຢູ່ກອງພົນທີ 4 ແລະກອງບັນຊາການທະຫານແຂວງ ບໍລິຄຳໄຊ ໂດຍການຕ້ອນຮັບ ຂອງ ພັນເອກ ຄຳຍໍ ລິນສົມພູ ຫົວໜ້າການທະຫານກອງພົນທີ 4. ພັນໂທ ຕາງຕາ ຕາດເວີນຄຳ ຫົວໜ້າຫ້ອງເສນາທິການກອງ ພົນທີ 4 ໄດ້ລາຍງານໂດຍຫຍໍ້ ໃນການຈັດຕັ້ງປະຕິບັດຫັດແອບ ກ້ອນສວນສະໜາມດັ່ງກ່າວໃຫ້ຮູ້ ວ່າ: ມາຮອດປັດຈຸບັນນີ້ກ້ອນ ສວນສະໝາມຂອງກອງພົນທີ 4 ພວມຂຸ້ນຂ້ຽວເຝິກແອບເພື່ອກະ ກຽມສວນສະໜາມສະເຫຼີມສະ ຫຼອງວັນສ້າງຕັ້ງກອງທັບປະຊາ ຊົນລາວ ຄົບຮອບ 70 ທີ່ຈະມາ ເຖິງ. ໂອກາດນີ້ ທ່ານ ພົນໂທ ສຸ ວອນ ເລືອງບຸນມີ ໄດ້ເນັ້ນໜັກ ແລະ ຊີ້ນຳຄະນະພັກ-ຄະນະບັນ ຊາ ແລະ ຄະນະຮັບຜິດຊອບ ກ້ອນກຳລັງສວນສະໝາມໃຫ້ ເອົາໃຈໃສ່ທາງດ້ານລະບຽບວິ ໄນ, ປະຕິບັດເນື້ອໃນຫຼັກການ, ບາດກ້າວຂອງການເດີນສວນ ສະໜາມໃຫ້ຄ່ອງແຄ່ວ ແລະ ມີຄວາມເປັນເອກະພາບກັນ, ຄະ ນະຮັບຜິດຊອບຕ້ອງເພີ່ມທະວີໃນ ການຄຸ້ມຄອງພະນັກງານ-ນັກ ຮົບ ທາງດ້ານລະບຽບແບບແຜນ ຍົກສູງສະຕິເພື່ອຫຼີກເວັ້ນດ້ານບັນ ຫາອຸບັດຕິເຫດຕ່າງໆທີ່ຈະເກີດ ຂຶ້ນ. ຫຼັງຈາກນັ້ນໃນຕອນບ່າຍ ຂອງວັນດຽວກັນນີ້ ທ່ານ ພົນໂທ ສຸວອນ ເລືອງບຸນມີ ກໍໄດ້ລົງ ເຄື່ອນໄຫວສືບຕໍ່ກວດກາກ້ອນ ສວນສະໜາມຢູ່ກອງບັນຊາການ ທະຫານແຂວງບໍລິຄຳໄຊ ໂດຍ ໃຫ້ກຽດຕ້ອນຮັບຂອງ ພັນເອກ ຄຳແດງ ແພງພົງພັນ ຫົວໜ້າ ການທະຫານແຂວງບໍລິຄຳໄຊ. ໂອກາດນີ້ສະຫາຍຫົວໜ້າ ກອງບັນຊາການທະຫານແຂວງ ບໍລິຄຳໄຊ ກໍໄດ້ລາຍງານໂດຍ ຫຍໍ້ໃນການຈັດຕັ້ງປະຕິບັດຫັດ ແອບສວນສະໜາມກ້ອນກຳລັງ ທ້ອງຖິ່ນຂອງແຂວງ ເຊິ່ງແມ່ນ ກ້ອນໜຶ່ງທີ່ຕາງໜ້າໃຫ້ແຂວງ ເຂົ້າຮ່ວມໃນບັ້ນເຫຼີມສະຫຼອງວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີທີ່ຈະມາເຖິງນີ້. ໂອກາດນີ້ ທ່ານ ພົນໂທ ສຸ ວອນ ເລືອງບຸນມີ ກໍໄດ້ເນັ້ນໜັກ ແລະ ຮຽກຮ້ອງຄະນະພັກ-ຄະ ນະບັນຊາ, ຄະນະຮັບຜິດຊອບ ຈົ່ງສືບຕໍ່ເອົາໃຈໃສ່ຊີ້ນຳການຫັດ ແອບໃຫ້ມີຄວາມເປັນເອກະ ພາບ, ເຂັ້ມແຂງ ແລະ ຈົບງາມ. ໂດຍ ແສງສຸລີ ພົມມິຈັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ