ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກະຊວງປ້ອງກັນປະເທດຈັດກອງປະຊຸມມອບໝາຍໜ້າທີ່ ຄະນະຮັບຜິດຊອບ ອະນຸກຳມະການ ກະກຽມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 75 ປີ
ເວລາອອກຂ່າວ: 2023-05-16 12:05:29 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 885 | ຄວາມນິຍົມ:



ວັນທີ 16 ພຶດສະພາ 2023 ນີ້, ກະຊວງປ້ອງກັນປະເທດໄດ້ຈັດກອງປະຊຸມມອບໝາຍໜ້າທີ່ ໃຫ້ຄະນະຮັບຜິດຊອບ, ອະນຸກຳມະການກະກຽມຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 75 ປີ ( 20/1/1949-20/1/ 2023 ) ໂດຍການເປັນປະທານຂອງ ສະຫາຍ ພົນໂທ ທອງລອຍ ສິລິວົງ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະນຳ 4 ກົມໃຫຍ່, ຫ້ອງວ່າການກະຊວງ, ພ້ອມດ້ວຍຄະນະຮັບຜິດຊອບ, ອະນຸກຳມະການແຕ່ລະກົມກອງ ເຂົ້າຮ່ວມ. ສະຫາຍ ພົນຕີ ສາຍໃຈ ກົມມະສິດ ກໍາມະການຄະນະປະຈໍາພັກກະຊວງ, ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຜ່ານຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບ, ອະນຸກຳມະະການກະກຽມ, ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 75 ປີ (20/1/1949-20/1/2023) ເພື່ອຮັບປະກັນໃນການຈັດຕັ້ງການສະເຫຼີມສະຫຼອງວັນດັ່ງກ່າວ. ໃນນັ້ນກະຊວງປ້ອງກັນປະເທດຕົກລົງແຕ່ງຕັ້ງ: ສະຫາຍ ພົນໂທ ທອງລອຍ ສິລິວົງ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ເປັນຫົວໜ້າຄະນະ, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ ເປັນຮອງຫົວໜ້າຄະນະ, ສະຫາຍ ພົນຕີ ວົງຄຳ ພົມມະກອນ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ເປັນຄະນະ, ສະຫາຍ ພົນຕີ ຈັນທອງ ສອນຕະອາດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເປັນຄະນະ, ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຫົວໜ້າຫອ້ງວ່າການກະຊວງປ້ອງກັນປະເທດ ເປັນຄະນະ, ສະຫາຍ ພົນຕີ ຄໍາເພັດ ສີຊານົນ ຫົວໜ້າກົມໃຫຍ່ພາລາທິການກອງທັບ ເປັນຄະນະ ແລະ ສະຫາຍ ພົນຕີ ປະສິດ ທ່ຽງທຳ ຫົວໜ້າກົມໃຫຍ່ເຕັກນິກກອງທັບກອງທັບ ເປັນຄະນະ ນອກຈາກນີ້, ຍັງໄດ້ຍັງແຕ່ງຕັ້ງອະນະກໍາມະການເນື້ອໃນ, ອະນຸກຳມະການໂຄສະນາ-ປາຖະກາຖາ ແລະ ດຳເນີນຊີວິດການເມືອງ, ອະນຸກໍາມະການແຂ່ງຂັນຍ້ອງຍໍ, ສິລະປະ-ວັນນະຄະດີ, ອະນຸກໍາມະການເຝີກແອບ-ຊ້ອມຮົບສະແດງກໍາລັງ, ອະນຸກຳມະການແຂ່ງຂັນກິລາການທະຫານ-ກິລາມວນຊົນ, ອະນຸກໍາມະການພິທີການ, ຮັບແຂກ-ສະຖານທີ ແລະ ອະນຸກຳມະການງົບປະມານ, ເສດຖະກິດ-ການເງີນ, ວຽກຮັບປະກັນ. ຈຸດປະສົງກໍເພື່ອເປັນການໂຄສະນາມູນເຊື້ອອັນພິລະອາດຫານ ແລະ ຄວາມເປັນມາຂອງກອງທັບປະຊາຊົນລາວ ຍາດມາໄດ້ຕະຫຼອດໄລຍະ 75 ປີໃຫ້ກວ້າງຂວາງ ແລະ ມີບັນຍາກາດຟົດຟື້ນເຮັດໃຫ້ພະນັກງານ ລັດຖະກອນ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ, ພະນັກງານ-ນັກຮົບໃນກອງທັບ ໄດ້ຮັບຮູ້ເຂົ້າໃຈອັນເລິກເຊິງຕໍ່ມູນເຊື້ອອັນດີງາມຂອງກອງທັບ, ນໍ້າໃຈເສຍສະຫຼະຕໍ່ສູ້ພິລະອາດຫານກໍ່ຄືຜົນງານ ແລະ ໄຊຊະນະໃນພາລະກິດປົດປ່ອຍປະເທດຊາດ, ມີຈິດໃຈຮັກຊາດຮັກລະບອບໃໝ່, ສ້າງຄວາມສາມັກຄີໃຫ້ເປັນປຶກແຜ່ນ, ສ້າງສະຕິເປັນເຈົ້າຕົນເອງ ເພິ່ງຕົນເອງ, ມີສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງອິດທິກຳລັງປໍລະປັກ ແລະ ເປັນເຈົ້າການເຂົ້າຮ່ວມປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກຢ່າງແຂງແຮງ ທັງເປັນການໂຄສະນາສຶກສາອົບຮົມນໍ້າໃຈປະຕິວັດ, ຄວາມກະຕັນຍູຮູ້ບຸນຄຸນ ແລະ ຮໍ່າຮຽນເອົາແບບຢ່າງຄຸນສົມບັດສິນທໍາປະຕິວັດ, ບັນດາຜູ້ນໍາຮຸ່ນກ່ອນ ແລະ ພະນັກງານປະຕິວັດອາວຸໂສບໍານານ ຖືໂອກາດນີ້ ສ້າງຂະບວນການຕອບບຸນແທນຄຸນຜູ້ທີ່ໄດ້ເສຍສະຫຼະຊີວິດ, ຜູ້ເສຍອົງຄະ, ຄອບຄົວຜູ້ທີ່ມີຜົນງານ ທີ່ໄດ້ປະກອບສ່ວນເຂົ້າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ