ກອງທັບປະຊາຊົນລາວ

ວັນອັງຄານ, ວັນທີ 30 ພຶດສະພາ 2023



ສະຫຼຸບ​ຖອດ​ຖອນ​ບົດຮຽນ​ການ​ຮັບ​ບໍລິຈາກ​ເລືອດ ທົ່ວ​ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງ​ວຽງ​ຈັນ
ເວລາອອກຂ່າວ: 2023-05-17 08:26:44 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 399298842 | ຄວາມນິຍົມ:



ໃນ​ວັນ​ທີ 4 ພຶດສະພາ 2023 ນີ້, ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງ​ວຽງ​ຈັນ ໄດ້​ຈັດ​ກອງ​ປະຊຸມ​ສະຫຼຸບ​ຖອດ​ຖອນ​ບົດຮຽນ​ການເຄື່ອນໄຫວ​ຮັບ​ບໍລິຈາກ​ເລືອດ ປະຈຳ​ປີ 2022 ແລະ ວາງ​ທິດ​ທາງ​ແຜນການ ປະຈຳ​ປີ 2023, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ບຸນ​ເຈີ ຄຳ​ມະ​ວົງ ຫົວໜ້າ​ຫ້ອງ​ພະລາທິການ ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງ​ວຽງ​ຈັນ ແລະ ທ່ານ ​ດຣ ຈັນທະ​ລາ ສຸກ​ສາຄອນ ຫົວໜ້າ​ສະ​ຖາ​ບັນ​ເລືອດ​ແຫ່ງ​ຊາດ, ເຊິ່ງ​ມີ​ຄະນະ​ພັກ-ຄະນະ​ບັນຊາ ອົງການ 5 ຫ້ອງ, ກົມ​ກອງ​ອ້ອມ​ຂ້າງ ຕະຫຼອດ​ຮອດ​ພາກສ່ວນ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ຄຳ​ເພັດ ບຸນ​ໄທ​ລັນ​ນາ ຫົວໜ້າ​ພະ​ແນກ​ເສນາ​ຮັກ ທະຫານ​ນະຄອນຫຼວງ​ວຽງ​ຈັນ ໄດ້ສະຫຼຸບ​ການເຄື່ອນໄຫວ​ຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ການ​ຮັບ​ບໍລິຈາກ​ເລືອດ ປະຈຳ​ປີ 2022 ທົ່ວ​ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງ​ວຽງ​ຈັນ ເຊິ່ງ​ຜ່ານ​ມາ​ ພະ​ແນກ​ເສນາ​ຮັກ ກອງບັນຊາການທະຫານ​ນະຄອນຫຼວງ ​ວຽງ​ຈັນ ໄດ້​ເອົາໃຈໃສ່​ເຄື່ອນ​ໄຫວ​ຮ່ວມ​ກັບ​ສະ​ຖາ​ບັນ​ເລືອດ​ແຫ່ງ​ຊາດ ເພື່ອ​ປະສານ​ສົມທົບ​ກັບ​ຄະນະ​ພັກ-ຄະນະ​ບັນຊາ​ແຕ່​ລະ​ກົມ​ກອງ ເຮັດ​ໜ້າທີ່​ປຸກລະດົມ​ຂົນ ຂວາຍນາຍ ແລະ ພົນທະຫານເຂົ້າ​ຮ່ວມ​ຂະບວນ​ການ​ບໍລິຈາກເລືອດ​ຊ່ວຍເຫຼືອ​ສັງຄົມ ໂດຍ​ບໍ່​ຮຽກຮ້ອງ​ສິ່ງ​ຕອບ​ແທນ, ເປັນຕົ້ນແມ່ນ​ໄດ້​ໂຄສະນາ​ສຶກ​ສາ​ອົບຮົມໃຫ້​ເຂົາເຈົ້າເຊື່ອມ​ຊຶມ​ເຂົ້າໃຈ​ຢ່າງ​ເລິກເຊິ່ງຕໍ່​ຄວາມ​ໝາຍ​ ຄວາມ​ສຳຄັນ​ຂອງ​ວຽກ​ງານ​ການ​ບໍລິຈາກ​ເລືອດ ເພື່ອ​ຈະ​ນຳໄປ​ຊ່ວຍເຫຼືອ​ຄົນ​ເຈັບ​ທີ່​ນອນ​ປິ່ນປົວ​ຢູ່​ຕາມ​ໂຮງໝໍ​ແຫ່ງ​ຕ່າງໆ, ຜ່ານ​ການຈັດຕັ້ງ​ປະຕິບັດ​ຄື​ດັ່ງກ່າວ​ເຫັນ​ວ່າ ນາຍ ແລະ ພົນທະຫານທົ່ວ​ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງ​ວຽງ​ຈັນ ມີ​ຄວາມ​ສະດຸ້ງ​ໄວ, ເຫັນ​ໄດ້​ຄວາມ​ໝາຍ​ຄວາມ​ສຳຄັນ​ຂອງ​ວຽກ​ງານ​ດັ່ງກ່າວ​ເປັນ​ຢ່າງ​ຍິ່ງ ແລະ ເຮັດ​ໃຫ້​ເຂົາ ເຈົ້າ​ມີ​ຄວາມ​ຕື່ນ​ຕົວ​ສະໝັກ​ໃຈ​ເຂົ້າ​ຮ່ວມ​ໃນ​ການ​ບໍລິຈາກ​ເລືອດໃນ​ໄລຍະປີ 2022 ຜ່ານ​ມາ ທັງ​ໝົດ 1.435 ເທື່ອ​ຄົນ ເຊິ່ງ​ໄດ້​ເລືອດ​ຕົວ​ຈິງ​ແມ່ນ 399 ຖົງ ແລະ ຄາດໝາຍ​ຕາມ​ແຜນການ ປີ 2023 ແມ່ນ​ຈະ​ສືບຕໍ່​ປຸກລະດົມ​ນາຍ ແລະ ພົນທະຫານທົ່ວ​ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງ​ວຽງ​ຈັນເຂົ້າ​ຮ່ວມ​ບໍລິຈາກ​ເລືອດ​ໃຫ້​ໄດ້​ຫຼາຍຂຶ້ນ​ກວ່າ​ເກົ່າ, ເຊິ່ງ​ໄດ້​ຄາດ​ວາງ​ຕົວ​ເລກ​ໄວ້​ວ່າ ຈະ​ໃຫ້​ໄດ້​ເລືອດ​ຈຳນວນ 400 ຖົງ​ຂຶ້ນ​ໄປ. ໂດຍ: ແສງ​ດາລາ ໄຊ​ຍະ​ລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ