ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຮັບປະກັນການກິນອີ່ມ-ນຸ່ງອຸ່ນ ໃນບັ້ນຮັບໃຊ້ຊ້ອມຮົບຮ່ວມ ລາວ-ຈີນ
ເວລາອອກຂ່າວ: 2023-05-17 09:05:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3093 | ຄວາມນິຍົມ:



ສະຫາຍ ພັນໂທ ສູນທະລາ ພັນທະວົງ ຮອງຫົວໜ້າພະແນກອຸປະໂພກ-ບໍລິໂພກ ກົມໃຫຍ່ພະລາທິການກອງທັບ, ຮັບຜິດຊອບວຽກງານ ອຸປະໂພກ-ບໍລິໂພກ ພາກສະໜາມ ໃຫ້ຮູ້ວ່າ: ວຽກງານຮັບປະກັນການກິນອີ່ມ-ນຸ່ງອຸ່ນ ໃນບັ້ນຮັບໃຊ້ຊ້ອມຮົບຮ່ວມ ລາວ-ຈີນ “ໂລ້ກໍາບັງມິດຕະພາບ-2023” ແມ່ນວຽກງານໜຶ່ງທີ່ສໍາຄັນເພື່ອຮັບປະກັນໃຫ້ແກ່ການຄຸ້ມຄອງທັບ-ລ້ຽງດູທັບ ແນໃສ່ຮັບປະກັນເຮັດໃຫ້ ພະນັກງານ-ນັກຮົບ ຕະຫຼອດເຖິງນັກຫັດເເອບ-ຊ້ອມຮົບ ລາວ-ຈີນ ໄດ້ກິນອີ່ມ-ນຸ່ງອຸ່ນ, ມີສຸຂະພາບແຂງແຮງ ກຽມພ້ອມປະຕິບັດໜ້າທີ່ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ ສຳເລັດຜົນເປັນຢ່າງດີ, ເວົ້າສະເພາະຢູ່ໃນບັ້ນກະກຽມຊ້ອມຮົບຮ່ວມ ລາວ-ຈີນ “ໂລ້ກໍາບັງມິດຕະພາບ-2023” ອະນຸກໍາມະການຮັບຜິດຊອບ ວຽກງານອຸປະໂພກ-ບໍລິໂພກ ພາກສະໜາມ ໄດ້ປະຕິບັດໜ້າທີ່ຂອງຕົນຢ່າງຕັ້ງໜ້າ ຕາມການມອບໝາຍຂອງກົມໃຫຍ່ພະລາທິການກອງທັບ ກໍຄື ກະຊວງປ້ອງກັນປະເທດຢ່າງເຂັ້ມງວດ, ໂດຍສະເພາະການເບິກຈ່າຍເຄື່ອງອຸປະໂພກ ຕາມອັດຕາ ແລະ ຈໍານວນທີ່ຂັ້ນເທິງຕົກລົງ, ຜ່ານການຈັດຕັ້ງປະຕິບັດຕົວຈິງພວກເຮົາສາມາດຮັບປະກັນການເບີກຈ່າຍ ໄດ້ 100%, ສ່ວນດ້ານບໍລິໂພກ ກໍໄດ້ຈັດຕັ້ງເອື້ອຍລ້ຽງຈຳນວນໜຶ່ງ ແລະ ແບ່ງໜ້າທີ່ໃຫ້ແຕ່ລະສະຫາຍຮັບຜິດຊອບແຕ່ລະໜ້າວຽກງານເພື່ອຮັບປະກັນ ການກິນຢູ່ໃຫ້ຖືກກັບຫຼັກອະນາໄມ ເຮັດໃຫ້ພະນັກງານ-ນັກຮົບ ກໍຄື ນັກຊ້ອມຮົບທຸກສະຫາຍມີສຸຂະພາບທີ່ດີ ແລະ ມີຄວາມແຂງແຮງເຂັ້ມແຂງ ເພື່ອພ້ອມກັນຮັບໃຊ້ໃນບັ້ນຊ້ອມຮົບຄັ້ງນີ້ສຳເລັດຕາມເປົ້າໝາຍ. ສະຫາຍ ພັນຕີ ນາງ ຈັນສຸກ ແກ້ວວົງສາ ຫົວໜ້າປຸງແຕ່ງພາກສະໜາມ ຮັບຜິດຊອບວຽກງານປຸງເເຕ່ງອາຫານຢູ່ພາກສະໜາມ ໃຫ້ຮູ້ວ່າ: ຫຼັງຈາກໄດ້ຮັບການມອບໝາຍໜ້າທີ່ ຈາກຂັ້ນເທິງ ພວກເຮົາກໍໄດ້ກະກຽມກໍາລັງເອື້ອຍນ້ອງປຸງແຕ່ງ ຈໍານວນ 10 ສະຫາຍ, ຕາມການແຕ່ງຕັ້ງຂອງຂັ້ນເທິງ, ເຊິ່ງເອື້ອຍນ້ອງປຸງແຕ່ງທັງໝົດມາຈາກວິທະຍາຄານນາຍທະຫານບົກກົມມະດໍາ. ສ່ວນການປຸງແຕ່ງອາຫານຂອງພວກເຮົານັ້ນ ໃນແຕ່ລະມື້ພາຍຫຼັງອອກຕະຫຼາດມາແລ້ວ ຈະມີໜ່ວຍງານກວດກາອາຫານຈາກແພດສະໜາມເອົາຕົວຢ່າງຂອງອາຫານໄປກວດເພື່ອກວດເບີ່ງວ່າມີສານພິດເຈືອປົນຢູ່ອາຫານບໍ່ ແລ້ວເພິ່ນກໍຈະແຈ້ງເຮົາກ່ອນປຸງແຕ່ງທຸກຄັ້ງ, ເຊິ່ງໃນແຕ່ລະມື້ເອື້ອຍລ້ຽງພວກເຮົາຈະໄດ້ຜັດປ່ຽນກັນປຸ່ງແຕ່ງອາຫານ 3 ຄາບຕໍ່ມື້ ( ເຊົ້າ,ສວາຍ,ແລງ ) ເພື່ອຮັບປະກັນໃຫ້ອ້າຍນ້ອງໄດ້ກິນອາຫານທີ່ສະອາດ, ສົດຮ້ອນ, ພ້ອມທັງຮັບປະກັນຖືກຕ້ອງຕາມຫຼັກການອະນາໄມ ແນໃສ່ຮັບປະກັນໃຫ້ທຸກສະຫາຍມີສຸຂະພາບທີ່ດີ ແລະ ປະຕິບັດໜ້າທີ່ໃຫ້ສຳເລັດຕາມການມອບໝາຍຂອງຂັ້ນເທິງ. ໂດຍ: ອານຸສອນ+ອາຫວຸ້ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ