ກອງທັບປະຊາຊົນລາວ

ວັນອັງຄານ, ວັນທີ 30 ພຶດສະພາ 2023



ເຜີຍແຜ່ເຊື່ອມຊຶມ, ຜັນຂະຫຍາຍເນື້ອໃນກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດ ຄັ້ງທີ V
ເວລາອອກຂ່າວ: 2023-05-17 10:05:07 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 399297221 | ຄວາມນິຍົມ:



ວັນທີ 17 ພຶດສະພາ 2023 ນີ້, ຫ້ອງການເມືອງກົມໃຫຍ່ການເມືອງກອງທັບ ໄດ້ຈັດກອງປະຊຸມເຜິຍແຜ່ເຊື່ອມຊຶມ, ຜັນຂະຫຍາຍເນື້ອໃນກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດ ຄັ້ງທີ V ໃຫ້ພະນັກງານຫຼັກແຫຼ່ງທົ່ວອົງການກົມໃຫຍ່ການເມືອງກອງທັບຂຶ້ນ ໂດຍການເປັນປະທານຂອງ ສະຫາຍ ພົນຕີ ສອນທອງ ພົມລາວົງ ກໍາມະການຄະນະປະຈຳພັກກະຊວງ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາສະຫາຍຄະນະພັກກົມໃຫຍ່, ຄະນະພັກ-ຄະນະບັນຊາກົມ, ຫ້ອງການ, ກອງ, ພະແນກການ ແລະ ພະນັກງານຫຼັກແຫຼ່ງທົ່ວອົງການກົມໃຫຍ່ການເມືຶອງກອງທັບ ເຂົ້າຮ່ວມ. ການເຜິຍແຜ່ເຊື່ອມຊຶມ, ຜັນຂະຫຍາຍເນື້ອໃນກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດ ຄັ້ງທີ V ໃນຄັ້ງນີ້ ກໍເພື່ອແນໃສ່ເຮັດໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງທຸກຄົນທີ່ໄດ້ເຂົ້າຮ່ວມເຊື່ອມຊຶມ ສ້າງຄວາມເຂົ້າໃຈເປັນເອກະພາບ ແລະ ເລິກເຊິ່ງຕໍ່ບັນດາເນື້ອໃນຈິດໃຈທີ່ໄດ້ກຳນົດໄວ້ ໃນບົດສະຫຼຸບຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານການເມືອງ-ແນວຄິດ ໄລຍະແຕ່ ປີ 2003-2023 ແລະ ທິດທາງຮອດປີ 2025, ບົດຄໍາເຫັນຊີ້ນໍາຂອງສະຫາຍເລຂາທິການໃຫຍ່ຕໍ່ກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດ ຄັ້ງທີ V ແລະ ມະຕິກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດ ຄັ້ງທີ V ເພື່ອພ້ອມກັນເປັນເຈົ້າການຜັນຂະຫຍາຍ, ຈັດຕັ້ງປະຕິບັດໃຫ້ເກີດໝາກຜົນຕົວຈິງ ແລະ ເພື່ອເປັນພື້ນຖານໃຫ້ຄະນະພັກ-ຄະນະບັນຊາສືບຕໍ່ສຶກສາອົບຮົມ ແລະ ນຳເອົາເນື້ອໃນດັ່ງກ່າວ ມາຈັດຕັ້ງຜັນຂະຫຍາຍໃຫ້ເປັນຮູບປະທຳ, ບົນພື້ນຖານເພື່ອເປັນການປັບປຸງຍົກສູງທັດສະນະຫຼັກໝັ້ນ, ຄຸນທາດການເມືອງຂອງພະນັກງານຫຼັກແຫຼ່ງແຕ່ລະຂັ້ນໃຫ້ໜັກແໜ້ນ, ມີຄວາມເດັດດ່ຽວໜຽວແໜ້ນ ສືບຕໍ່ບຸກທະລຸດ້ານແນວຄິດ-ຈິນຕະນາການ ສ້າງໃຫ້ມີການຫັນປ່ຽນທາງດ້ານທັດສະນະແນວຄິດ ແລະ ການກະທຳທີ່ສົ່ງເສີມດ້ານດີ, ແກ້ໄຂຈຸດອ່ອນ ເປັນເຈົ້າການຕອບຕ້ານທຸກກົນອຸບາຍມ້າງເພທຳລາຍຂອງພວກອິດທິກຳລັງປໍລະປັກ ແລະ ກຸ່ມຄົນບໍ່ດີ, ມີແບບແຜນດຳລົງຊີວິດທີ່ປອດໃສຂາວສະອາດ, ມີຄວາມສາມັກຄີພາຍໃນເປັນເອກະພາບ, ເປັນກ້ອນກຳລັງແຮງສັງລວມໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ມັ່ງຄັ່ງເຂັ້ມແຂງ. ໂອກາດນີ້, ສະຫາຍ ພົນຕີ ສອນທອງ ພົມລາວົງ ກໍໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາຫຼາຍບັນຫາທີ່ສຳຄັນ ເຊິ່ງການເປີດບັ້ນເຜີຍແຜ່ເຊື່ອມຊຶມ, ຜັນຂະຫຍາຍເນື້ອໃນກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດ ຄັ້ງທີ V ໃນຄັ້ງນີ້, ແມ່ນມີຄວາມໝາຍຄວາມສຳຄັນເປັນຢ່າງຍິ່ງ ແລະ ແມ່ນຄວາມຈຳເປັນພາວະວິໄສ ເພື່ອໃຫ້ພະນັກງານ-ສະມາຊິກພັກໄດ້ຮັບຮູ້ເຊື່ອມຊຶມເນື້ອໃນຈິດໃຈຂອງວຽກງານດັ່ງກ່າວ, ສ້າງຄວາມເຂົ້າໃຈເປັນເອກະພາບ ແລະ ນໍາໄປຜັນຂະຫຍາຍຢູ່ກົມກອງໃຫ້ເກີດໝາກຜົນຕົວຈິງ ເພື່ອສ້າງກົມກອງຂອງຕົນໃຫ້ມີບາດກ້າວຫັນປ່ຽນອັນໃໝ່, ຕັ້ງໜ້າປັບປຸງແບບແຜນວິທີເຮັດວຽກ ແລະ ການດຳລົງຊີວິດທີ່ດີ, ຕ້ານທຸກລັກສະນະແນວຄິດບໍ່ດີໃນທຸກຮູບແບບທີ່ີເປັນການລະເມີດຕໍ່ລະບຽບກົດໝາຍ, ຕັ້ງໜ້າສຶກສາອົບຮົມພະນັກງານສະມາຊິກພັກ-ນັກຮົບ ໃນກົມກອງຂອງຕົນໃຫ້ເປັນເຈົ້າການສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງ, ເປັນແບບຢ່າງແກ່ມະຫາຊົນທາງດ້ານຄວາມຮູ້ຄວາມສາມາດ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມສາມັກຄີເປັນເອກະພາບພາຍໃນ, ສາມັກຄີກັບປະຊາຊົນບັນດາເຜົ່າ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປະຕິບັດໜ້າທີ່ວຽກງານຕ່າງໆຂອງກົມກອງ, ເພື່ອເປັນການປະກອບສ່ວນຍົກສູງບົດບາດການນຳພາຂອງພັກຕໍ່ໜ້າທີ່ການເມືອງຂອງກົມກອງໃຫ້ສູງຂຶ້ນລື່ນເກົ່າ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ