ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ IX
ເວລາອອກຂ່າວ: 2023-05-17 15:10:30 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1211 | ຄວາມນິຍົມ:



ກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ IX ໄດ້ໄຂຂຶ້ນໃນລະຫວ່າງວັນທີ 16-19 ພຶດສະພາ 2023 ນີ້, ໂດຍການເປັນກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະຫມອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ດາວວົງ ພອນແກ້ວ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງແຂວງສາລະວັນ, ມີຄະນະຮັບຜິດຊອບຈາກຄະນະກວດກາສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຫ້ອງວ່າການສູນກາງພັກ, ມີບັນດາສະຫາຍຄະນະບໍລິຫານງານພັກແຂວງ ແລະ ຄະນະພັກຂັ້ນຕ່າງໆ ເຂົ້າຮ່ວມ. ການດໍາເນີນກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ IX ຄັ້ງນີ້, ສຸດທີ່ມີຄວາມໝາຍສໍາຄັນເປັນການທົບທວນຄືນ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ສະໄໝທີ IX ຂອງອົງຄະນະພັກແຂວງ ໄລຍະ 2 ປີກວ່າ ຜ່ານມາ, ໂດຍກອງປະຊຸມຈະໄດ້ພ້ອມກັນຮັບຟັງ ແລະ ຄົ້ນຄວ້າບັນດາເອກະສານທີ່ສຳຄັນຄື: ບົດສະຫຼຸບຕີລາຄາການນຳພາຮອບດ້ານຂອງ ຄະນະບໍລິຫານງານພັກແຂວງ ກາງສະໄໝທີ IX ແລະ ທິດທາງແຜນການ ຈົນຮອດກອງປະຊຸມໃຫຍ່ ສະໄໝທີ X, ບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ໃນໄລຍະ 2 ປີກວ່າຜ່ານມາ ແລະ ທິດທາງ ແຜນການໃນຕໍ່ໜ້າ, ບົດສຳຫຼວດການນຳພາລວມ ຂອງ ຄະນະບໍລິຫານງານພັກແຂວງ ສະໄໝທີ IX ຕະຫຼອດໄລຍະ 2 ປີກວ່າຜ່ານມາ, ພ້ອມທັງຈະໄດ້ ຮັບຟັງການເຜີຍແຜ່ ເຊື່ອມຊຶມ ເອກະສານ ຍົກສູງຄວາມສາມາດນຳພາ ແລະ ຄວາມເປັນ ແບບຢ່າງນຳໜ້າຂອງພັກ, ຈາກນັ້ນຈະໄດ້ດໍາເນີນ ຊີວິດການເມືອງພາຍໃນຄະນະບໍລິຫານງານພັກແຂວງ ຕິດພັນກັບການ ທາບທາມຄວາມໄວ້ວາງໃຈຕໍ່ການນໍາພາລວມ ແລະ ບຸກຄົນໃນຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ IX, ເພື່ອເປັນການກວດກາຕີລາຄາຄືນການປະຕິບັດໜ້າທີ່ການເມືອງ ຂອງບັນດາສະຫາຍໃນຄະນະບໍລິຫານງານພັກແຂວງໄລຍະຜ່ານມາ. ສະຫາຍ ເລຂາພັກແຂວງ ເຈົ້າແຂວງໆສາລະວັນ ໄດ້ຮຽກຮ້ອງໃຫ້ຜູ້ແທນກອງປະຊຸມ ຕະຫຼອດໄລຍະການດໍາເນີນກອງປະຊຸມ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບ, ເປັນເຈົ້າການປະກອບຄຳຄິດເຫັນຕໍ່ບັນດາເອກະສານ ທີ່ໄດ້ຜ່ານໃນກອງປະຊຸມຄັ້ງນີ້, ການປະກອບຄໍາເຫັນຕ້ອງກະທັດຮັດ, ມີເນື້ອໃນເລິກເຊິ່ງ, ຍົກໃຫ້ເຫັນບັນຫາທີ່ຄົງຄ້າງ, ສາເຫດ, ບົດຮຽນທີ່ຖອດຖອນໄດ້ເພື່ອເປັນທິດທາງໃນຕໍ່ໜ້າ ແລະ ພ້ອມກັນຊອກວິທີການປັບປຸງແກ້ໄຂຮ່ວມກັນຢ່າງພາວະວິໄສ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ