ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫວຽດນາມ ດັບ​ຝັນ ມຽນ​ມາ ໄດ້​ຫຼຽນ​ຄຳ ເຕະບານ​ຍິງຊີເກມ ສະໄໝ​ທີ 4 ຕິດຕໍ່​ກັນ
ເວລາອອກຂ່າວ: 2023-05-18 08:55:36 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 68 | ຄວາມນິຍົມ:



ທັບ​ນັກ​ເຕະບານ​ຍິງ​ທີມ​ຊາດ​ຫວຽດນາມ ຍັງ​ສ້າງ​ຜົນງານ​ໄດ້​ ຢ່າງ​ໂດດ​ເດັ່ນ​ສົມ​ສາຍາ​ແຊັມ​ເກົ່າ ຫຼັງ​ຮອບ​ຊີງ​ຊະນະ​ເລີດ ເອົາ​ຊະນະ ທີມ​ຊາດ​ມຽນ​ມາ 2-0 ປະຕູ ໄດ້​ແຊັມ​ໄປ​ຄອງ​ໄດ້​ສຳເລັດ ເປັນ​ສະໄໝ​ທີ 4 ຕິດຕໍ່​ກັນ ແລະ ເປັນ​ແຊັມ​ສູງ​ສຸດ​ສະໄໝ​ທີ 8 ໃນ​ການ​ແຂ່ງຂັນ​ເຕະບານ​ຍິງທີ່ງານ​ມະ​ຫະ​ກຳ​ກິລາ​ຊີເກມ ຄັ້ງ​ທີ 32 ທີ່​ປະເທດ​ກຳປູເຈຍ ເປັນ​ເຈົ້າພາບ. ຂະນະ​ທີ່ ທີມ​ຊາດ​ໄທ ໄລ່​ຖະ​ຫຼົ່ມ ທີມ​ຊາດ​ກຳປູເຈຍ ເຈົ້າພາບ 6-0 ປະຕູ ໄດ້​ຫຼຽນ​ທອງ ໄປ​ຄອງ. ການ​ແຂ່ງຂັນ​ເຕະບານ​ຍິງ​ຮອບ​ຊີງ​ຊະນະ​ເລີດ ໄດ້​ມີ​ຂຶ້ນ​ໃນ​ຕອນ​ແລງ​ວັນ​ທີ 15 ພຶດສະພາ 2023 ທີ່​ສະໜາມ ໂອ​ແລມ​ປິກ ສະເຕ ​ດ້ຽມ, ທີມ​ຊາດ​ຫວຽດນາມ ແຊັມ​ເກົ່າ 7 ສະໄໝ ພົບ​ກັບ ມຽນ​ມາ. ຜົນ​ການ​ແຂ່ງຂັນ​ປາກົດ​ວ່າ: ເລີ່ມ​ການ​ແຂ່ງຂັນ​ພຽງ 12 ນາທີ ຮຸນ ນູ ຍິງ​ໃຫ້​ກັບ ທີມ​ຊາດ​ຫວຽດນາມ ຂຶ້ນ​ນຳໄປ​ກ່ອນ 1-0 ປະຕູ ກ່ອນ​ຈົບ​ເຄິ່ງ​ເວລາ​ທຳ​ອິດ. ມາ​ຕໍ່​ເຄິ່ງ​ເວລາ​ທີ 2 ຫວຽດນາມ ມາ​ໄດ້​ປະ ຕູ​ໄຊຊະນະ​ຈາກ​ການ​ຍິງ​ຂອງ ຫງວ​​ຽນທານນາ ຫຼຸດ​ດ່ຽວ​ເຂົ້າ​ ໃນ​ເຂດ​ໂທດ ກ່ອນ​ຊິບ​ບານ​ຂ້າມ​ ຫົວ​ຜູ້​ຮັກສາ​ປະຕູ​ມຽນ​ມາ ເຂົ້າ ປະຕູ​ໄປ​ຢ່າງ​ສວຍ​ງາມຊ່ວຍ ໃຫ້ຫວຽດນາມ ເອົາ​ຊະນະ 2-0 ປະຕູ ໃນນາທີ 76 ຈາກ​ຜົນ​ການ ​ແຂ່ງຂັນ​ ເຮັດ​ໃຫ້ທັບ​ນັກ​ເຕະບານ​ຍິງ​ທີມ​ຊາດ ຫວຽດນາມ ໄດ້​ຫຼຽນ​ຄຳ​ໄປ​ຄອງ ແລະ ເປັນ​ຫຼຽນ​ຄຳ​ສະໄໝ​ທີ 4 ຕິດຕໍ່​ກັນ​ຕໍ່​ຈາກ​ປີ 2017, 2019 ແລະ 2021. ຂະ ນະ​ທີ່ຫຼຽນ​ເງິນ​ເປັນ​ຂອງທີມ​ຊາດ​ມຽນ​ມາ ແລະ ຫຼຽນ​ທອງ​ຕົກ​ເປັນ​ຂອງ ທີມ​ຊາດ​ໄທ ທີ່​ເອົາ​ຊະນະ ເຈົ້າພາບ ກຳປູເຈຍ ເຈົ້າພາບ 6-0 ປະຕູ. ສຳລັບ ຄູ່​ຊິງ​ຫຼຽນ​ຄຳ​ເຕະບານ​ຊາຍອິນ​ໂດ​ເນ​ເຊຍ ເອົາ​ຊະນະ ໄທ ຮອງ​ແຊັມ​ເກົ່າ 5-2 ປະຕູ ໃນ​ໄລຍະ​ຕໍ່​ເວລາ​ພິເສດ 30 ນາທີ, ໂດຍ​ໃນ​ເວລາ​ປົກກະຕິ 90 ນາທີ ສະເໝີ​ກັນ 2-2 ປະຕູ. ເຮັດ​ໃຫ້ ອິນ​ໂດ​ເນ​ເຊຍ ໄດ້​ຫຼຽນ​ຄຳ ໃນ​ຮອບ 32 ປີ ຕໍ່​ຈາກ​ປີ 1991. ໃນ​ເກມ​ນີ້​ມີ​ເຖິງ 7 ບັດ​ແດງ, ທັງ​ຄະນະ​ຄູ​ເຝິກ ແລະ ນັກ​ກິລາ ເປັນ​ໜຶ່ງ​ໃນ​ສະຖິຕິ​ທີ່​ໂຫດ​ທີ່​ສຸດ​ໃນ​ຊີເກມ. ສ່ວນ​ຫວຽດນາມແຊັມ​ເກົ່າໄດ້​ພຽງ​ຫຼຽນ​ທອງ ພາຍຫຼັງ ເອົາ​ຊະນະ ມຽນ​ມາ 3-1 ປະຕູ. ສະຫຼຸບ​ຕາຕະລາງ​ຫຼຽນຊີ ເກມ ຄັ້ງ​ທີ 32 ຫວຽດນາມ ເປັນ​ເຈົ້າ​ຄອງ​ຫຼຽນ​ຄຳ: ອັນ​ດັບ 1 ຫວຽດນາມ ໄດ້ 136 ຫຼຽນ​ຄຳ, 105 ຫຼຽນ​ເງິນ, 114 ຫຼຽນ​ທອງ ລວມ 355 ຫຼຽນ. ອັນ​ດັບ 2 ໄທ ໄດ້ 108 ຫຼຽນ​ຄຳ, 96 ຫຼຽນ ເງິນ, 108 ຫຼຽນ​ທອງ ລວມ 312 ຫຼຽນ. ອັນ​ດັບ 3 ອິນ​ໂດ​ເນ​ເຊຍ ໄດ້ 86 ຫຼຽນ​ຄຳ, 81 ຫຼຽນ​ເງິນ, 109 ຫຼຽນ​ທອງ ລວມ 276 ຫຼຽນ. ອັນ​ດັບ 4 ກຳປູເຈຍ ເຈົ້າ ພາບ ໄດ້ 81 ຫຼຽນ​ຄຳ, 74 ຫຼຽນ ​ເງິນ, 126 ຫຼຽນ​ທອງ ລວມ 281 ຫຼຽນ ແລະ ອັນ​ດັບ 9 ທັບ​ນັກ​ກິລາ​ລາວ ຍາດ​ມາ​ໄດ້ 6 ຫຼຽນ ​ຄຳ, 22 ຫຼຽນ​ເງິນ, 60 ຫຼຽນ​ ທອງລວມ 88 ຫຼຽນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ