ຫວຽດນາມ ດັບຝັນ ມຽນມາ ໄດ້ຫຼຽນຄຳ ເຕະບານຍິງຊີເກມ ສະໄໝທີ 4 ຕິດຕໍ່ກັນ
ເວລາອອກຂ່າວ: 2023-05-18 08:55:36 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 69 | ຄວາມນິຍົມ:
ທັບນັກເຕະບານຍິງທີມຊາດຫວຽດນາມ ຍັງສ້າງຜົນງານໄດ້ ຢ່າງໂດດເດັ່ນສົມສາຍາແຊັມເກົ່າ ຫຼັງຮອບຊີງຊະນະເລີດ ເອົາຊະນະ ທີມຊາດມຽນມາ 2-0
ປະຕູ ໄດ້ແຊັມໄປຄອງໄດ້ສຳເລັດ ເປັນສະໄໝທີ 4 ຕິດຕໍ່ກັນ ແລະ ເປັນແຊັມສູງສຸດສະໄໝທີ 8 ໃນການແຂ່ງຂັນເຕະບານຍິງທີ່ງານມະຫະກຳກິລາຊີເກມ ຄັ້ງທີ 32 ທີ່ປະເທດກຳປູເຈຍ ເປັນເຈົ້າພາບ. ຂະນະທີ່ ທີມຊາດໄທ ໄລ່ຖະຫຼົ່ມ ທີມຊາດກຳປູເຈຍ ເຈົ້າພາບ 6-0 ປະຕູ ໄດ້ຫຼຽນທອງ ໄປຄອງ.
ການແຂ່ງຂັນເຕະບານຍິງຮອບຊີງຊະນະເລີດ ໄດ້ມີຂຶ້ນໃນຕອນແລງວັນທີ 15 ພຶດສະພາ 2023 ທີ່ສະໜາມ ໂອແລມປິກ ສະເຕ
ດ້ຽມ, ທີມຊາດຫວຽດນາມ ແຊັມເກົ່າ 7 ສະໄໝ ພົບກັບ ມຽນມາ.
ຜົນການແຂ່ງຂັນປາກົດວ່າ: ເລີ່ມການແຂ່ງຂັນພຽງ 12 ນາທີ ຮຸນ ນູ ຍິງໃຫ້ກັບ ທີມຊາດຫວຽດນາມ ຂຶ້ນນຳໄປກ່ອນ 1-0 ປະຕູ ກ່ອນຈົບເຄິ່ງເວລາທຳອິດ. ມາຕໍ່ເຄິ່ງເວລາທີ 2 ຫວຽດນາມ ມາໄດ້ປະ
ຕູໄຊຊະນະຈາກການຍິງຂອງ ຫງວຽນທານນາ ຫຼຸດດ່ຽວເຂົ້າ
ໃນເຂດໂທດ ກ່ອນຊິບບານຂ້າມ
ຫົວຜູ້ຮັກສາປະຕູມຽນມາ ເຂົ້າ
ປະຕູໄປຢ່າງສວຍງາມຊ່ວຍ
ໃຫ້ຫວຽດນາມ ເອົາຊະນະ 2-0
ປະຕູ ໃນນາທີ 76 ຈາກຜົນການ ແຂ່ງຂັນ ເຮັດໃຫ້ທັບນັກເຕະບານຍິງທີມຊາດ ຫວຽດນາມ ໄດ້ຫຼຽນຄຳໄປຄອງ ແລະ ເປັນຫຼຽນຄຳສະໄໝທີ 4 ຕິດຕໍ່ກັນຕໍ່ຈາກປີ 2017, 2019 ແລະ 2021. ຂະ
ນະທີ່ຫຼຽນເງິນເປັນຂອງທີມຊາດມຽນມາ ແລະ ຫຼຽນທອງຕົກເປັນຂອງ ທີມຊາດໄທ ທີ່ເອົາຊະນະ
ເຈົ້າພາບ ກຳປູເຈຍ ເຈົ້າພາບ 6-0
ປະຕູ.
ສຳລັບ ຄູ່ຊິງຫຼຽນຄຳເຕະບານຊາຍອິນໂດເນເຊຍ ເອົາຊະນະ ໄທ ຮອງແຊັມເກົ່າ 5-2 ປະຕູ ໃນໄລຍະຕໍ່ເວລາພິເສດ 30 ນາທີ, ໂດຍໃນເວລາປົກກະຕິ 90 ນາທີ ສະເໝີກັນ 2-2 ປະຕູ. ເຮັດໃຫ້ ອິນໂດເນເຊຍ ໄດ້ຫຼຽນຄຳ ໃນຮອບ 32 ປີ ຕໍ່ຈາກປີ 1991. ໃນເກມນີ້ມີເຖິງ 7 ບັດແດງ, ທັງຄະນະຄູເຝິກ ແລະ ນັກກິລາ ເປັນໜຶ່ງໃນສະຖິຕິທີ່ໂຫດທີ່ສຸດໃນຊີເກມ. ສ່ວນຫວຽດນາມແຊັມເກົ່າໄດ້ພຽງຫຼຽນທອງ ພາຍຫຼັງ ເອົາຊະນະ ມຽນມາ 3-1 ປະຕູ.
ສະຫຼຸບຕາຕະລາງຫຼຽນຊີ
ເກມ ຄັ້ງທີ 32 ຫວຽດນາມ ເປັນເຈົ້າຄອງຫຼຽນຄຳ: ອັນດັບ 1 ຫວຽດນາມ ໄດ້ 136 ຫຼຽນຄຳ, 105 ຫຼຽນເງິນ, 114 ຫຼຽນທອງ
ລວມ 355 ຫຼຽນ. ອັນດັບ 2 ໄທ ໄດ້ 108 ຫຼຽນຄຳ, 96 ຫຼຽນ
ເງິນ, 108 ຫຼຽນທອງ ລວມ 312
ຫຼຽນ. ອັນດັບ 3 ອິນໂດເນເຊຍ ໄດ້ 86 ຫຼຽນຄຳ, 81 ຫຼຽນເງິນ, 109 ຫຼຽນທອງ ລວມ 276
ຫຼຽນ. ອັນດັບ 4 ກຳປູເຈຍ ເຈົ້າ
ພາບ ໄດ້ 81 ຫຼຽນຄຳ, 74 ຫຼຽນ
ເງິນ, 126 ຫຼຽນທອງ ລວມ 281 ຫຼຽນ ແລະ ອັນດັບ 9 ທັບນັກກິລາລາວ ຍາດມາໄດ້ 6 ຫຼຽນ
ຄຳ, 22 ຫຼຽນເງິນ, 60 ຫຼຽນ
ທອງລວມ 88 ຫຼຽນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ