ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ການ​ໂຕນ​ຄຸກ​ທີ່​ມະຫັດສະຈັນ​ ຂອງ​ຜູ້ນຳ​ແນວ​ລາວ​ຮັກ​ຊາດ
ເວລາອອກຂ່າວ: 2023-05-23 09:37:15 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 2719 | ຄວາມນິຍົມ:



ພາຍຫຼັງ​ທີ່​ກອງພັນ​ທີ 2 ຂອງ​ຝ່າຍ​ປະເທດ​ລາວ​ຜ່າ​ວົງ​ປິດ​ລ້ອມ​ອອກ​ຈາກ​ທົ່ງ​ໄຫ​ຫີນ​ຊຽງ​ຂວາງ​ກັບ​ຄືນ​ສູ່​ເຂດ​ທີ່​ໝັ້ນ, ຝ່າຍ​ກົງກັນຂ້າມ​ໄດ້​ຖື​ເອົາ​ກໍລະນີ​ດັ່ງກ່າວ​ສວຍໂອກາດ​ສັ່ງ​ການ​ໃຫ້​ຕຳຫຼວດ​ຂອງ​ພວກ​ເຂົາ​ປິດ​ລ້ອມ​ເຮືອນ​ຂອງ​ບັນດາ​ຜູ້ນຳ​ຢ່າງ​ເຄັ່ງ​ຄັດ. ພາຍຫຼັງ​ທີ່​ຜຸຍ ຊະນະ​ນິກອນ ຂໍ​ສິດ​ເຮັດ​ວຽກ​ພິເສດ​ຈາກ​ສະພາ​ຜູ້​ແທນ​ລາດ​ຊະ​ດອນ​ກຳນົດ 1 ປີ, ໂດຍ​ອີງໃສ່​ເງື່ອນໄຂ​ດັ່ງກ່າວ ຜຸຍ​ຊະນະ​ນິກອນ​ໄດ້​ອອກ​ຄຳ​ສັ່ງ​ໃຫ້ ພັນ​ເອກ ລຳ​ເງິນ ຜູ້​ບັນຊາ​ການ​ສາລະວັດ​ທະຫານ​ຈັບ​ບັນດາ​ຜູ້ນຳ​ຂອງ​ແນວ​ລາວ​ຮັກ​ຊາດ​ໄປ​ກັກ​ຂັງ​ຢູ່​ຄຸກ​ໂພນ​ເຄັງ. ເພື່ອ​ກຽມ​ກັກ​ຂັງ​ຜູ້ນຳ​ຂອງ​ພັກ ແລະ ແນວ​ລາວ​ຮັກ​ຊາດ, ພວກ​ເຂົາ​ໄດ້​ດັດແປງ​ຄອກ​ມ້າ​ຝຣັ່ງ​ ທີ່​ຕັ້ງ​ຢູ່​ໃຈກາງ​ຄ້າຍ​ໂພນ​ເຄັງ ໃຫ້​ກາຍເປັນ​ຄຸກ​ຄຸມ​ຂັງ​ເຊິ່ງ​ແຕ່​ລະ​ຫ້ອງ​ມີ​ລວງ​ຍາວ 3 ແມັດ, ກວ້າງ 2 ແມັດ ແລະ ແໜ້ນ​ໜາ​ທີ່​ສຸດ, ແຕ່​ລະ​ຫ້ອງ​ຄຸມ​ຂັງ​ໃສ່​ກະແຈ​ເຂົາ​ຄວາຍ​ຢ່າງ​ດີ, ມີ​ຮົ້ວ 2 ຊັ້ນ. ນອກ​ນັ້ນ, ​ຍັງ​ມີ​ຕຳຫຼວດທະຫານ, ກອງຮ້ອຍ​ລົດ​ອາ​ແອັມ 1 ກອງຮ້ອຍ ແລະ ສາລະວັດ​ທະຫານ 1 ກອງຮ້ອຍ ເຮັດ​ໜ້າທີ່​ເວນຍາມ​ຕະຫຼອດ 24 ຊົ່ວໂມງ, ອ້ອມ​ຮອບ​ຄຸກ​ມີ​ໂຄມໄຟ​ສະປອດ​ໄລ້​ໃຫຍ່​ທັງ 4 ດ້ານ​ເຮັດ​ໃຫ້​ຍາມ​ກາງຄືນ​ແຈ້ງ​ປານ​ກາງເວັນ ແລະ ມີ​ລົດ​ຫຸ້ມ​ເກາະ​ເວນຍາມ​ຢ່າງ​ເຄັ່ງ​ຄັດ. ຈາກ​ສະພາບ​ການ​ດັ່ງກ່າວ​ສູນ​ກາງ​ພັກ ​ຈຶ່ງ​ຫັນ​ການ​ຊີ້​ນຳ​ເພື່ອ​ປົກ​ປັກ​ຮັກສາ​ບັນດາ​ຜູ້ນຳ​ດັ່ງກ່າວ​ໂດຍ​ການ​ຕໍ່ສູ້​ທາງ​ການ ເມືອງ​ເປັນຕົ້ນ​ຕໍ​ດ້ວຍ​ການ​ຍຶດ​ໝັ້ນ​ເອົາ​ສັນຍາ​ຕ່າງໆ ແລະ ປຸກ ລະດົມ​ຂະ​ບວນ​ການ​ຂອງ​ມະ ຫາຊົນ​ກໍ່​ຫາງ​ສຽງ​ວິພາກ​ວິຈານ​ກ່າວ​ປະນາມ​ລັດຖະບານ​ວຽງ​ຈັນ ແລະ ເຮັດ​ໃບ​ປິວ ອາໄສ​ພື້ນ ຖານ​ການ​ປະຕິວັດ​ ​ທີ່​ອອກ​ໄປ​ຢູ່​ບ້ານ​ຊ່ອງ ແລະ ຍາດ​ພີ່ນ້ອງ​ເປັນ​ຜູ້​ເຄື່ອນ​ໄຫວ​ສົມທົບ​ໃສ່​ກັບ​ການ​ຊອກ​ຫາ​ທະນາຍຄວາມ​ທັງ​ພາຍ​ໃນ ແລະ ຕ່າງປະເທດ​ທີ່​ຍຶດ​ໝັ້ນ​ໃນ​ຄວາມ​ເປັນ​ທຳ​ຊ່ວຍ​ຕໍ່ສູ້​ປົກ​ປ້ອງ ແລະ ສ້າງ​ເງື່ອນໄຂໃຫ້​ ບັນດາ​ຜູ້ນຳ​ແຫກຄຸກເປັນຕົ້ນຕໍ. ໃນ​ໄລຍະ​ດຽວ​ກັນ​ນັນ​ສູນ​ກາງ​ພັກ​ໄດ້​ຊີ້​ນຳ​ໃຫ້​ເຮັດ​ວຽກ​ງານ​ການເມືອງ​ຂົນຂວາຍ​ເອົາ​ສາ ລະວັດ​ທະຫານທີ່​ປ້ອງ​ກັນເວນ ຍາມ​ຄຸກ ແລະ ກະກຽມ​ເສັ້ນທາງ​ ແຕ່​ເຂດ​ທີ່​ໝັ້ນ​ພື້ນຖານ​ການ​ປະຕິ ວັດ​ພູ​ພະນັງ, ດ່ານ​ສູງ​ຢ່າງ​ປິດ​ລັບ​ຈົນ​ເຖິງ​ຄຸກ​ໂພນ​ເຄັງ. ຮອດ​ທ້າຍ​ປີ 1959 ໄດ້​ມີ​ກອງ​ປະຊຸມ​ປິດ​ລັບ​ລະຫວ່າງ​ພະນັກງານ​ເຄື່ອນ​ໄຫວ​ແນວ​ຫຼັງ​ສັດຕູ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ສາລີ ວົງ​ຄຳ​ຊາວ. ໃນ​ກອງ​ປະຊຸມ​ນອກຈາກ​ລາຍ​ງານ​ສະພາບ​ການເຄື່ອນໄຫວ​ຂອງ​ແຕ່ລະຄົນ​ແລ້ວ ຍັງ​ໄດ້​ສ້າງ​ຄວາມ​ຕັດສິນ​ໃຈ​ເດັດດ່ຽວ​ຕ້ອງ​ເອົາ​ຜູ້ນຳ​ຢູ່​ຄຸກ​ໂພນ​ເຄັງ ​ອອກ​ໃຫ້​ໄດ້. ແຕ່​ຍັງ​ເສັ້ນທາງ​ທີ່​ຈະ​ນຳ​ເອົາ​ຜູ້ນຳ​ອອກ​ສູ່​ເຂດ​ທີ່​ໝັ້ນ​ຍັງ​ບໍ່​ທັນ​ຮັບປະກັນ​ເທື່ອ. ສະນັ້ນ, ໃນ​ກອງ​ປະຊຸມ​ຈຶ່ງ​ໄດ້​ມອບ​ໝາຍ​ວຽກ​ລະອຽດ​ຄື ທ່ານ ສາລີ ວົງ​ຄຳ​ຊາວ ຮັບຜິດຊອບ​ຊີ້​ນຳ​ບັນຊາ ແລະ ຕິດຕໍ່​ກັບ​ສູນ​ກາງ​ຢ່າງ​ເປັນ​ປົກກະຕິ, ທ່ານ ຊຽງ​ສົມ ກຸນລະ ວົງ​ ຊີ້​ນຳ​ການ​ຖອນ​ຕົວ​ອອກ​ຈາກ​ນະຄອນຫຼວງ​ວຽງ​ຈັນ​ເພື່ອ​ ສ້າງ​ເສັ້ນທາງ​ຈະ​ເອົາ​ຜູ້ນຳອອກ, ທ່ານ ຊຽງ​ພຽນ ສືບຕໍ່​ປຸກລະ ດົມ​ຂະ​ບວນ​ການ​ຕໍ່ສູ້​ຂອງມວນ ​ຊົນ, ຮັບປະກັນ​ການ​ຕິດຕໍ່​ລະ ຫວ່າງ​ຄະນະ​ປະຈຳການ​ຊີ້​ນຳກັບ​ ຜູ້ນຳ​ໃນ​ຄຸກ, ກຳ​ແໜ້ນສະພາບ​ ການ​ຂອງ​ສັດຕູ ແລະ​ຈິດໃຈຂອງ ​ສາລະວັດທີ່ຍາມ​ຄຸກ, ການ​ກະ ກຽມ​ດັ່ງກ່າວ​ໄດ້ເລີ່ມ​ຕົ້ນ​ແຕ່​ເດືອນ​ມັງກອນ ແລະ ສຳເລັດໃນ​ ເດືອນ​ມີນາ 1960 ຖື​ວ່າ​ແຜນ ການກະກຽມໄດ້ 95% ແລ້ວ​ຍັງ​ແຕ່​ແຜນຫຼອກ​ສັດຕູ​ ເພື່ອ​ເອົາ​ຜູ້ນຳ​ອອກ​ເທົ່າ​ນັ້ນ. ເພື່ອ​ຮັບປະກັນ​ສູນ​ກາງ​ພັກ​ຈຶ່ງ​ໄດ້​ຈັດ​ຕັ້ງ​ເອົາ 2 ກອງຮ້ອຍ​ຂອງ​ກອງພັນ​ທີ 2 ຜ່າ​ວັງ​ປິດ​ລ້ອມ​ໃນ​ເມື່ອ​ກ່ອນເປັນ ​ກຳລັງ​ເພີ່ມ​ທະວີ​ກຽມພ້ອມ​ສູ້ຮົບ​ ປົກ​ປ້ອງ​ຜູ້ນຳ​ໃນ​ເວລາ​ອອກຄຸກ​ຖ້າ​ມີ​ຄວາມ​ຈຳເປັນ. ພ້ອມ​ກັນ​​ນັ້ນ, ກໍ​ປ່າວ​ຂ່າວ​ຫຼອກ​ສັດຕູ​ວ່າ ທ່ານ​ເຈົ້າ​ສຸກ ວົງ​ສັກ ໄດ້​ນຳ​ເອົາ​ທະຫານ​ຫວຽດນາມ 2 ກອງພັນ​ມາ​ຮອດ​ພູ​ຫວດ, ພູ​ແຊ​ແລ້ວ​ເພື່ອ ​ປົດ​ປ່ອຍ​ຕົວ​ເມືອງ​ວຽງ​ຈັນ ແລະ ຍາດ​ເອົາ​ຜູ້ນຳ​ຂອງແນວ​ລາວ​ຮັກ​ຊາດ. ເພື່ອ​ເຮັດ​ໃຫ້ສັດຕູເຊື່ອ​ ວ່າ​ແມ່ນ​ຄວາມ​ຈິງ ພວກ​ເຮົາໄດ້​ ແຕ່ງ​ເອົາ 1 ໝວດ​ໄປຫຼອນ​ຕີຄ້າຍ​ ທະຫານ​ສັດຕູ​ຢູ່​ພູເຂົາ​ຄວາຍ​ອັນ​ເຮັດ​ໃຫ້​ສັດຕູ​ກະວົນກະວາຍ​ກຽມ ​ແຜນການ ​ເພື່ອ​ຮັກສາ​ນະຄອນ ຫຼວງ​ວຽງ​ຈັນ​ ຢ່າງ​ເຄັ່ງ​ຄັກ​ໂດຍ​ສະເພາະ​ແມ່ນ​ສຸມ​ໃສ່​ເບື້ອງ​ພູເຂົາ​ຄວາຍ. ສວຍໂອກາດ​ດັ່ງກ່າວ​ສູນ​ ກາງ​ພັກ​ ໄດ້​ສັ່ງ​ເດັດຂາດຕ້ອງ​ເອົາ​ຜູ້ນຳ​ອອກ​ຄຸກ​ບໍ່​ໃຫ້​ກາຍ​ເດືອນ​ພຶດສະພາ 1960 . ເມື່ອ​ໄດ້​ຮັບ​ຄຳ​ສັ່ງ​ດັ່ງກ່າວ​ແລ້ວ​ຈຶ່ງ​ໄດ້​ແບ່ງ​ວຽກ​ລະອຽດ​ໃຫ້​ແຕ່ລະຄົນ, ເຖິງ​ຕອນ​ທ່ຽງ​ຂອງ​ວັນ​ທີ 24 ພຶດສະພາ 1960 ຈ່າ​ເອກ ອຸດອນ​ໄດ້​ເອົາ​ຈົດໝາຍ​ນ້ອຍ​ຂອງ​ ທ່ານ ໜູ​ຮັກ ພູມ​ສະຫວັນ ນັດ​ກັນ​ເຊິ່ງ​ໄດ້​ກຳນົດ​ເອົາ​ຄ່ຳ​ຄືນ​ຂອງ​ມື້​ນັ້ນ​ຕ້ອງ​ອອກ​ຄຸກ, ທຸກ​ສິ່ງ​ທຸກ​ຢ່າງ​ຕ້ອງ​ກວດກາ​ລະອຽດ ແລະ ໃຫ້​ມີ​ຄວາມ​ປອດ​ໄພ 100%, ໃຫ້​ປຶກສາ​ຫາລື​ກັບ ຈ່າ​ເອກ ອຸດອນ ກ່ຽວ​ກັບ​ດອກໄຟ​ຕາ​ເສືອ 2 ດອກ ໄຕ້​ຢູ່​ທາງ​ເຂົ້າ​ຄຸກ ຖ້າ​ເຄີຍ​ມອດ​ເລື້ອຍໆ​ກໍ​ຄວນມອດ ​ກ່ອນ​ເວລາ​ອອກ, ຖ້າ​ບໍ່​ເຄີຍ​ມອດ​ແມ່ນ​ປະ​ໄວ້​ຄືເກົ່າ. ສ່ວນ​ລົດ​ຫຸ້ມ​ເກາະ 2 ຄັນ​ຢູ່​ປາກ​ປະຕູ​ແມ່ນ​ໃຫ້​ອ້າຍ​ນ້ອງ​ສາລະວັດ​ລະດົມ​ນັກ​ຂັບ​ລົດ​ມອດ​ໄຟ​ຕາ ແລະ ເຖິງ​ເວລາ 20 ໂມງ​ຂອງ​ຄືນ​ນັ້ນ, ຂ້າພະເຈົ້າ​ໄດ້​ເປັນ​ຜູ້​ເຂົ້າ​ນຳ​ເອົາ​ບັນດາ​ຜູ້ນຳ​ອອກ ແລະ ຈ່າ​ເອກ ອຸດອນ ເປັນ​ຜູ້​ຕ້ອນ​ເອົາ​ຢູ່​ຮ້ານ​ກາເຟ​ໃກ້​ກັບ​ປະຕູ​ຄ້າຍ​ໂພນ​ເຄັງ ແລະ ການ​ແຫກ​ຄຸກ​ຂອງ​ຜູ້ນຳ​ໄດ້​ເລີ່ມ​ແຕ່​ເວລາ​ນັ້ນ​ເປັນຕົ້ນໄປ. ການ​ແຫກ​ຄຸກ​ໂພນ​ເຄັງ​ຂອງ​ບັນດາ​ຜູ້ນຳ​ແນວ​ລາວ​ຮັກ​ຊາດ​ເປັນ​ເຫດການ​ປະຫວັດສາດ​ທີ່​ມີ​ຄວາມໝາຍ, ຄວາມ​ສຳຄັນ, ແມ່ນ​ໝາກຜົນ​ແຫ່ງ​ການ​ຊີ້​ນຳ-ນຳພາ​ຢ່າງ​ໃກ້ຊິດ​ຂອງ​ສູນ​ກາງ​ພັກ ແລະ ຍ້ອນ​ຄວາມ​ຕັດສິນໃຈ​ອັນ​ສູງສົ່ງ, ຄວາມ​ມີ​ໄຫວ​ພິກ​ສະ ຫຼາດ​ສະຫຼຽວ ຂອງບັນດາສະ ຫາຍພະນັກງານ​ທີ່​ໄດ້​ຮັບ​ການ​ມອບ​ໝາຍ​ໃຫ້​ປະຕິບັດ​ໜ້າທີ່​ໃນ​ການ​ເອົາ​ຜູ້ນຳ​ອອກ​ຈາກ​ຄຸກ. ພ້ອມ​ກັນ​ນັ້ນ, ​ແມ່ນ​ໝາກຜົນແຫ່ງ​ ຄວາມ​ມານະ​ພະຍາຍາມ​ຂອງ​ ບັນດາ​ຜູ້ນຳ​ຢູ່​ໃນ​ຄຸກ​ທີ່​ໄດ້​ຕັ້ງໜ້າ​ສຶກ​ສາ​ອົບຮົມ​ຂົນຂວາຍ​ເອົາ​ບັນ ດາ​ສາລະວັດ​ທະຫານ​ໃຫ້​ມີ​ຄວາມ​ຕື່ນ​ຕົວ​ມາ​ເປັນໃຈ​ຝ່າຍເຮົາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ