ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນໃຫຍ່ 11 ເອົາໃຈໃສ່ຫັດແອບຊ້ອມຮ່ວມ ລາວ-ຈີນ
ເວລາອອກຂ່າວ: 2023-05-23 14:48:48 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 925 | ຄວາມນິຍົມ:



ພາຍຫຼັງໄດ້ຮັບການມອບໝາຍຈາກຂັ້ນເທິງ ກໍ່ຄືກະຊວງປ້ອງກັນປະເທດ ມອບໝາຍໃຫ້ ກອງພັນໃຫຍ່ 11 ຈັດຕັ້ງກຳລັງພົນພ້ອມດ້ວຍພາຫະນະຮັບປະກັນຕ່າງໆ ເຂົ້າສູ່ພາກສະໜາມຝຶກຊ້ອມ, ເພື່ອຈັດຕັ້ງຊ້ອມຮົບຮ່ວມກັບກອງທັບປົດປ່ອຍປະຊາຊົນຈີນ ໃນຫົວຂໍ້ຊ້ອມຮົບຮ່ວມລາວ-ຈີນ “ໂລ້ກຳບັງມິດຕະພາບ 2023”. ສະຫາຍ ພັນເອກ ກົງທອງ ສຸຂະວົງ ຫົວໜ້າການທະຫານ ກອງພັນໃຫຍ່ 11 ຜູ້ບັນຊາການຊ້ອມຮົບຝ່າຍລາວ ໄດ້ໃຫ້ສໍາພາດວ່າ: ການຊ້ອມຮົບຮ່ວມລາວ-ຈີນ ເວົ້າລວມເວົ້າສະເພາະ ກໍຄືລະຫວ່າງເຂດສູ້ຮົບພາກໃຕ້ຂອງກອງທັບປົດປ່ອຍປະຊາຊົນຈີນ ແລະ ກອງພັນໃຫຍ່ 11 ກອງທັບປະຊາຊົນລາວ ຄັ້ງນີ້ແມ່ນຄັ້ງທີ 2 ໂດຍປະຕິບັດຕາມສັນຍາຕົກລົງກັນລະຫວ່າງສອງຝ່າຍ ກໍ່ຄືສອງກະຊວງປ້ອງກັນປະເທດ ລາວ-ຈີນ ທີ່ໃຫ້ສອງກອງທັບຂອງພວກເຮົາໄດ້ຈັດຕັ້ງຊ້ອມຮົບຮ່ວມເພື່ອແລກປ່ຽນຖອດຖອນບົດຮຽນກັນຢ່າງເປັນປົກກະຕິ ເຊີ່ງຄັ້ງທີ 1 ໄດ້ຈັດຕັ້ງຂື້ນໃນປີ 2019 ຢູ່ເຂດຢຸນນານຂອງ ສປ ຈີນ, ໃນຄັ້ງນັ້ນຝ່າຍຈີນເປັນເຈົ້າພາບໃນການຈັດຕັ້ງຊ້ອມຮົບຮ່ວມ ທາງກໍາລັງກອງພັນໃຫຍ່ 11 ກໍໄດ້ນໍາເອົາພາຫະນະ, ອາວຸດທັງໝົດເຂົ້າຮ່ວມຊ້ອມຮົບ, ມາປະຈຸບັນເພື່ອປະຕິບັດຕາມແຜນການທີ່ສອງກະຊວງປ້ອງກັນປະເທດໄດ້ຕົກລົງກັນໄວ້ ໃນປີ 2023 ນີ້ ໂດຍແມ່ນກອງທັບປະຊາຊົນລາວເປັນເຈົ້າພາບ ໃນການຈັດຕັ້ງຊ້ອມຮົບຮ່ວມ ເວົ້າລວມ, ເວົ້າສະເພາະກໍແມ່ນກອງພັນໃຫຍ່ 11 ເປັນເຈົ້າພາບໂດຍພາຍໃຕ້ລະຫັດ “ໂລ້ກໍາບັງມິດຕະພາບ-2023” ໂດຍປະຕິບັດຕາມຄໍາສັ່ງກົມໃຫຍ່ເສນາທິການກອງທັບ ກອງພັນໃຫຍ່ 11 ໄດ້ເຂົ້າຢຶດສະໜາມ ແລະ ກໍ່ສ້າງສະໜາມ ໃນວັນທີ 24 ເມສາ ທີ່ຜ່ານມາ ປະຈຸບັນໄດ້ເປີດການຊ້ອມຮົບຮ່ວມຢ່າງເປັນທາງການໃນວັນທີ 11 ພຶດສະພາ 2023 ທັງສອງຝ່າຍໄດ້ຈັດຕັ້ງປຶກສາຫາລື, ຄົ້ນຄວ້າ ແລະ ແລກປ່ຽນເພື່ອກໍານົດເນື້ອໃນຫັດແອບຊ້ອມຮົບຮ່ວມໃນຄັ້ງນີ້ ມາເຖິງປະຈຸບັນນີ້ແຕ່ລະພາກສ່ວນກໍໄດ້ເລີ່ມຫັດແອບເນື້ອໃນທີໜຶ່ງຈົນຮອດເນື້ອໃນສຸດທ້າຍທີ່ພວກເຮົາໄດ້ກໍານົດໄວ້, ຜ່ານການຈັດຕັ້ງຫັດແອບຊ້ອມຮົບ ແລະ ສ້າງສະໜາມໄປພ້ອມໆກັນນີ້ ເຫັນວ່າທັງສອງຝ່າຍມີຄວາມຫຍຸ້ງຍາກທາງດ້ານການສື່ສານ, ທາງດ້ານພາສາ, ແຕ່ຜ່ານການເຮັດວຽກປະຕິບັດຕົວຈິງ ພວກເຮົາກໍສາມາດເຂົ້າໃຈກັນໄດ້ ເພາະພວກເຮົາຕ່າງຝ່າຍຕ່າງມີພື້ນຖານໃນການຮັບຮູ້ ແລະ ມີປະສົບການທາງດ້ານສິນລະປະຍຸດ-ຍຸດທະວິທີທີ່ດີ ເຮັດໃຫ້ການປະສານງານ, ການຫັດແອບໃນແຕ່ລະວັນມີຄວາມຄ່ອງແຄ້ວນັບມື້ດີຍິ່ງຂື້ນ. ສະຫາຍ ຍັງໃຫ້ຮູ້ຕື່ມອີກວ່າ: ໃນການຈັດຕັ້ງຊ້ອມຮົບຮ່ວມໃນຄັ້ງນີ້, ນອກຈາກການຊ້ອມຮົບຮ່ວມທາງດ້ານການທະຫານແລ້ວ, ສອງກອງທັບເຮົາ ກໍຍັງໄດ້ເຄື່ອນໄຫວນອກຫຼັກສູດເຊັ່ນ: ໄປມອບເຄື່ອງອຸປະກອນການຮຽນ-ການສອນໃຫ້ບາງໂຮງຮຽນທີ່ໃກ້ກັບຂອບເຂດທີ່ພວກເຮົາຕັ້ງທັບຫັດແອບຢູ່ນີ້ ແລະ ຍັງໄດ້ສ້າງກິດຈະກໍາເປັນຕົ້ນແມ່ນກິລາ, ແລກປ່ຽນສິລະປະ-ວັດທະນາທໍາທັງສອງຝ່າຍ, ໃນການຊ້ອມຮົບຮ່ວມ ຄັ້ງນີ້ລ້ວນແລ້ວແຕ່ແມ່ນບົດຮຽນອັນໃໝ່ ແລະ ການຫັດແອບໃນແຕ່ລະວັນນີ້ ມັນໄດ້ເພີ່ມປະສິດທິພາບ ແລະ ຄວາມຊໍານິຊໍານານໃຫ້ພະນັກງານ-ນັກຮົບຂອງພວກເຮົາ ໂດຍປະຕິບັດຕາມຄໍາຂວັນທີ່ວ່າ ( ທັງສອງກອງທັບລາວ-ຈີນ ບໍ່ອະນຸຍາດໃຫ້ບຸກຄົນໃດ, ກຸ່ມຄົນໃດທີ່ມາສວຍໃຊ້ຜືນແຜ່ນດິນອັນຄົບຖ້ວນນີ້ ຕັ້ງຖານທີ່ໝັ້ນ, ຕັ້ງທັບເພື່ອເຄື່ອນໄຫວກໍ່ກວນຄວາມສະຫງົບສຸກ ແລະ ທໍາລາຍອິດສະຫຼະພາບ ອະທິປະໄຕຂອງສອງຊາດພວກເຮົາຢ່າງເດັດຂາດ) ເພາະສະນັ້ນການຊ້ອມຮົບຮ່ວມແມ່ນການຜູກແໜ້ນຄວາມສາມັກຄີຂອງສອງກອງທັບ ແລະ ເປັນການຍົກລະດັບຄວາມພ້ອມເພື່ອແກ້ໄຂສະພາບການຕ່າງໆ ທີ່ຈະເກີດຂຶ້ນໃນສະເພາະໜ້າ, ພາຍຫຼັງສິ້ນສຸດການຊ້ອມຮົບໃນຄັ້ງນີ້ ຈະເຊື່ອໝັ້ນວ່າມັນຈະເປັນອີກປະສົບການໜຶ່ງຢູ່ໃນຂີດມາດຕະຖານທີ່ແນ່ນອນ ເຮັດໃຫ້ພະນັກງານ-ນັກຮົບທັງໝົດທີ່ເຂົ້າຮ່ວມໃນການຊ້ອມຮົບຮ່ວມນີ້, ຈະນໍາເອົາບົດຮຽນ ແລະ ປະສົບການ ໂດຍສະເພາະແມ່ນການຊ້ອມຮົບຮ່ວມກັບກອງທັບປົດປ່ອຍປະຊາຊົນຈີນ ທີ່ມີອຸປະກອນ, ພາຫະນະ-ອາວຸດ, ເຄື່ອງມື ແລະ ແບບແຜນທີ່ທັນສະໄໝ, ພວກເຮົາກໍຈະໄດ້ຖອດຖອນເອົາບົດຮຽນໄປໝູນໃຊ້ນໍາໃຊ້ ແລະ ສືບຕໍ່ຫັດແອບໃຫ້ກົມກອງຂອງພວກເຮົາໃຫ້ນັບມື້ເຂັ້ມແຂງທັນສະໄໝ ແລະ ຮັບປະກັນວຽກງານກຽມພ້ອມສູ້ຮົບໃຫ້ໄດ້ດີທີ່ສຸດ. ໂດຍ: ອານຸສອນ+ອາຫວຸ້ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ