ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ມີທ່າຂະຫຍາຍຕົວດີ
ເວລາອອກຂ່າວ: 2023-05-26 09:09:09 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 4115 | ຄວາມນິຍົມ:
ການກໍ່ສ້າງໜ່ວຍພັກປອດ ໃສ ເຂັ້ມແຂງ ໜັກແໜ້ນ ຢູ່ກຳລັງຫຼວງ-ກຳລັງທ້ອງຖິ່ນ ໃນທົ່ວ ກອງທັບເຫັນວ່າມີທ່າກ້າວຂະ ຫຍາຍຕົວເພີ່ມຂຶ້ນທາງດ້ານຈຳ ນວນ ແລະ ຄຸນນະພາບ ໃນນີ້, ເວົ້າສະເພາະຢູ່ກອງພັນໃຫຍ່ 703 ກອງບັນຊາການທະຫານອາກາດ ແມ່ນຄະນະພັກໜຶ່ງທີ່ມີພາລະບົດບາດໃນການຊີ້ນຳ-ນຳພາປັບປຸງກໍ່ສ້າງກົມກອງເປັນເສນາທິການໃຫ້ຄະນະພັກ ຂັ້ນເທິງທາງດ້ານວຽກງານຮັບ ປະກັນການບິນ ແລະ ຮັບໃຊ້ໃນການເຄື່ອນໄຫວສູ້ຮົບ, ລຳລຽງຂົນສົ່ງໂດຍປິ່ນອ້ອມໜ້າທີ່ການ ເມືອງຂອງກົມກອງ.
ສະຫາຍ ພັນໂທ ພົງລຳໄພ ພັນທະວົງ ຊ່ວຍວຽກຂະແໜງຈັດຕັ້ງພັກ ກອງພັນໃຫຍ່ 703 ໄດ້ໃຫ້ຮູ້ວ່າ: ການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2022 ຜ່ານມາ ຄະນະພັກ-ຄະນະບັນຊາ ຍາມ ໃດກໍໄດ້ເອົາໃຈໃສ່ຊີ້ນຳພະນັກ ງານສະມາຊິກພັກ-ນັກຮົບເປັນເຈົ້າການເຄື່ອນໄຫວຕາມໜ້າທີ່ການເມືອງ ແລະ ວຽກງານວິຊາ ສະເພາະຂອງຕົນດ້ວຍການຈັດ ຕັ້ງຜັນຂະຫຍາຍຫັນເອົາເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍຄືມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງຄະນະພັກກະຊວງປ້ອງປະເທດວາງອອກ ເປັນແຜນການອັນລະອຽດເຮັດໃຫ້ພະນັກງານສະມາຊິກພັກ-ນັກຮົບ ຮູ້ປ້ອງກັນຕົນເອງ, ປ້ອງ ກັນພັກ ແລະ ປ້ອງກັນການຈັດ ຕັ້ງ ໃຫ້ມີຄວາມປອດໃສໜັກແໜ້ນ ທາງດ້ານການເມືອງ-ແນວຄິດ ແລະ ເຂັ້ມແຂງທາງດ້ານການຈັດ ຕັ້ງ, ແບບແຜນການນຳພາ, ຫັນເອົາ 5 ຫຼັກການ 3 ທິດນຳຂອງ ພັກເປັນໄມ້ຫຼາວັດແທກຄຸນທາດ ການເມືອງຂອງພະນັກງານສະ ມາຊິກພັກໃຫ້ມີຄວາມຮັບຜິດ ຊອບສູງ, ຖືເອົາການສ່ອງແສງລາຍງານຂັ້ນໜ່ວຍພັກ, ຄະນະພັກຮາກຖານ ປະຈຳເດືອນ ແລະ ປະຈຳໄຕມາດເປັນການສຳຫຼວດກວດກາຕິຊົມກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ເປັນຕົ້ນແມ່ນຂົງເຂດວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດຕ້ອງຕິດແທດກັບໜ້າທີ່ວຽກງານວິຊາສະເພາະຂອງກົມກອງ.
ພ້ອມນັ້ນ, ຍັງໄດ້ເອົາໃຈໃສ່ ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ບັນຫາທີ່ອັດຕັນຖ່ວງດຶງຕໍ່ການພັດທະນາກົມກອງໃຫ້ຂາດຕົວ ເປັນຕົ້ນແມ່ນແນວຄິດອັກຄະຕິຄັບແຄບ,ໃຈນ້ອຍ ເພາະວ່າວຽກງານແນວຄິດແມ່ນປັດໄຈຕັດສີນຊີ້ຂາດທຸກໄຊຊະນະວຽກງານລວມຂອງການນຳພາ.ຢາກເຮັດໄດ້ຄືແນວນັ້ນຄະນະພັກທຸກຂັ້ນຕ້ອງຖືເອົາວຽກງານສືກສາອົບຮົມການເມືອງ-ນຳພາແນວຄິດເປັນຄັນ ເອົາວຽກງານວິຊາສະເພາະເປັນໃຈກາງ ເພື່ອຮັບປະກັນໃຫ້ແກ່ການປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ເດີນແມ່ນແລ່ນສະດວກດີ ແລະ ມີຜົນສຳເລັດເປັນກ້າວໆ ໃນຮູບແບບສ້າງກອງທັບປະຕິວັດ ແລະມີແບບແຜນທັນສະໄໝ.
ສະຫາຍ ພັນເອກ ສູນທອນ ພົມມະແສນ ເລຂາຄະນະພັກ, ຫົວໜ້າການເມືອງ ກອງພັນໃຫຍ່ 703 ຍັງໃຫ້ຮູ້ຕື່ມອີກວ່າ: ປັດຈຸ ບັນທົ່ວກອງພັນໃຫຍ່ 703 ມີ 15 ໜ່ວຍພັກ, ປະກອບມີ 3 ຄະນະພັກຮາກຖານ, ມີ 7 ໜ່ວຍພັກຂຶ້ນກັບ, 4 ໜ່ວຍພັກເອກະລາດ ແລະ 5 ໜ່ວຍພັກພະແນກການ, ໄດ້ຕີລາຄາແບ່ງເພດຄຸນນະພາບການນຳພາຂອງການຈັດຕັ້ງພັກ ແລະ ສະມາຊິກພັກ ຕາມ 5 ເນື້ອໃນມາດຖານໃນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2022 ມີ 14 ໜ່ວຍພັກແຂງ ເທົ່າກັບ 93,3%, ກາງ 1 ໜ່ວຍພັກ, ເທົ່າກັບ 6,7% , ມີສາມະຊິກພັກ 369 ສະຫາຍ, ຍິງ 61 ສະຫາຍ, ແຂງ 318 ສະຫາຍ, ຍິງ 43 ສະ ຫາຍ, ກາງ 28 ສະຫາຍ, ຍິງ 10 ສະຫາຍ, ບໍ່ໄດ້ແບ່ງປະເພດ 23 ສະຫາຍ, ຍິງ 8 ສະຫາຍ ( ລໍຖ້າບຳນານ ແລະ ປິ່ນປົວຍາວ ນານ).
ໂດຍ: ວັນໄຊ ໄຊສະຫວັດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ