ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກຸ່ມ​ຕ່ຳຫູກ 2 ບ້ານ ເມືອງ​ຜາ​ອຸດົມໄດ້​ຮັບ​ອຸປະກອນ​ຕ່ຳຫູກ​ໃໝ່
ເວລາອອກຂ່າວ: 2023-05-26 09:24:47 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 43 | ຄວາມນິຍົມ:



ແຫຼ່ງ​ຂ່າວ​ຈາກແຂວງ​ບໍ່​ ແກ້ວໃຫ້​ຮູ້​ວ່າ: ສະມາຄົມສົ່ງເສີມ​ ຄວາມ​ຮູ້ເພື່ອ​ການ​ພັດທະນາຊົນ ນະບົດແບບ​ມີ​ສ່ວນ​ຮ່ວມ ຫຼື ສະ ມາຄົມ​ຄຳ​ຄິດ ເມືອງ​ຜາ​ອຸດົມ ແຂວງ​ບໍ່​ແກ້ວ ມອບ​ອຸປະກອນ​ຕໍ່າຫູກໃຫ້​ກຸ່ມ​ຕໍ່າຫູກ ບ້ານ​ສຸກ​ ຈະເລີນ ເຂດ​ຈັດ​ສັນ​ຫາດ​ໝວກ ແລະ ບ້ານ​ປາກ​ຫາດ ກຸ່ມ​ບ້ານ​ ປາກ​ຫາດ ຈຳນວນ 32 ຄອບ ຄົວ ໃນ​ວັນ​ທີ 23 ພຶດສະພາ 2023 ເພື່ອ​ເປັນ​ການ​ສົ່ງເສີມ​ໃຫ້​ສະມາຊິກ​ແມ່ຍິງຜູ້​ທີ່​ມີ​ຄວາມ​ມັກ​ຮັກ​ໃນ​ອາຊີບຕໍ່າຫູກ-ທໍ​ໄໝໄດ້​ຮຽນ​ຮູ້​ປະສົບ​ການ​ອັນ​ໃໝ່, ມີ​ຄວາມ​ຊຳນິ​ຊຳນານ, ສ້າງ​ຄວາມ​ອາດ​ສາມາດໃນ​ການ​ປະດິດສ້າງ ​ແນວ​ຄວາມ​ຄິດສີ​ໄມ້-ລາຍ​ມື ແລະ ລວດລາຍ​ຕ່າງໆ​ແບບ​ປະຍຸກ​ທັນ​ ສະໄໝ ຕິດ​ພັນ​ກັບ​ການ​ຮັກສາ​ ມູນເຊື້ອວັດທະນະທຳ​ອັນ​ດີງາມ ​ ຂອງ​ຊາດ-ຂອງ​ເຜົ່າ ໄວ້​ໃຫ້​ຄົນ​ ຮຸ່ນ​ຫຼັງ​ໄດ້​ສືບ​ທອດ​ຕໍ່ໆ​ໄປ ທັງ​ ເປັນ​ການ​ສ້າງ​ລາຍ​ຮັບ​ເສີມ​ເຂົ້າສູ່​ ຄອບຄົວ​ຂອງ​ເຂົາເຈົ້າ ເຮັດ​ໃຫ້ມີ​ ຊີວິດ​ການ​ເປັນ​ຢູ່​ດີ​ຂຶ້ນ​ເທື່ອ​ລະ ກ້າວ. ອຸປະກອນ​ທີ່​ນຳ​ມາ​ມອບ​ໃນ​ຄັ້ງ​ນີ້​ ປະກອບ​ມີ: ຝ້າຍ, ກະສວຍ, ຝືມ ແລະ ອຸປະກອນ​ອື່ນໆ​ອີກ​ຈຳນວນ​ໜຶ່ງ ລວມ​ມູນ​ຄ່າ​ທັງ​ໝົດ 32 ລ້ານ​ກວ່າ​ກີບ ໃນ​ນີ້, ບ້ານສຸກ​ຈະເລີນ 23 ລ້ານ​ກວ່າ​ກີບ, ບ້ານປາກ​ຫາດ 12 ລ້ານ​ກີບ. ພ້ອມ​ນີ້, ຄະນະ​ຮັບຜິດຊອບ​ຍັງໄດ້​ຈັດ​ເຝິກ​ອົບຮົມ​ການ​ຕ່ຳຫູກ ໃຫ້​ສະມາຊິກ​ສະຫະພັນ​ແມ່ຍິງ​ກຸ່ມ​ຕ່ຳ​ຫູກບ້ານ​ປາກ​ຫາດ ເຊິ່ງ​ໄດ້​ຮັບ​ການ​ສະໜັບສະໜູນ​ທຶນ ຈາກ​ສະຫະພາບ​ເອີ​ຣົບ. ຕາງໜ້າ​ມອບ​ໂດຍ​ ທ່ານ ນາງ ຈັນທອນ ພອນ​ສະ​ລິ ຫົວໜ້າ​ຫ້ອງການ​ ແຮງ​ງານ ແລະ ສະຫ​ວັດ​ດີ​ການ ສັງຄົມ ເມືອງ​ຜາ​ອຸດົມ ແລະ ຕາງ ໜ້າ​ຮັບ​ໂດຍສະມາຊິກ​ກຸ່ມ​ແມ່ຍິງ​ຕ່ຳຫູກ​ທັງ​ສອງ​ບ້ານ. ທ່ານ ນາງ ຈັນທອນ ພອນ​ສະ​ລິ ໄດ້​ສະແດງ​ຄວາມ​ຂອບໃຈສະ ມາຄົມ​ຄຳ​ຄິດ ກໍ​ຄືຄະນະ​ຮັບຜິດ ຊອບທີ່​ຍົກ​ສູງ​ຄວາມ​ສຳຄັນວຽກ ​ງານ​ບົດບາດ ຍິງ​-ຊາຍ ໃນ​ການ​ຄົ້ນຄວ້າຊອກ​ຫາ​ທຶນຮອນສະໜັບສະໜູນ​ຊຸກຍູ້-ສົ່ງເສີມ​ການ​ສ້າງ​ວຽກ​ເຮັດ​ງານ​ທຳໃຫ້​ເອື້ອຍ​ນ້ອງ​ແມ່ຍິງໄດ້​ມີ​ອາຊີບ​ໝັ້ນຄົງ, ມີ​ລາຍ​ໄດ້​ສ້າງ​ເສດຖະກິດ​ຄອບ ຄົວ​ທີ່​ໝັ້ນ​ທ່ຽງ ແລະ ຍາວ​ນານ ພ້ອມ​ທັງຮຽກຮ້ອງ​ໃຫ້​ສະມາຊິກ​ແມ່ຍິງ 2 ບ້ານ​ເປົ້າ​ໝາຍ ຈົ່ງ​ນຳ​ໃຊ້​ອຸປະກອນ​ທີ່​ໄດ້​ຮັບ​ໃນ​ຄັ້ງ​ນີ້ໃຫ້​ເກີດ​ປະໂຫຍດ​ສູງ​ສຸດ. ໂດຍ: ໂສພາ ທິບ​ພະ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ