ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສະຖານທູດ​ອິນ​ໂດ​ເນ​ເຊຍ ​ເປີດ​ຫຼັກສູດ​ ການ​ຮຽນ-ການ​ສອນ ປະຈຳ​ປີ 2023
ເວລາອອກຂ່າວ: 2023-05-26 09:25:51 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 44 | ຄວາມນິຍົມ:



ສະຖານທູດ​ອິນ​ໂດ​ເນ​ເຊຍ​ ໄດ້​ເປີດ​ຫຼັກສູດ​ການ​ຮຽນ-ການ ​ສອນ​ພາສາ​ອິນ​ໂດ​ເນ​ເຊຍ ຮຸ່ນ​ທີ 14 ປະຈຳ​ປີ 2023 ຂອງສະຖານທູດ​ອິນ​ໂດ​ເນ​ເຊຍ ​ທີ່ນະ ຄອນຫຼວງ​ວຽງ​ຈັນ ຈັດ​ຂຶ້ນ​ໃນ​ວັນ​ທີ 23 ພຶດສະພາ 2023 ທີ່​ ໂຮງແຮມ​ລາວ​ພລາ​ຊາ ນະຄອນ ຫຼວງ​ວຽງ​ຈັນ, ​ໂດຍ​ການ​ເປັນ​ປະທານ​ຂອງ ​ທ່ານ ນາງ ຣູ​ມົນ​ດັງ ສຸ​ມາ​ເຕຍ​ນີ ອຸປະ​ທູດ ແຫ່ງ ສ ອິນ​ ໂດ​ເນ​ເຊຍ ປະຈຳ ​ສປປ ລາວ, ມີ ປະທານ​ສະມາຄົມ​ມິດຕະພາບ​ລາວ-ອິນ​ໂດ​ເນ​ເຊຍ, ຫົວໜ້າ​ຫ້ອງການ​ທີ່​ປຶກ​ສາ​ທູດ​ຝ່າຍ​ປ້ອງ​ກັນ​ຊາດ ​ແຫ່ງ​ ສ ​ອິນ​ໂດ​ເນ​ເຊຍ​ປະຈຳ ​ສປປ ລາວ ພ້ອມ​ດ້ວຍ​ຜູ້ຕາງໜ້າ​ຈາກ​ກະຊວງ​ການ​ຕ່າງປະເທດ, ກະຊວງ​ປ້ອງ​ກັນ​ປະເທດ, ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ແລະ ກະຊວງ​ສຶກ​ສາ​ທິ​ການ ແລະ ກິລາ ແຫ່ງ ​ສປປ ລາວ, ອາຈານ​ສອນ​ວິຊາ​ພາສາ​ອິນ​ໂດ​ເນ​ເຊຍ ​ສຳລັບ​ຊາວ​ຕ່າງ​ຊາດ, ນັກ​ສຶກ​ສາ​​ຫຼັກສູດ​ພາສາ​ອິນ​ໂດ​ເນ​ເຊຍ ​ຊຸດ​ທີ 14, ອະດີດ​ນັກ​ສຶກ​ສາ​ທຶນ​ອິນ​ໂດ​ເນ​ເຊຍ ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ. ຊຸດ​ຮຽນ​ພາສາ​ອິນ​ໂດ​ເນ​ເຊຍ​ຄັ້ງ​ທີ 14 ໃນ​ປີ 2023 ມີ​ນັກ ຮຽນ​ຈຳນວນ​ທັງ​ໝົດ 98 ຄົນ​ ທີ່​ໄດ້​ລົງທະບຽນ​ເຂົ້າ​ຮຽນປະກອບ​ມີ 77 ຄົນ ຈາກ​ບຸກຄົນ​ທົ່ວ​ໄປ, ພະນັກງານ​ຕຳຫຼວດ 14 ຄົນ, ທະຫານ 7 ຄົນ. ສຳລັບ​ການ​ຮຽນ-ການ​ສອນ​ແມ່ນ​ຈັດ​ຂຶ້ນ​ຢູ່​ສະຖານທູດ​ອິນ​ໂດ​ເນ​ເຊຍ ປະຈຳ​ນະຄອນຫຼວງ​ວຽງ​ຈັນ ກຳນົດ​ຮຽນ 6 ເດືອນ ເລີ່ມ​ແຕ່​ວັນ​ທີ 15 ພຶດສະພາ 2023 ຫາ​ທ້າຍ​ເດືອນ ຕຸລາ 2023 ເລີ່ມ​ຮຽນ​ທຸກໆ​ວັນ​ຈັນ-ວັນ​ສຸກ ໂດຍ​ບໍ່​ມີຄ່າ​ໃຊ້​ຈ່າຍ​ໃດໆ. ສ່ວນ​ການ​ຮຽນ-ການ​ສອນ​ຈະ​ແບ່ງ​ອອກ​ເປັນ​ຫ້ອງ​ຮຽນ​ພື້ນ ຖານ ແລະ ຊັ້ນ​ສູງ ຂັ້ນ 1, 2, 3 ຕາມ​ລຳດັບ. ໂດຍ: ຈັນທະ​ວົງ ອຸ່ນ​ວິໄລ​ຫົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ