ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໂຮງງານ 209 ຈັດຕັ້ງປູກຕົ້ນໄມ້ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ
ເວລາອອກຂ່າວ: 2023-05-26 17:49:49 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1498 | ຄວາມນິຍົມ:



ໃນວັນທີ 26 ພຶສະພາ 2023 ນີ້, ໂຮງງານ 209 ໄດ້ຈັດຕັ້ງປູກຕົ້ນໄມ້ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດຄົບຮອບ 43 ປີ (1/6/1980-1/6/2023) ແລະ ວັນເດັກນ້ອຍສາກົນ ຄົບຮອບ 99 ປີ (1/6/11924-1/6/2023) ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພົນຈັດຕະວາ ອຸ່ນທອງ ບຸດສຸວັນ ຫົວໜ້າຫ້ອງການ ກົມໃຫຍ່ເສນາທິການກອງທັບ, ມີບັນດາກົມ, ຫ້ອງການ, ພະແນກການກົມໃຫຍ່ເສນາທິການ, ພະແນກການກົມສື່ສານ, ອໍານາດການປົກຄອງບ້ານບ້ານນາສ້ຽວ, ຄະນະພັກ-ຄະນະອໍານວຍການໂຮງງານ, ພະນັກງານ-ນັກຮົບ ແລະ ທະຫານໃໝ່ເຂົ້າຮ່ວມ. ທັງນີ້ເພື່ອເປັນການຈັດຕັ້ງຜັນຂະຫຍາຍແຜນການທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ດ້ວຍການປົກປັກຮັກສາຟື້ນຟຸູປ່າໄມ້ຕາມທິດສີຂຽວຍືນຍົງ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ໃຫ້ເປັນຂະບວນການຟົດຟື້ນ ທັງເປັນການເປັນການສ້າງໃຫ້ໂຮງງານ 209 ມີຄວາມອຸດົມສົມບູນໄປດ້ວຍຕົ້ນໄມ້ໃຫ້ໝາກ, ໃຫ້ຮົ່ມ ແລະ ກາຍເປັນຄ້າຍຄູສີຂຽວ ພ້ອມທັງເປັນການປຸກລະດົມໃຫ້ພະນັກງານ-ນັກຮົບທຸກພາກສ່ວນມີສ່ວນຮ່ວມໃນການຄຸ້ມຄອງ ແລະ ປົກປັກຮັກສາຕົ້ນໄມ້ທີ່ເສຍໄປ ແລະ ປູກທົດແທນຄືນໃໝ່. ສໍາລັບຕົ້ນໄມ້ທີ່ນໍາມາປູກໃນຄັ້ງນີ້ມີຕົ້ນໄມ້ອຸດສາຫະກຳ ແລະ ຕົ້ນໄມ້ກິນໝາກ ລວມມີທັງໝົດ 380 ຕົ້ນ ປູກໃສ່ດິນຫວ່າງເປົ່າຂອງກົມກອງ ເພື່ອເຮັດໃຫ້ກົມກອງກາຍເປັນຄ້າຍຄູສີຂຽວ. ພ້ອມນັ້ນ ສະຫາຍພັນໂທ ວຽງວິໄລ ພຸດທະວົງ ຫົວໜ້າການທະຫານ ໂຮງງານ 209 ຍັງໄດ້ລາຍງານການເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ຂອງກົມກອງໃນໄລຍະຜ່ານມາໂດຍຫຍໍ້ ແລະ ການຈັດຕັ້ງອົບຮົມທະຫານໃໝ່ໃນໄລຍະຜ່ານມາ ໃຫ້ຊາບ. ໂອກາດນີ້, ສະຫາຍ ພົນຈັດຕະວາ ອຸ່ນທອງ ບຸດສຸວັນ ຍັງໄດ້ກ່າວ່າ: ປ່າໄມ້ແມ່ນແຫຼ່ງຊັບພະຍາກອນທຳມະຊາດທີ່ມີຄຸນຄ່າສູງ ແລະ ມີບົດບາດສໍາຄັນທີ່ສຸດຕໍ່ ດໍາລົງຄົງຕົວຂອງມວນມະນຸດເຮົາ, ມີຄຸນປະໂຫຍດອັນໃຫຍ່ຫຼວງຕໍ່ການຂະຫຍາຍຕົວທາງ ດ້ານເສດຖະກິດ. ດັ່ງນັ້ນ ພັກ-ລັດຖະບານເຮົາຍາມໃດກໍ່ຖືເອົາວຽກງານຄຸ້ມຄອງປົກປັກຮັກສາ ແລະ ພັດທະນາປ່າໄມ້ ເປັນວຽກງານຍຸດທະສາດສຳຄັນ ຂອງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ເພື່ອເປັນການປະຕິບັດບັນດາແຜນຍຸດທະສາດປ່າໄມ້ ແຕ່ນີ້ຮອດປີ 2030 ແລະ ຄາດໝາຍດ້ານສິ່ງແວດລ້ອມ ທີ່ກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກວາງອອກ ໃຫ້ປະກົດຜົນເປັນຈິງ ໃນການປູກໄມ້ໃຫ້ບັນລຸ 5 ແສນເຮັກຕາ, ຟື້ນຟູປ່າທຳມະຊາດໃຫ້ໄດ້ 6 ແສນເຮັກຕາ, ຍົກລະດັບຄວາມປົກຫຸ້ມປ່າໄມ້ໃຫ້ໄດ້ 70% ວິໄສທັດຮອດປີ 2030 ກຽ່ວກັບການພັດທະນາສີຂຽວ ແລະ ຍືນຍົງ. ພ້ອມນີ້ສະຫາຍຍັງໄດ້ຮຽຮ້ອງໃຫ້ທຸກພາກສ່ວນພ້ອມກັນຍົກສູງນໍ້າໃຈຮັບຜິດຊອບໃນການປູກ, ປົກປັກຮັກສາເພື່ອເຮັດໃຫ້ບັນດາຕົ້ນໄມ້ທີ່ປູກໃນວັນນີ້ ເປັນປ່າທີ່ຂຽວງາມໃນຕົວເມືອງ, ເພີ່ມຄວາມສີຂຽວໃຫ້ນະຄອນຫຼວງວຽງຈັນ ແລະ ມີຄຸນປະໂຫຍດໃນຕໍ່ໜ້າ, ພ້ອມນັ້ນ ກໍ່ຕ້ອງເອົາໃຈ ໃສ່ສຶກສາອົບຮົມໃຫ້ຄົນຮຸ່ນໜຸ່ມ, ລູກ-ຫຼານໃຫ້ໄດ້ຄວາມໝາຍຄວາມສໍາຄັນ ແລະ ຄຸນປະໂຫຍດ ຂອງປ່າໄມ້ ແນ່ໃສ່ເພື່ອປູກຈິດສໍານຶກໃຫ້ເຂົາເຈົ້າມີແນວຄິດຮັກທຳມະຊາດ, ຮັກຮັກ ຄວາມສວຍງາມຂອງບ້ານເກີດເມືອງນອນ ກໍ່ຄືຮັກປະເທດຊາດຂອງຕົນ ແລະ ໃຫ້ເຂົາເຈົ້າມີສ່ວນຮ່ວມໃນການອະນຸລັກຮັກສາປ່າໄມ້ໃຫ້ສວຍງາມ ຕະຫຼອດໄປ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ