ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເຢຍ​ລະ​ມັນ​ຕົກ​ຢູ່​ພາວະ​ເສດຖະກິດຖົດ​ຖອຍ
ເວລາອອກຂ່າວ: 2023-05-30 08:31:00 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 29 | ຄວາມນິຍົມ:



ສຳນັກ​ຂ່າວ​ຫວຽດນາມ​ນິວ​ລາຍ​ງາຍ​ວັນ​ທີ 29 ພຶດສະພາ​ນີ້​ວ່າ: ເຢຍ​ລະ​ມັນ​ເປັນ​ປະເທດ​ເສດຖະກິດ​ໃຫຍ່​ທີ່​ສຸດ​ຂອງ​ເຂດ​ທີ່​ໃຊ້​ເງິນ​ເອີ​ໂຣ, ເຊິ່ງ​ກວມ​ເອົາ​ເກືອບ 30% ຍອດ​ຜະລິດ​ຕະ​ພັນ​ເສດຖະກິດ​ຂອງ​ກຸ່ມ​ປະເທດ​ທີ່​ໃຊ້​ເງິນ​ສະກຸນ​ນີ້ ແລະ ກໍ​ຍັງ​ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ທີ່​ໃຫຍ່​ທີ່​ສຸດ ຂອງ 27 ປະເທດ​ສະຫະພາບ​ເອີ​ຣົບ (ອີ​ຢູ). ໃນ​ບໍ່​ດົນ​ມາ​ນີ້, ອີງ​ຕາມ​ບົດ​ລາຍ​ງານ​ການເມືອງ ທີ່​ໄດ້​ເປີດເຜີຍ​ເມື່ອ​ບໍ​ດົນ​ມາ​ນີ້​​ຂອງ​ປະເທດ​ນີ້​ໃຫ້​ຮູ້, ເສດຖະກິດ​ເຢຍ​ ລະ​ມັນ​ກຳລັງ​ຕົກ​ຢູ່​ໃນ​ພາວະ​ເສດຖະກິດ​ຖົດ​ຖອຍ, ປະລິມານ​ການ​ຜະລິດລົງ 0,3% ໃນ​ໄຕ​ມາດ​ທຳ​ອິດ​ຂອງ​ປີ​ນີ້ ແລະ ໄຕ​ມາດ​ທີ່​ສອງ​ກໍ​ຍັງ​ຫຼຸດ​ລົງ​ຢ່າງ​ຕໍ່​ເນື່ອງ. ສາເຫດ​ແມ່ນ​ເນື່ອງ​ຈາກ​ຜູ້​ບໍລິໂພກ​ມີ​ຄວາມ​ລະມັດລະວັງ​ຕໍ່​ການ​ໃຊ້​ຈ່າຍ​ຫຼາຍ​ຂຶ້ນ​ໃນ​ສະພາບ​ການ​ທີ່​ລາຄາ​ສິນຄ້າ​ເພີ່ມ​ຂຶ້ນ​ໂດຍ​ອັດຕາ​ເງິນ​ເຟີ້​ເຖິງ 7,2%. ສິ່ງ​ດັ່ງກ່າວ​ເພີ່ມ​ຄວາມ​ກົດ​ດັນ​ໃຫ້​ລັດຖະບານ​ເຢຍ​ລະ​ມັນ​ ຕັດ​ການ​ໃຊ້​ຈ່າຍ​ບາງ​ສ່ວນ​ຂອງ​ລັດ​ອອກ ແລະ ນີ້​ກໍ​ແມ່ນ​ຄັ້ງ​ທຳ​ອິດ​ໃນ​ຮອບ​ຫຼາຍ​ປີ​ທີ່​ງົບປະມານ​ຂອງ​ລັດຖະບານ​ກາງ​ໄດ້​ຫຼຸດ​ລົງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ