ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະທານາທິບໍດີ ຕວກ​ກີ ຊະນະ​ການ​ເລືອກ​ຕັ້ງ​ໄດ້​ດຳລົງ​ຕຳແໜ່ງ​ອີກ​ສະໄໝ
ເວລາອອກຂ່າວ: 2023-05-30 08:31:32 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 30 | ຄວາມນິຍົມ:



ສຳນັກ​ຂ່າວ​ຫວຽດນາມ​ນິວ​ລາຍ​ງາຍ ວັນ​ທີ 29 ພຶດສະພາ ນີ້​ວ່າ: ຕອນ​ເຊົ້າ​ວັນ​ທີ 29 ພຶດສະພາ ຕາມ​ເວລາ​ປະເທດ​ລາວ ການ​ເລືອກ​ຕັ້ງ​ປະທານາທິບໍດີ ຕວກ​ກີ ຮອບ​ທີ 2 (ຮອບ​ຕັດສິນ)ໄດ້​ສິ້ນ​ ສຸດ​ລົງ​ດ້ວຍ​ໄຊຊະນະ​ຂອງ​ປະ ທານາທິບໍດີ ລີ​ເຊບ ເຕ​ຢິບ ເອີ​ໂດ​ກັນ ເຊິ່ງ​ຈະ​ໄດ້​ລົງ​ຕຳແໜ່ງ​ເປັນ​ຜູ້ນຳ​ຂອງ​ປະເທດ​ນີ້​ຕື່ມ​ອີກ 5 ປີ ແລະ ກາຍເປັນ​ປະທານ​ນາ​ທິ​ບໍ ດຳລົງ​ຕຳແໜ່ງ​ດົນ​ທີ່​ສຸດ​ໃນ​ປະເທດ​ນີ້. ສະພາ​ເລືອກ​ຕັ້ງ​ສູງ​ສຸດ​ຂອງ​ປະເທດ​ນີ້​ເປີດເຜີຍ​ໃຫ້​ຮູ້​ວ່າ: ຈາກ​ການ​ນັບ​ຄະແນນ​ສຳເລັດ​ແລ້ວ 99,43% ບັດ​ທີ່​ໄດ້​ນັບ​ນັ້ນ, ປະທານາທິບໍດີ ເອີ​ໂດ​ກັນ ໄດ້​ຮັບ​ ຄະແນນ​ສຽງ 52,14% ໃນ​ຂະ ນະ​ທີ່​ທ່ານ ເຄ​ມານ ຄີ​ລິກ​ດາ​ໂຣກ​ລູ ຜູ້ນຳ​ພັກ​ປະຊາທິປະໄຕ​ຝ່າຍ​ຄ້ານ (CHP) ໄດ້​ຄະແນນ​ສຽງ​ພຽງ 47,68% . ກ່າວ​ຄຳ​ເຫັນ​ພາຍຫຼັງ​ໄຊຊະນະ, ທ່ານ​ປະທານາທິບໍດີ ເອີ​ໂດ​ກັນ ໄດ້​ຂອບໃຈ​ບັນດາ​ຜູ້​ທີ່​ມີ​ສິດ​ເລືອກ​ຕັ້ງ​ໃນ ຕວກ​ກີ ທີ່​ໄວ້​ວາງໃຈ​ໃຫ້​ທ່ານ​ດຳລົງ​ຕຳແໜ່ງ​ເປັນ​ປະທານ​ນາ​ທະ​ບໍດີ​ຂອງ​ປະເທດ​ນີ້​ເຖິງ​ປີ 2028. ພ້ອມ​ທັງ​ໃຫ້​ຄຳ​ໝັ້ນ​ສັນ ຍາ​ວ່າ​ຈະ​ສືບຕໍ່​ນຳພາ​ປະເທດ​ຊາດ​ກ້າວ​ໄປ​ສູ່​ຄວາມສຸກ​ສີວິໄລ ແກ້​ໄຂ​ບັນຫາ​ທີ່​ມັນ​ຄົງ​ຄ້າງ​ໂດຍ​ສະ​ເພ​​າະ​ແມ່ນ​ບັນຫາ​ເງິນ​ເຟີ້. ໃນ​ທັນທີ​ຫຼັງ​ຈາກ​ການ​ປະກາດ​ຜົນ​ການ​ເລືອກ​ຕັ້ງ​ໂດຍ​ສະພາ​ເລືອກ​ຕັ້ງ​ສູງ​ສຸດ​ຂອງ​ຕວກ​ກີ, ປະຊາຊົນ​ຫຼາຍ​ຄົນ​ໄດ້​ເດີນ​ຂະ​ບວນ​ຢູ່​ຖະໜົນ​ໃນ​ນະຄອນ ອິດ​ສະ​ຕັນ​ບູນ ແລະ ຫຼາຍ​ເມືອງ​ໃຫຍ່​ໃນ​ຕວກ​ກີ ເພື່ອ​ສະຫຼອງ​ໃຫ້​ແກ່​ທ່ານ​ປະ​ທານ​ນາ​ທິ​ບໍດີ​ຂອງ​ພວກ​ເຂົາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ