ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເພີ່ມ​ທະວີ​ການ​ຮ່ວມ​ມື​ສາກົນ ໃນ​ການ​ຫັນປ່ຽນ​ພະລັງງານ​ແບບ​ຍຸຕິ​ທຳ
ເວລາອອກຂ່າວ: 2023-05-30 08:32:10 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 29 | ຄວາມນິຍົມ:



ຕາມ​ຂ່າວສານ​ຊິນ​ຮວາ ລາຍ​ງານ​ວັນ​ທີ 28 ພຶດສະພາ ນີ້​ວ່າ: ວັນ​ທີ 26 ພຶດສະພາ, ກະຊວງ​ການ​ຕ່າງປະເທດ ຫວຽດນາມ ໄດ້​ສົມທົບ​ກັບ​ໂຄງການ​ພັດທະນາ ​ສປຊ (UNDP) ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ສາກົນ ເພື່ອ​ແນໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື, ສົ່ງເສີມ​ການ​ຖ່າຍ​ທອດ​ຄວາມ​ຮູ້ ແລະ ຊຸກຍູ້​ການ​ແບ່ງປັນ​ບົດຮຽນ​ໃນ​ວິວັດ​ການ​ຫັນປ່ຽນ​ພະລັງງານ​ແບບ​ຍຸຕິ​ທຳ.    ກອງ​ປະຊຸມ​ສຳ​ມະ​ນາ​ຈັດ​ຕັ້ງ​ດ້ວຍ​ຮູບ​ແບບ​ເຊິ່ງ​ໜ້າ​ຢູ່ ນະ ຄອນຫຼວງ​ຮ່າ​ໂນ້ຍ ສົມທົບ​ກັບ​ ແບບ​ທາງໄກ, ດ້ວຍ​ການ​ເຂົ້າ​ ຮ່ວມ​ຂອງ​ບັນດາ​ຜູ້​ແທນ​ຂັ້ນ​ສູງ​ ຈາກ​ລັດຖະບານ 3 ປະເທດ ທີ່​ມີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຫັນ ປ່ຽນພະລັງງານ​ແບບ​ຍຸຕິ​ທຳ (JETPs)-ອາ​ຟຣິ​ກາໃຕ້, ອິນ ​ໂດ​ເນ​ເຊຍ ແລະ ຫວຽດນາມ ກໍ​ຄື​ບັນດາ​ຜູ້​ແທນ​ມາ​ຈາກ 7 ປະ ເທດ​ອື່ນ​ພວມ​ພັດທະນາ, ມີ​ຄວາມ ​ເອົາໃຈໃສ່​ຢ່າງ​ແຮງ​ເຖິງ​ວິວັດ​ການ​ຫັນປ່ຽນ​ພະລັງງານ. ບັນ ດາ​ຜູ້​ແທນ​ປຶກສາ​ຫາລື​ກ່ຽວ​ກັບ ​ການ​ເພີ່ມ​ທະວີ​ການ​ສົມທົບ​ກັບ ​ສາກົນ, ພິເສດ​ແມ່ນ​ການ​ຮ່ວມ ມືໃນ​ວິວັດ​ການ​ຫັນປ່ຽນ​ພະລັງ ງານ​ແບບ​ຍຸຕິ​ທຳ. ກອງ​ປະຊຸມ ​ສຳ​ມະ​ນາ​ໄດ້ເນັ້ນ​ໜັກ​ຄວາມ​ສຳ ຄັນ​ຂອງ​ແງ່​ມູມ “ຍຸຕິ​ທຳ” ໃນ​ ວິວັດ​ການ​ຫັນປ່ຽນ​ພະລັງງານ, ມຸ່ງຫວັງ​ຢາກ​ໜູນຊ່ວຍ​ບັນດາ​ ຄວາມ​ມານະ​ພະຍາຍາມ​ຫັນປ່ຽນ ພະລັງງານ​ລະຫວ່າງ​ບັນດາ​ປະ ເທດ ແລະ ຊຸກຍູ້​ບັນດາ​ໂຄງການ, ເປົ້າ​ໝາຍ​ຫັນປ່ຽນ​ພະລັງງານ ​ລະຫວ່າງ​ບັນດາ​ປະເທດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ