ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ດານ​ມາກ ມີ​ແຜນ​ສັ່ງ​ຊື້​ປືນ​ໃຫຍ່ ແລະ ເຄື່ອງ​ຍິງ​ຈະ​ຫຼວດ
ເວລາອອກຂ່າວ: 2023-05-30 08:33:53 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 32 | ຄວາມນິຍົມ:



ຕາມ​ການ​ເປີດເຜີຍ​ຢ່າງ​ເປັນ​ທາງ​ການ​ຂອງ​ບໍລິສັດ Elbit Systems ວ່າ: ໄດ້​ຮັບ​ສັນຍາ​ມູນ​ຄ່າ​ສັ່ງ​ຊື້​ລວມ 252 ໂດ​ລາ​ສະຫະລັດ ສຳລັບ​ການ​ຈັດ​ຫາ​ລະບົບ​ຈະ​ຫຼວດ ແລະ ປືນ​ໃຫຍ່​ໃຫ້​ກັບ​ກອງທັບ​ດານ​ມາກ. ໂດຍ​ທາງ​ບໍລິສັດ​ຜະລິດ​ອາວຸດ​ຈະ​ຈັດ​ຫາ​ປືນ​ໃຫຍ່​ອັດຕາ​ຈອນ​ຂະໜາດ 155 ​ມມ ລຸ້ນ ATMOS ຕາມ​ສັນ ຍາ​ຈະ​ມີ​ການ​ແບ່ງ​ເປັນ​ສອງ​ສະບັບ​ຄື: ສະບັບ​ທຳ​ອິດ​ມີ​ມູນ​ຄ່າ 119 ລ້ານ​ ສຳລັບ​ປືນ​ໃຫຍ່ ແລະ​ສະບັບ​ທີ​ສອງ 133 ລ້ານ​ ສຳລັບ​ຈະ​ຫຼວດ. ATMOS ເປັນ​ປືນ​ໃຫຍ່​ອັດຕາ​ຈອນ​ລໍ້​ຍາງ​ທີ່​ສາມາດ​ຍິງ​ກະສຸນ​ຂະໜາດ 155 ​ມມ ແລະ ສາມາດ​ຮອງ​ຮັບ​ກະສຸນ​ຈາກ​ກຸ່ມ​ນາ​ໂຕ້​ໄດ້, ມີ​ໄລຍະ​ຍິງ​ໄກ 40 ກິໂລ ແມັດ ແລະ ມັນ​ສາມາດ​ຍິງ​ໄດ້​ໄກ​ ຂຶ້ນ​ຖ້າ​ຍິງ​ດ້ວຍ​ກະສຸນ​ທີ່​ໃຊ້​ຄວາມ ດັນ​ຊ່ວຍ. ສຳລັບ​ເຄື່ອງ​ຍິງ​ຈະ​ຫຼວດ P ULS ສາມາດ​ຍິງ​ໄດ້​ທັງ​ຈະ​ຫຼວດ​ນຳ​ວິຖີ ແລະ​ ລູກ​ຈະ​ຫຼວດ​ທຳ​ມະ​ດາ ເຊິ່ງ​ມີ​ໄລຍະ​ຍິງ​ຕັ້ງແຕ່ 12-300 ກິໂລແມັດ ທີ່​ສຳຄັນ​ລະບົບ​ຈະ​ຫຼວດ​ຊະນິດ​ນີ້​ສາມາດ​ປັບ​ໃຫ້​ເຂົ້າ​ກັບ​ທີ່​ຕັ້ງ​ຂອງ​ຈະ​ຫຼວດ​ທີ່ຢູ່​ເທິງ​ລົດ​ບັນທຸກ​ລໍ້​ຍາງ ເຮັດ​ໃຫ້​ລຸດ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ບຳລຸງ​ຮັກສາ​ໃນ​ການ​ເຝິກອົບຮົມ ແລະ ​ໃນ​ເວລາ​ສູ້​ຮົບ​ໂຕ​ຈິງ​ໄດ້.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ