ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນ​ໃຫຍ່ 497 ຍິງເປົ້າ​ໝາຍ​ດ້ວຍ​ລູກປືນ​ແທ້ ໃຫ້​ທະຫານ​ໃໝ່ ຊຸດ​ທີ VIII ປະຈຳ​ປີ 2023
ເວລາອອກຂ່າວ: 2023-05-30 08:49:50 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 132 | ຄວາມນິຍົມ:



ວັນ​ທີ 19 ພຶດສະພາ 2023 ນີ້, ກອງພັນ​ໃຫຍ່ 497 ໄດ້​ຍິງເປົ້າ​ໝາຍ​ດ້ວຍ​ລູກປືນ​ແທ້ ໃຫ້​ທະຫານ​ໃໝ່ ຊຸດ​ທີ VIII ປະຈຳ​ປີ 2023, ຢູ່​ທີ່​ສະໜາມ​ຍິງ​ປືນ​ຂອງ​ກົມ​ກອງ, ໂດຍ​ການ​ເຂົ້າ​ຮ່ວມ​ຂອງ ​ສະຫາຍ ພັນ​ໂທ ບຸນ​ຈອນ ອ່ອນ​ພະຈັນ ຄະນະ​ພັກ​ກອງພັນ​ໃຫຍ່ ຮອງ​ຫົວໜ້າ​ພະ​ແນກ​ເສນາ​ທິ​ການ, ມີ​ຄະນະ​ພັກ-ຄະນະ​ບັນຊາ, ພະນັກງານ ຄູ-ອາຈານ ແລະ ພະນັກງານ​ທະຫານ​ໃໝ່​ 117 ສະ ຫາຍ. ສະຫາຍ ພັນ​ຕີ ແຕ໋ງ ວົງ​ພະຈັນ ຄູ​ປະຈຳ​ວິຊາ ໄດ້​ຜ່ານ​ແຜນການ​ຍິງເປົ້າ​ໝາຍ​ດ້ວຍ​ລູກປືນ​ແທ້​ໃຫ້​ທະຫານ​ໃໝ່ ປະຈຳ​ປີ 2023 ໃຫ້​ຮູ້​ວ່າ: ເພື່ອ​ເປັນ​ການ​ກວດກາ​ຕີ​ລາຄາ​ຄືນ​ຜົນ​ໄດ້​ຮັບ​ໃນ​ການ​ສິດສອນ​ຂອງ​ຄູ-ອາຈານ ແລະ ກວດກາ​ລະດັບ​ຄວາມ​ຮູ້-ຄວາມ​ສາມາດ​ຂອງ​ທະຫານໃໝ່, ຜ່ານ​ການເຝິກແອບ​ຮໍ່າຮຽນທັງ​ພາກ ​ທິດ​ສະ​ດີ ແລະ ພາກ​ປະຕິບັດ​ຕົວ​ຈິງ ສາມາດ​ຕີ​ລາຄາຜົນ​ໄດ້​ຮັບ​ດັ່ງນີ້: ຂັ້ນ​ເກັ່ງ 30 ສະຫາຍ, ຂັ້ນ​ດີ 70 ສະຫາຍ ແລະ ຄາດ ໝາຍ 17 ສະຫາຍ, ການຈັດ ຕັ້ງ​ຍິງເປົ້າ​ໝາຍ​ດ້ວຍ​ລູກປືນ​ແທ້​​ໄດ້​ຮັບ​ຜົນສຳເລັດ​ຢ່າງ​ຈົບງາມ ແລະ ຮັບປະກັນ​ຄວາມ​ປອດ​ໄພ 100%. ໃນ​ນັ້ນ, ສະແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເອົາໃຈໃສ່​ໃນ​ ການ​ນຳພາ-ຊີ້​ນຳຢ່າງ​ໃກ້ຊິດຕິດແທດ​ຂອງ​ຜູ້​ບັນຊາ ແລະ ຄູ-ອາ ຈານ ທີ່​ໄດ້​ເປັນ​ເຈົ້າ​ການ​ຖ່າຍ​ທອດ​ສົ່ງ​ຄວາມ​ຮູ້​ໃຫ້​ແກ່​ທະຫານໃໝ່ ກໍ​ຄື​ທະຫານໃໝ່ແຕ່​ລະ​ສະ ຫາຍ​ທີ່​ໄດ້​ເອົາໃຈໃສ່​ຢ່າງ​ຕັ້ງໜ້າ​ໃນການ​ຄົ້ນຄວ້າ​ຮໍ່າຮຽນ, ສາມາດເຂົ້າໃຈ​ກຳ​ແໜ້ນ​ເນື້ອ​ໃນ​ບົດຮຽນ​ໄດ້ດີ ແລະ ປະຕິບັດ​ຂໍ້​ກຳນົດ, ກົດ​ລະບຽບ​ຂອງ​ກອງທັບ ກໍ​ຄື​ລະບຽບ​ໃນ​ພາກ​ສະໜາມ​ຢ່າງ​ເຂັ້ມ​ງວດ, ຈຶ່ງ​ເຮັດ​ໃຫ້ການ​ຍິງ ເປົ້າ​ໝາຍ​ດ້ວຍ​ລູກປືນ​ແທ້​ໃນ​ຄັ້ງ​ນີ້​ບັນລຸ​ຕາມ​ຈຸດປະສົງ ແລະ ຄາດໝາຍ​ທີ່​ວາງ​ໄວ້. ໂດຍ: ເປີ້ນ ແສງ​ຄຳ​ມີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ