ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫົວໜ້າອຳນວຍ​ການ ສະຖານີ​ໂທລະພາບ​ກອງທັບ ເຄື່ອນ​ໄຫວ​ເຮັດ​ວຽກ ຢູ່ ​ວຕກ
ເວລາອອກຂ່າວ: 2023-05-30 08:50:57 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 239 | ຄວາມນິຍົມ:



ວັນ​ທີ 24 ພຶດສະພາ 2023 ນີ້, ສະຫາຍ ພັນ​ເອກ ຈະເລີນ​ສຸກ ວັງ​ເວີນ​ໂຂງ ຫົວໜ້າອຳນວຍ​ການ​ສະຖານີ​ໂທລະພາບ​ກອງທັບ ພ້ອມ​ຄະນະ ໄດ້​ເຄື່ອນ​ໄຫວ​ເຮັດ​ວຽກ ຢູ່ ວິທະຍາຄານ​ເຕັກນິກ​ການ​ທະຫານ (ວຕກ). ໂດຍ​ການ​ຕ້ອນຮັບ​ຂອງ ສະຫາຍ ພັນ​ເອກ ພູທອນ ຄຸນ​ລີ​ວົງ ຮອງ​ຫົວໜ້າ​ອຳນວຍ​ການ, ຫົວໜ້າ​ຫ້ອງ ການ​ເມືອງ, ມີ​ບັນດາ​ອົງ​ການຈັດຕັ້ງ​ມະຫາຊົນ, ນັກ​ໂຕ້​ວາທີ ແລະ ຊາວ​ໜຸ່ມ​ທົ່ວ ​ວຕກ ເຂົ້າ​ຮ່ວມ. ສະຫາຍ ຊັ້ນ 1 ນາງ ແອັນ​ນ່າ ສີດາ​ລາ ວິຊາ​ການ​ໂຄງການ​ໂຕ້​ວາທີ ເພື່ອ​ຊາດ ເພື່ອ​ການ​ພັດທະນາ ໃນ​ລາຍການ “ຟັງ​ຂ້ອຍ​ເວົ້າ” ທັງ​ເປັນ​ວິທະຍາ​ນິກອນໄດ້​ນຳ​ສະເໜີເປົ້າ​ໝາຍ, ຈຸດປະສົງ ແລະ ເນື້ອ​ໃນ​ລະອຽດ​ຂອງການ​ແຂ່ງຂັນ​ໂຕ້​ວາທີ ​ຄັ້ງ​ທີ I ປະຈຳ​ປີ 2023 ໃນ​ຫົວຂໍ້ ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ 2030, ສອງ​ວາລະ​ແຫ່ງ​ຊາດ, ບັນຫາ​ຢາ​ເສບ​ຕິດ ແລະ ບັນຫາ​ຫຍຸ້ງຍາກ​ເສດຖະກິດ​ການ​ເງິນ ແລະ ການ​ປົກ​ປັກ​ຮັກສາ​ປະເທດ​ຊາດ. ໂດຍ​ແນໃສ່​ສົ່ງເສີມ​ພັດທະນາ ທັກ​ສະ​ທາງ​ດ້ານ​ວາທະ​ສິນ ການ​ປາກ​ເວົ້າ ແລະ ຄວາມ​ຮູ້, ຄວາມ​ສາມາດ, ກ້າ​ຄິດ ກ້າ​ສະແດງ​ອອກ​ໃນ​ການ​ເວົ້າ​ຕໍ່ໜ້າ​ມວນ​ຊົນ​ຢ່າງ​ມີ​ສິລະ​ປະ​ທີ່​ດີໃຫ້​ແກ່​ນັກຮົບ​ຊາວ​ໜຸ່ມ-ແມ່ຍິງ, ນັກຮຽນ-ນັກ​ສຶກ​ສາ​ທີ່​ມີ​ອາຍຸ 18-35 ປີ, ມີ​ຄວາມ​ຮູ້, ຄວາມ​ສາມາດ, ມັກ​ຮັກ​ໃນ​ການ​ສົນທະນາ ເວົ້າ​ສະເພາະ​ແມ່ນ​ເພື່ອ​ເຮັດ​ໃຫ້​ຊາວ​ໜຸ່ມ-ໄວ​ໜຸ່ມ ​ທົ່ວ ​ວຕກ ສົນໃຈ​ເຂົ້າ​ຮ່ວມ​ໂຄງການ​ແຂ່ງຂັນ​ໂຕ​້ວາທີ​ເພື່ອ​ຊາດ​ໃນ​ຄັ້ງ​ນີ້. ໃນ​ໂອກາດ​ດຽວ​ກັນ, ສະຫາຍ ພັນ​ເອກ ພູທອນ ຄຸນ​ລີ​ວົງ ໄດ້​ສະແດງ​ຄວາມ​ຂອບໃຈ ມາ​ຍັງ​ທີມ​ງານ​ໂທລະພາບ​ກອງທັບ ທີ່​ໄດ້​ມີ​ກິດຈະກຳ​ນີ້ທີ່​ເປັນຄວາມ​ຮູ້, ນຳ​ເອົາ​ບົດຮຽນ​ອັນ​ແປກ​ໃໝ່ ມາ​ເຜີຍແຜ່​ໃຫ້​ພະນັກງານ-ນັກຮົບ, ຊາວ​ໜຸ່ມ-ໄວ​ໜຸ່ມ​ ທົ່ວ ​ວຕກ ໄດ້​ມີ​ໂອກາດ​ເຂົ້າ​ຮ່ວມ​ໂຄງການ ເພື່ອ​ພັດທະນາ​ທັກ​ສະ​ໃນ​ການ​ເວົ້າ​ຂອງພະນັກງານ-ນັກຮົບ ທົ່ວ ​ວຕກ ມີ​ຄວາມ​ກ້າ​ຄິດ ກ້າ​ສະແດງ​ອອກ, ນຳ​ເອົາ​ຄວາມ​ຮູ້​ດັ່ງກ່າວ​ມາ​ໝູນ​ໃຊ້​ເຂົ້າ​ໃນ​ໜ້າທີ່​ການເມືອງ​ຕົວ​ຈິງ​ຂອງ​ຕົນ ເພື່ອ​ຮັບປະກັນ​ໃນ​ການ​ພັດທະນາ​ກົມ​ກອງ​ໃຫ້​ມີ​ຄວາມ​ທັນ​ສະໄໝ​ເທື່ອ​ລະ​ກ້າວ ແລະ ພ້ອມ​ທີ່​ຈະ​ສົ່ງ​ທີມ​ນັກ​ໂຕ້​ວາທີ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ຢ່າງ​ສຸດ​ກົກ​ສຸດ​ປາຍ. ໂດຍ: ເພັດ​ນາລີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ