ກທອ ປະກາດການເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນ ໃຫ້ນາຍທະຫານ
ເວລາອອກຂ່າວ: 2023-05-30 08:52:55 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1600 | ຄວາມນິຍົມ:
ໃນວັນທີ 25 ພຶດສະພາ 2023 ນີ້, ກອງບັນຊາການ ທະຫານອາກາດ (ກທອ) ໄດ້ປະກາດການເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນໃຫ້ນາຍທະຫານກອງບັນ
ຊາການທະຫານອາກາດ, ກອງພັນໃຫຍ່ 703 ແລະ ກອງຮ້ອຍຣາດາ, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຄຳຫຼ້າ ສິມມະວົງ ຮອງຫົວໜ້າກອງບັນຊາການທະຫານອາກາດ, ຫົວໜ້າຫ້ອງການເມືອງ , ມີຄະນະອົງການ 6 ຫ້ອງ, ຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ 703 ແລະ ບັນດາພະແນກການ ພ້ອມດ້ວຍນາຍທະ ຫານໄດ້ຮັບການເລື່ອນຊັ້ນໃໝ່ເຂົ້າຮ່ວມ.
ສະຫາຍ ພັນໂທ ວົງເດືອນ ບຸດຈະເລີນ ຫົວໜ້າພະແນກພະ ນັກງານ ຫ້ອງການເມືອງ ກອງບັນຊາການທະຫານອາກາດ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນໃຫ້ນາຍທະຫານກອງບັນຊາການທະຫານອາກາດ, ກອງພັນໃຫຍ່ 703 ແລະ ກອງຮ້ອຍຣາດາ, ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ, ກະຊວງປ້ອງກັນປະເທດ ຕົກລົງ: ເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນຮ້ອຍເອກ ຂຶ້ນ ພັນຕີ ຈຳນວນ 17 ສະຫາຍ, ຍິງ 3 ສະຫາຍ, ເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນ ຮ້ອຍໂທ ຂຶ້ນ ຮ້ອຍເອກ ຈຳນວນ 16 ສະຫາຍ, ຍິງ 1 ສະຫາຍ, ເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນ ຮ້ອຍຕີ ຂຶ້ນ ຮ້ອຍໂທ ຈຳນວນ 20 ສະຫາຍ, ຍິງ 7 ສະຫາຍ, ເລື່ອນຊັ້ນ ວາທີ ຂຶ້ນຮ້ອຍຕີ ຈຳນວນ 1 ສະຫາຍ.
ສະຫາຍ ພັນເອກ ຄຳຫຼ້າ ສິມມະວົງ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່ ທີ່ເຮັດໜ້າທີ່ການເມືອງຂອງກົມກອງມີຜົນສຳເລັດ, ພ້ອມທັງຮຽກຮ້ອງມາຍັງນາຍທະຫານຈົ່ງພ້ອມກັນຍົກສູງຄວາມຮັບຜິດ
ຊອບວຽກງານ, ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນທາດການເມືອງ, ດ້ານຄຸນສົມບັດສິນທຳປະຕິວັດ, ມີຄວາມຮູ້ ຄວາມສາ ມາດນຳພາ-ຊີ້ນຳບັນດາຂົງເຂດວຽກງານຂອງກົມກອງໃຫ້ຂະຫຍາຍຕົວ ແລະ ປັບປຸງແບບແຜນວິທີເຮັດວຽກ, ແບບແຜນການນຳພາໃຫ້ກ້າວສູ່ລວງເລິກວຽກງານຕົວຈິງ ຖືກກັບເປົ້າໝາຍວຽກງານວິຊາສະເພາະຂອງກົມກອງຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້, ມີທັດສະນະມະຫາຊົນກວ້າງຂວາງ ເອື້ອເຟື້ອເຜື່ອແຜ່ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ມີສະຕິຕໍ່ການຈັດຕັ້ງ, ເຊື່ອໝັ້ນການນຳພາຂອງພັກ, ກົດລະບຽບຂອງລັດ, ເປັນແບບຢ່າງທີ່ດີໃນການເຄື່ອນໄຫວວຽກງານປິ່ນອ້ອມຂອງກົມກອງ ແລະ ພ້ອມກັນປະຕິບັດໜ້າທີ່ການເມືອງຂອງກົມກອງໃຫ້ມີຄວາມຮັບຜິດຊອບສູງຂຶ້ນກວ່າເກົ່າ.
ໂດຍ: ສີທາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ