ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

4 ໜ່ວຍ​ພັກ ທີ່​ຂຶ້ນ​ກັບ​ຄະນະ​ພັກ​ຮາກ​ຖານ​ຫ້ອງການ ທະຫານແຂວງສາລະວັນ ຮັບ​ໃບຢັ້ງຢືນ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ຄັ້ງ​ທີ I
ເວລາອອກຂ່າວ: 2023-05-30 08:56:34 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 955 | ຄວາມນິຍົມ:



ໃນ​ວັນ​ທີ 25 ພຶດສະພາ 2023 ນີ້, 4 ໜ່ວຍ​ພັກ ທີ່​ຂຶ້ນ​ກັບ​ຄະນະ​ພັກ​ຮາກ​ຖານ​ຫ້ອງການ ກອງ​ບັນຊາ​ການ​ທະຫານ​ແຂວງ​ສາລະ​ວັນ ໄດ້​ຈັດ​ພິທີ​ມອບ​ໃບຢັ້ງຢືນ​ໜ່ວຍ​ພັກ ປອດ​ໃສ ເຂັ້ມແຂງ ໜັກ ແໜ້ນ ຄັ້ງ​ທີ I ປະຈຳ​ປີ 2022, ໂດຍ​ການເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ໂສພາ ໂພ​ໄຊ​ຍະ​ວົງ ຄະນະ​ປະຈຳ​ພັກ​ກອງ​ບັນຊາ​ການ ຫົວໜ້າ​ຫ້ອງ​ການເມືອງ ​ກອງ​ບັນຊາ​ການ​ທະຫານ​ແຂວງ​ສາລະ​ວັນ, ມີ​ຄະນະ​ພັກ​ຮາກ​ຖານ​ຫ້ອງ, ຄະນະ​ໜ່ວຍ​ພັກ ຕະຫຼອດ​ຮອດ​ສະມາຊິກ​ພັກ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ສົມ​ນຶກ ແກ້ວ​ປັນຍາ ຄະນະ​ພັກ​ຮາກ​ຖານ​ຫ້ອງ ເລຂາ​ໜ່ວຍ​ພັກ​ບໍລິຫານ ຮອງ​ຫົວໜ້າ​ຫ້ອງການ ກອງ​ບັນຊາ​ການ​ທະຫານ​ແຂວງ ໄດ້​ຕາງໜ້າ 4 ໜ່ວຍ​ພັກ ຜ່ານ​ບົດ​ສະຫຼຸບ​ຕີ​ລາຄາ​ປະ​ເມີນ​ຜົນ​ການ ກໍ່ສ້າງ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ຄັ້ງ​ທີ I ປະຈຳ​ປີ 2022, ຕະຫຼອດ​ໄລຍະ 1 ປີ ຜ່ານມາ ຄະນະ​ພັກ​ຮາກ​ຖານ​ຫ້ອງການ ​ກອງ​ບັນຊາ​ການ​ທະຫານ​ແຂວງ ໄດ້​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ເນື້ອ​ໃນ​ດັ່ງກ່າວ​ເຂົ້າ​ສູ່​ວຽກ​ງານ​ຕົວ​ຈິງ ຕິດ​ພັນ​ກັບ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ​ທີ່​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ, ບົນ​ພື້ນຖານ​ປະຕິບັດ​ຕາມ 5 ຫຼັກການ 3 ທິດ​ນຳ​ຂອງ​ພັກ, ສຸມ​ໃສ່​ປັບປຸງ​ກໍ່ສ້າງ​ພັກ​ໃຫ້​ມີຄວາມ​ໜັກ​ແໜ້ນ ເຂັ້ມແຂງ​ໃນ​ທຸກ​ດ້ານ, ຍາມ​ໃດ​ກໍ​ໄດ້​ຖື​ເອົາ​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ນຳ ພາ​ແນວ​ຄິດ​ເປັນ​ກົກ ເຮັດ​ໃຫ້​ພະນັກງານ​ສະມາຊິກ​ພັກ ມີ​ຄຸນ​ທາດ​ການເມືອງ​ໜັກ​ແໜ້ນ, ມີ​ຄຸນສົມບັດ​ສິນ​ທຳ​ປະຕິວັດ, ເອົາໃຈໃສ່​ປັບປຸງ​ລະບົບ​ການຈັດຕັ້ງ​ພັກ​ແຕ່​ລະ​ຂັ້ນ, ຖື​ເອົາ​ພັກ​ເປັນ​ແກນ​ນຳ​ໃນ​ທຸກ​ຂົງເຂດ​ວຽກ​ງານ, ຂັ້ນ​ໝູ່​ມີ​ສະມາຊິກ​ພັກ, ຂັ້ນ​ໝວດມີ​ຈຸ​ພັກ, ຂັ້ນ​ກອງຮ້ອຍ​ມີ​ໜ່ວຍ​ພັກ, ຂັ້ນ​ກອງພັນ​ມີ​ຄະນະ​ພັກ​ຖານ​ພັກ ເຊິ່ງ​ໄດ້​ປະຕິບັດ​ຢ່າງຖືກຕ້ອງ​ຕາມ​ຫຼັກການ​ຂອງ​ພັກ, ແທດ​ເຖິງ​ມະຫາຊົນ​ຕົວ​ຈິງ. ປັດຈຸບັນ​ຄະນະ​ພັກ​ຮາກ​ຖານ​ຫ້ອງການ ​ກອງ​ບັນຊາ​ການ​ທະຫານ​ແຂວງ ມີ 4 ໜ່ວຍ​ພັກ​ຂຶ້ນ​ກັບ​ຮາກ​ຖານ​ພັກ, ມີ​ສະມາຊິກ​ພັກ​ທັງ​ໝົດ 51 ສະຫາຍ, ຍິງ 17 ສະຫາຍ, ສາມາດ​ຕີ​ລາຄາຄຸນ​ນະ​ພາບ​ການຈັດຕັ້ງ​ພັກ ແລະ ສະມາຊິກ​ພັກ ໜ່ວຍ​ພັກ ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ​ມີ 4 ໜ່ວຍ​ພັກ, ປະເພດ​ສະມາຊິກ​ພັກ​ແຂງ​ກວມ​ເອົາ​ເກືອບ 100%. ຈາກ​ນັ້ນ, ສະຫາຍ ຫົວໜ້າພະ​ແນກ​ຈັດ​ຕັ້ງ​ພັກ ໄດ້​ຜ່ານ​ມະຕິ​ຕົກລົງ​ຂອງ​ຄະນະ​ຈັດ​ຕັ້ງ​ແຂວງ​ສາລະ​ວັນ ວ່າ​ດ້ວຍ​ການ​ຮັບຮອງ​ໜ່ວຍ​ພັກ ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ບັນດາ​ໜ່ວຍ​ພັກ​ທີ່​ຂຶ້ນ​ກັບ​ຄະນະ​ພັກ​ຮາກ​ຖານ​ຫ້ອງການ ກອງ​ບັນຊາ​ການ ຈຳນວນ 4 ໜ່ວຍ​ພັກ. ໃນ​ນັ້ນ, ມີ​ໜ່ວຍ​ພັກ​ພະ​ແນກ​ສັງ​ລວມ, ໜ່ວຍ​ພັກ​ພະແນກການ​ເງິນ, ໜ່ວຍ​ພັກ​ບໍລິຫານ, ໜ່ວຍ​ພັກ​ຮ້ານ​ອາຫານ 9-70 ແລະ ໄດ້​ມອບ​ໃບຢັ້ງຢືນ​ໃຫ້​ບັນດາໜ່ວຍ​ພັກ​ດັ່ງກ່າວ​ຢ່າງ​ສົມ​ກຽດ. ໂດຍ: ສຸ​ຂາວ​ພອນ ສອນ​ນາລີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ