ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງ​ປະຊຸມ​ພົບ​ປະ ແລະ ລົງ​ນາມ​ບົດ​ບັນທຶກ​ຊ່ວຍ​ຈຳ​ ການ​ຮ່ວມ​ມື​ລະຫວ່າງ 2 ສະຫະພັນ​ນັກຮົບ​ເກົ່າ
ເວລາອອກຂ່າວ: 2023-05-30 08:58:46 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 856 | ຄວາມນິຍົມ:



ວັນ​ທີ 24 ພຶດສະພາ 2023 ນີ້, ຢູ່​ທີ່​ຫ້ອງ​ປະຊຸມ​ຂອງ​ສະຫະພັນ​ນັກຮົບ​ແຂວງ​ຈຳປາ​ສັກ ໄດ້​ຈັດ​ກອງ​ປະຊຸມ​ພົບ​ປະ ແລະ ລົງ​ນາມ​ບົດ​ບັນທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື​ລະຫວ່າງ ສະຫະພັນ​ນັກຮົບ​ເກົ່າ​ແຂວງ​ຈຳປາ​ສັກ ສາທາລະນະ​ລັດ ປະຊາທິປະໄຕ ປະຊາຊົນ​ລາວ ກັບ ສະຫະພັນ​ນັກຮົບ​ເກົ່າ​ແຂວງ​ກວາງ​ຫງາຍ ສາທາລະນະ​ລັດ ສັງຄົມ​ນິຍົມ​ຫວຽດນາມ, ໂດຍ​ມີ ສະຫາຍ ນາງ ວາດ​ສະໜາ ສິລິ​ມາ ຄະນະ​ປະຈຳ​ພັກ​ແຂວງ ປະທານ​ແນວ​ລາວ​ສ້າງ​ຊາດ​ແຂວງ ຜູ້​ຊີ້​ນຳ​ນັກຮົບ​ເກົ່າ ແລະ ອົງ​ການຈັດຕັ້ງ​ມະຫາຊົນ​ຂັ້ນ​ແຂວງ​ຈຳປາ​ສັກ, ມີ ສະຫາຍ ພັນ​ເອກ ບຸນ​ມາກ ວິລະ​ວົງ ຄະນະ​ບໍລິຫານ​ງານ​ສະຫະພັນ​ນັກຮົບ​ເກົ່າ​ແຫ່ງ​ຊາດ ປະທານ​ສະຫະພັນ​ນັກຮົບ​ເກົ່າ​ແຂວງ, ສະຫາຍ ພັນ​ເອກ ຫງວ​​ຽນ ເຕີນ ເລີມ ກຳມະການ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ສະມາຄົມ​ນັກຮົບ​ເກົ່າ​ຫວຽດນາມ ປະທານ​ສະຫະພັນ​ນັກຮົບ​ເກົ່າ​ແຂວງ​ກວາງ​ຫງາຍ ພ້ອມ​ດ້ວຍ​ຄະນະ​ທັງ​ສອງ​ຝ່າຍ ແລະ ແຂກ​ຖືກ​ເຊີນ​ເຂົ້າ​ຮ່ວມ. ໃນ​ກອງ​ປະຊຸມ​ທັງ​ສອງ​ຝ່າຍ ໄດ້​ພ້ອມ​ກັນ​ທົບ​ທວນຄືນ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ ແລະ ການ​ຮ່ວມ​ມື​ໃນ​ໄລຍະ​ຜ່ານ​ມາ ເປັນຕົ້ນ​ທັງ​ສອງ​ຝ່າຍ​ໄດ້​ພ້ອມ​ກັນ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ຢ່າງ​ຕໍ່​ເນື່ອງ​ກ່ຽວ​ກັບ​ການເຄື່ອນໄຫວ​ຕ້ານ​ບັນດາ​ກົນອຸ ບາຍ​ຂອງ​ກຸ່ມ​ຄົນ​ບໍ່​ຫວັງ​ດີ​ທີ່​ໂຄສະນາ​ບິດ​ເບືອນ​ໃສ່​ຮ້າຍ​ປ້າຍ​ສີ​ແບ່ງ​ແຍກ​ຄວາມ​ສະມັກ​ຄີ​ແບບ​ພິເສດ​ລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ ໄດ້​ຈັດ​ ຕັ້ງ​ໂຄສະນາ​ເຜີຍແຜ່​ໃຫ້​ສະມາຊິກ​ນັກຮົບ​ເກົ່າ ແລະ ປະຊາຊົນ​ບັນດາເຜົ່າ​ມີ​ຄວາມ​ຮັບ​ຮູ້​ເຂົ້າໃຈ ເຫັນ​ແຈ້ງ​ຕໍ່​ກົນອຸບາຍ​ທຳລາຍ​ມ້າງເພ​ຂອງ​ພວກ​ກຸ່ມ​ຄົນ​ບໍ່​ດີ​ດັ່ງກ່າວ​ຢ່າງ​ກວ້າງຂວາງ ໄລຍະ​ຜ່ານ​ມາ​ສະມາຊິກ​ນັກຮົບ​ເກົ່າ​ມີ​ຄວາມ​ຈົງ​ຮັກ​ພັກດີ​ຕໍ່​ພັກ-ຕໍ່​ປະເທດ​ຊາດ ຮັກສາ​ມູນເຊື້ອ​ຕາມ​ຄຳ​ຂວັນ 3 ດີ 6 ຮັກສາ ຕິດ​ພັນ​ກັບ​ຂໍ້​ແຂ່ງຂັນ​ຮັກ​ຊາດ ແລະ ພັດທະນາ, ​ມີ​ຄວາມ​ຮັບ​ຮູ້​ເຊື່ອມ​ຊຶມ​ນ້ຳໃຈ​ມິດຕະພາບ​ຄວາມ​ສາ ມັກຄີ​ແບບ​ພິເສດ ​ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ-ສອງ​ລັດ ແລະ ປະຊາຊົນ​ສອງ​ຊາດ ລາວ-ຫວຽດນາມ, ໄດ້​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ຊ່ວຍ ເຫຼືອ​ເຊິ່ງ​ກັນ ແລະ ກັນ ດ້ວຍ​ຫຼາຍ​ວິທີ​ຫຼາຍ​ຮູບ​ການ​ເຊັ່ນ: ການ​ແຮກສ່ຽວ, ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຢ້ຽມຢາມ​ກັນ, ເຂົ້າ​ຮ່ວມ​ກອງ​ປະຊຸມ, ການ​ທັດສະນະ​ສຶກ​ສາ ແລະ ກວດກາ​ສຸຂະພາບ. ພ້ອມ​ນັ້ນ, ທັງ​ສອງ​ຝ່າຍ​ຍັງ​ໄດ້​ຊ່ວຍເຫຼືອ​ກັນ​ໃນ​ການ​ພັດທະນາ​ບຸກ​ຄະລາ​ກອນ​ເຄື່ອນ​ໄຫວ​ຢ້ຽມຢາມ ແລະ ເຮັດ​ວຽກ​ຮ່ວມ​ກັນ​ຢ່າງ​ລຽນຕິດ ປັບປຸງ​ຮັດ​ແໜ້ນ​ຄວາມ​ສາມັນ​ຄີ​ແບບ​ພິເສດ ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ-ສອງ​ລັດ, ລາວ-ຫວຽດນາມ ເວົ້າ​ລວມ, ເວົ້າ​ສະເພາະ ກໍ​ຄື ສະຫະພັນ​ນັກຮົບ​ເກົ່າ​ແຂວງ​ຈຳປາ​ສັກ ກັບ ສະຫະພັນ​ນັກຮົບ​ເກົ່າ​ແຂວງ​ກວາງ​ຫງາຍ​ໃຫ້​ຈະ ເລີນ​ງອກ​ງາມ ແລະ ພັດທະນາ​ຂຶ້ນ​ໄປ​ເລື້ອຍໆ. ໂອກາດ​ດັ່ງກ່າວ, ທັງ​ສອງ​ຝ່າຍ​ໄດ້​ຜັດປ່ຽນ​ກັນ​ປະກອບ​ຄຳ​ຄິດ​ເຫັນ​ຕໍ່​ແຜນການ​ຮ່ວມ​ມື​ກັນ ໃນຕໍ່ໜ້າ ແລະ ໄດ້​ເປັນ​ເອກະ​ພາບ​ຫຼາຍ​ເນື້ອ​ໃນ​ທີ່​ສຳຄັນ ເປັນຕົ້ນ​ແມ່ນ​ສອງ​ຝ່າຍ​ສືບຕໍ່​ຮ່ວມ​ມື​ກັນ​ທາງ​ດ້ານ​ການເມືອງ​ແນວ​ຄິດ ແລະ ວຽກ​ງານ​ໂຄສະນາ, ສືບຕໍ່​ແລກປ່ຽນ​ບົດຮຽນ​ດ້ານ​ການຈັດຕັ້ງ-ພະນັກງານ, ດ້ານ​ວຽກ​ງານ​ກວດກາ, ດ້ານ​ວຽກ​ງານ​ຫ້ອງການ, ດ້ານ​ການ​ພົວພັນ​ຕ່າງປະເທດ, ດ້ານ​ເສດຖະກິດ, ສືບຕໍ່​ການ​ໄປມາຫາສູ່​ຢ້ຽມຢາມ-ທ່ອງ​ທ່ຽວ, ກວດກາ​ສຸຂະພາບ ແລະ ຈັດເຝິກ​ອົບຮົມ​ຖອດ​ຖອນ​ບົດຮຽນ​ເຊິ່ງ​ກັນ ແລະ ກັນ, ສືບຕໍ່​ປຸກລະດົມ​ພະນັກງານ​ສະມາຊິກ​ນັກຮົບ​ເກົ່າ, ອຳນາດ​ການ​ປົກຄອງ ແລະ ປະຊາຊົນ ຊອກ​ຫາ​ຂໍ້​ມູນ​ອັດຖິ​ທະຫານ​ອາສາ​ສະໝັກ​ຫວຽດນາມ ທີ່​ເສຍ​ຊີວິດ​ໃນ​ປາງ​ສົງຄາມ​ຢູ່​ລາວ. ຈາກ​ນັ້ນ, ທັງ​ສອງ​ຝ່າຍ​​ໄດ້​ລົງ​ນາມ​ບົດ​ບັນທຶກ​ຊ່ວຍ​ຈຳ​ຮ່ວມ​ກັນ​ລະຫວ່າງ ສະຫະພັນ​ນັກຮົບ​ເກົ່າ​ແຂວງ​ຈຳປາ​ສັກສປປ ລາວ ເຊິ່ງ​ລົງ​ນາມ​ໂດຍ ສະຫາຍ ພັນ​ເອກ ບຸນ​ມາກ ວິລະ​ວົງ ແລະ ຝ່າຍ​ສະຫະພັນ​ນັກຮົບ​ເກົ່າ​ແຂວງ​ກວາງ​ຫງາຍ ​ສສ ຫວຽດນາມ ລົງ​ນາມ​ໂດຍ ສະຫາຍພັນ​ເອກ ຫງວ​​ຽນ ເຕີນ ເລີມ, ໂດຍ​ມີ​ຄະນະ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພະຍານ. ໃນ​ຕອນ​ທ້າຍ​ກອງ​ປະຊຸມ​ຍັງ​ໄດ້​ມອບ​ຂອງ​ຂວັນ​ເພື່ອ​ເປັນ​ທີ່​ລະ​ລຶກ​ໃຫ້​ເຊິ່ງ​ກັນ​ ແລະ ​ກັນ​ອີກ​ດ້ວຍ. ໂດຍ: ດາ​ວົງ ບຸດ​ຕະ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ