ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໜ່ວຍ​ສະຫະພັນ​ແມ່ຍິງ ກອງພັນ 987 ຍົກ​ສູງ​ໄດ້​ບົດບາດ​ການເຄື່ອນໄຫວ
ເວລາອອກຂ່າວ: 2023-05-30 09:01:48 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 375 | ຄວາມນິຍົມ:



ການ​ປະກອບ​ຈຳນວນ​ພົນ​ຢູ່​ກອງພັນ 987 ມີ​ສະມາຊິກ​ແມ່ຍິງ​ກວມ​ເອົາ 14,159% ຂອງ​ຈຳນວນ​ພົນ​ທັງ​ໝົດ, ໂດຍ​ໄດ້​ຈັດ​ຕັ້ງ​ເປັນ 1 ໜ່ວຍ​ແມ່ຍິງ​ເຄື່ອນ​ໄຫວ, ມີ​ສະມາຊິກ​ແມ່ຍິງ​ທັງ​ໝົດ 16 ສະຫາຍ. ຕະຫຼອດ​ໄລຍະ​ຜ່ານ​ມາ, ຄະນະ​ໜ່ວຍ​ສະຫະພັນ​ແມ່ຍິງ​ດັ່ງກ່າວ ໄດ້​ສົມທົບ​ກັບ​ຄະນະ​ພັກ-ຄະນະ​ບັນຊາ​ກົມ​ກອງ ຊີ້​ນຳ-ນຳພາ​ສະມາຊິກ​ແມ່ຍິງ​ປະຕິບັດໜ້າທີ່​ວິຊາ​ສະເພາະ​ດ້ານ​ວຽກ​ງານ​ຮັບ​ໃຊ້ ແລະ ວິຊາ​ສະເພາະ​ສັງກັດ​ຢູ່​ແຕ່​ລະ​ຂະແໜງການ​ຂອງ​ກົມ​ກອງ ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ຂອງ​ກົມ​ກອງ​ໄດ້​ດີ​ຕະຫຼອດ​ມາ. ອີງໃສ່​ບົດ​ລາຍ​ງານ​ການເມືອງ​ທີ່ ສະຫາຍ ພັນ​ໂທ ນາງ ກົງ​ທະ​ສອນ ວິລະ​ຈິດ ເລຂາ​ໜ່ວຍ​ສະຫະພັນ​ແມ່ຍິງ​ກອງພັນ​ດັ່ງກ່າວ ສະເໜີຕໍ່​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ IV ຂອງ​ໜ່ວຍ​ສະຫະພັນ​ແມ່ຍິງ ກອງພັນ 987 ໂດຍ​ສັງ​ລວມ​ແລ້ວ​ເຫັນ​ວ່າ: ໃນ​ໄລຍະ​ຜ່ານ​ມາ, ນອກຈາກ​ສະມາຊິກ​ແມ່ຍິງ​ໄດ້​ເປັນ​ເຈົ້າ​ການ​ປະຕິບັດ​ໜ້າທີ່​ວິຊາ​ສະເພາະ​ຂອງ​ຕົນ​ເປັນ​ຢ່າງ​ດີ​ແລ້ວ, ຄະນະ​ໜ່ວຍ​ສະຫະພັນ​ແມ່ຍິງ ຍັງ​ໄດ້​ນຳພາ​ສະ ມາຊິກ​ແມ່ຍິງ ເຄື່ອນ​ໄຫວ​ວຽກ​ງານຕາມ​ພາລະ​ບົດບາດ​ຂອງ​ຂອງ​ແມ່ຍິງ, ໂດຍ​ໄດ້ເອົາໃຈໃສ່​ສຶກ​ສາ​ອົບຮົມ​ການເມືອງ​ແນວ​ຄິດ​ໃຫ້​ສະມາຊິກ​ຢ່າງ​ເປັນ​ປົກກະຕິ, ດ້ວຍ​ການ​ປຸກລະດົມ​ສະມາຊິກ​ແມ່ຍິງ​ເຂົ້າ​ຮ່ວມດຳເນີນ​ຊີວິດ​ການເມືອງ​ຂອງ​ໜ່ວຍ​ພັກ, ລວມ​ກອງ, ລວມ​ໜ່ວຍ​ແມ່ຍິງ, ລວມ​ໜ່ວຍ​ຊາວ​ໜຸ່ມ ແລະ ສ່ອງ​ແສງ​ວຽກ​ງານ​ຕ່າງໆ​ທັງ​ໝົດ 346 ຄັ້ງ, ເຂົ້າ​ຮ່ວມ​ຮັບ​ຟັງ​ປາ ຖະກະຖາ​ວັນ​ສຳຄັນ​ຕ່າງໆ​ຂອງ​ຊາດ, ຂອງ​ກອງທັບ ແລະ ເຊື່ອມ​ຊຶມ​ເນື້ອ​ໃນ​ເອກະສານ​ຕ່າງໆ 43 ຄັ້ງ ເຮັດ​ໃຫ້​ສະມາຊິກ​ແມ່ຍິງ​ມີ​ຄຸດ​ທາດ​ການເມືອງ​ໜັກ​ແໜ້ນ, ມີ​ຄຸນສົມບັດ​ສິນ​ທຳ​ປະຕິວັດ, ຮັກສາ​ໄດ້​ມູນເຊື້ອ​ອັນ​ດີງາມ​ຂອງ​ແມ່ຍິງ​ລາວ ແລະ ມີ​ຄວາມ​ຫ້າວຫັນ​ເຮັດ​ສຳເລັດ​ໜ້າທີ່​ວຽກ​ງານ​ທີ່​ໄດ້​ຮັບ​ການ​ມອບ​ໝາຍ, ດ້ານ​ການ​ກໍ່ສ້າງ​ພະນັກງານ​ເພດ​ຍິງ ໄດ້​ສົມທົບ​ກັບ​ຄະນະ​ພັກ-ຄະນະ​ບັນຊາ​ກົມ​ກອງ ອຳນວຍ​ຄວາມ​ສະດວກ​ໃຫ້​ສະມາຊິກ​ແມ່ຍິງ ໄດ້​ໄປ​ຍົກ​ລະດັບ​ດ້ານ​ວິຊາ​ສະເພາະ​ຈຳນວນ 5 ສະຫາຍ ເພື່ອ​ພັດທະນາ​ຄວາມ​ຮູ້​ຄວາມ​ສາມາດ​ໃຫ້​ນັບ​ມື້​ສູງ​ຂຶ້ນ, ຮັບປະກັນ​ໃຫ້​ແກ່​ການ​ປະຕິບັດ​ໜ້າທີ່​ວຽກ​ງານ​ໃນ​ສະເພາະ​ໜ້າ ແລະ ຍາວ​ນານ, ພ້ອມ​ທັງ​ໄດ້​ຊ່ວຍ​ສົມທົບ​ທຶນ​ໃນ​ການ​ສຶກ​ສາ​ໃຫ້​ສະມາຊິກ​ແມ່ຍິງ​ລວມ​ທັງ​ໝົດ 1.250.000 ກີບ. ພ້ອມ​ກັນ​ນັ້ນ, ສະມາຊິກ​ແມ່ຍິງ​ຍັງ​ໄດ້​ຮັບ​ການ​ສັບ​ຊ້ອນ​ເຂົ້າ​ໃນ​ຕຳ​ແໜ່ງ​ງານ​ທີ່​ສຳຄັນ​ຂອງ​ກົມ​ກອງ​ຄື: ເປັນ​ຄະນະ​ພັກ 1 ສະຫາຍ, ເປັນ​ຮອງ​ຫົວໜ້າອົງການ, ເປັນ​ຫົວໜ້າ​ຂະແໜງການ 3 ສະຫາຍ. ຄະນະ​ໜ່ວຍ​ແມ່ຍິງ​ຍັງ​ໄດ້​ເອົາໃຈໃສ່​ຊີ້​ນຳ-ນຳພາ​ຈັດ​ຕັ້ງ​ຜັນ​ຂະ​ຫາຍ​ເນື້ອ​ໃນ​ຂໍ້​ແຂ່ງຂັນ 3 ດີ​ທີ່​ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ​ວາງ​ອອກ​ຕິດ​ພັນ​ກັບ​ທຸກ​ຂົງເຂດ​ວຽກ​ງານ ແລະ ຖື​ເອົາ​ວຽກ​ງານ​ດັ່ງກ່າວ​ເປັນຄວາມ​ຮັບຜິດຊອບ​ຂອງ​ສະມາຊິກ​ແມ່ຍິງ​ໝົດ​ທຸກ​ຄົນ ເຊິ່ງ​ສາມາດ​ຄັດ​ເລືອກ​ແມ່ຍິງ 3 ດີ ປະເພດ I ມີ 12 ສະຫາຍ, ປະເພດ II ມີ 2 ສະຫາຍ, ເປົ້າ​ໝາຍ​ສ້າງ​ເປັນ​ຄອບຄົວ​ຕົວ​ແບບ​ມີ 2 ຄອບຄົວ, ເປົ້າ​ໝາຍ​ບຸກຄົນ​ຕົວ​ແບບ​ມີ 1 ສະຫາຍ, ໜ່ວຍ​ໄດ້​ຮັບ​ການ​ຢັ້ງຢືນ​ເປັນ​ໜ່ວຍ 3 ດີ ແລະ ໄດ້​ຮັບ​ການ​ຢັ້ງຢືນ​ເປັນ​ກົມ​ກອງ​ນຳພາ​ດີເດັ່ນ. ດ້ານ​ວຽກ​ງານ​ພັດທະນາ​ຊີວິດ​ການ​ເປັນ​ຢູ່​ຂອງ​ສະມາຊິກ​ແມ່ຍິງ ແລະ ຄອບຄົວ ໄດ້​ຊຸກຍູ້​ສະມາຊິກ​ແມ່ຍິງ ໃຊ້​ເວລາ​ວ່າງ​ຊອກ​ຫາ​ລາຍ​ຮັບ​ເພີ່ມ​ໃສ່​ເງິນເດືອນ ດ້ວຍ​ການ​ປູກຝັງ-ລ້ຽງສັດ, ຕ່ຳຫູກ ແລະ ເຮັດ​ນາ ສາມາດ​ສ້າງ​ລາຍ​ຮັບ​ເຂົ້າ​ຄອບຄົວ​ສະເລ່ຍ 2.500.000-3.000.000 ກີບ​ຕໍ່​ຄົນ​ຕໍ່​ເດືອນ. ພ້ອມ​ກັນ​ນັ້ນ, ກໍ​ໄດ້​ປຸກລະດົມ​ສະມາຊິກ​ແມ່ຍິງ​ສ້າງ​ລາຍ​ຮັບ​ເຂົ້າ​ຄັງ​ລວມ​ຂອງ​ໜ່ວຍ​ສະຫະພັນ​ແມ່ຍິງ​ດ້ວຍ​ການ​ຂາຍເຄື່ອງ​ຍ່ອຍ, ຂາຍ​ອາຫານ ແລະ ອື່ນໆ ໃນ​ໄລຍະ​ປີ 2019-2023 ສາມາດ​ສ້າງ​ລາຍ​ຮັບ​ເຂົ້າ​ຄັງ​ລວມ​ໄດ້ 134.835.000 ກີບ. ນອກຈາກ​ນີ້, ໜ່ວຍ​ສະຫະພັນ​ແມ່ຍິງ ຍັງໄດ້​ ສ້າງ​ຂະ​ບວນ​ການ​ແຂ່ງຂັນ​ກິລາ​ ມິດຕະພາບ​ຮ່ວມ​ກັບ​ອົງການຈັດ ຕັ້ງ​ຊາວ​ໜຸ່ມ​ພາຍ​ໃນ ແລະ ກົມ​ກອງ​ອ້ອມ​ຂ້າງ 15 ຄັ້ງ ເຊິ່ງ​ໄດ້​ສ້າງ​ບັນຍາກາດຟົດຟື້ນ​ ພາຍ​ໃນ​ກົມ​ກອງ​ຢ່າງ​ມີ​ຕໍ່ເນື່ອງ, ພ້ອມ​ທັງ​ໄດ້​ເຂົ້າ​ຮ່ວມ​ກິດຈະກຳ​ ຕ່າງໆ​ຢູ່​ພາຍ​ໃນ​ກົມ​ກອງ, ສູນ​ເສຍ​ອົງຄະ 790, ກອງພັນ 588 ແລະ ບ້ານ​ອ້ອມ​ຂ້າງເນື່ອງໃນ ​ໂອກາດ​ສ້າງ​ຂະ​ບວນ​ການ​ຕ້ອນ ຮັບ​ວັນ​ສຳຄັນ​ຕ່າງໆ​ລວມ 5 ຄັ້ງ ແລະ ໄດ້​ສົ່ງ​ນັກ​ກິລາ​ເຂົ້າ​ຮ່ວມ​ແຂ່ງຂັນ​ກິລາ​ປະຈຳ​ປີ​ທີ່​ກົມ​ໃຫຍ່​ການເມືອງ​ກອງທັບ​ຈັດ​ຂຶ້ນ​ທຸກ​ປີ. ຜ່ານ​ການເຄື່ອນໄຫວ​ວຽກ​ງານ​ໃນ​ໄລຍະ 5 ປີຜ່ານມາ, ສະມາຊິກ​ແມ່ຍິງ​ໄດ້​ຮັບ​ການ​ຍ້ອງຍໍ​ຄື: ໄດ້​ຮັບ​ຫຼຽນ​ໄຊ​ແຮງ​ງານ ​ຊັ້ນ III, ຫຼຽນ​ກາ​ແຮງ​ງານ​ມີ 3 ສະຫາຍ, ໃບ​ຍ້ອງຍໍ​ລັດຖະບານ 4 ສະຫາຍ, ໃບ​ຍ້ອງຍໍ​ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ 11 ສະຫາຍ, ໃບ​ຊົມເຊີຍ 3 ສະຫາຍ ແລະ ໄດ້​ຮັບ​ການ​ເລື່ອນ, ເລື່ອນ​ທຽບ, ເລື່ອນ​ຂັ້ນ​ເງິນເດືອນ 12 ສະຫາຍ. ໂດຍ: ນາງ ຍ້ອມ​ເພັດ ວິໄລ​ພັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ