ກອງພັນໃຫຍ່ 497 ເຝິກຊ້ອມເຄື່ອນທັບ ຍິງເປົ້າໝາຍດ້ວຍລູກປືນແທ້
ເວລາອອກຂ່າວ: 2023-05-31 08:24:33 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 483 | ຄວາມນິຍົມ:
ວັນທີ 23 ພຶດສະພາ 2023, ກອງພັນໃຫຍ່ 497 ໄດ້ຈັດຕັ້ງປະຕິບັດການເຝິກຊ້ອມເຄື່ອນທັບຍິງເປົ້າໝາຍດ້ວຍລູກປືນແທ້ໃຫ້ກຳລັງທະຫານໃໝ່, ໂດຍການນຳພາຂອງ ສະຫາຍ ພັນຕີ ແຕ໋ງວົງພະຈັນ ຊ່ວຍວຽກຂະແໜງອົບຮົມ ກອງພັນໃຫຍ່ 497, ຄູປະຈຳວິຊາ, ມີຄະນະພັກ-ຄະນະບັນຊາ ກອງຮ້ອຍ, ພະນັກງານວິຊາສະເພາະ ພ້ອມດ້ວຍທະຫານໃໝ່ ເຂົ້າຮ່ວມ.
ເພື່ອແນໃສ່ເຮັດໃຫ້ກຳລັງທະ ຫານໃໝ່ ກຳໄດ້ທິດສະດີຫຼັກການ ແລະ ບົດຮຽນທີ່ໄດ້ຮຽນມາ ກໍຄືພຶດຕິກຳຕົວຈິງ, ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຄວາມໝາຍ ຄວາມສຳຄັນຂອງວຽກງານອົບຮົມ-ຫັດແອບການເຄື່ອນທັບ, ຍຸດທະວີທີທະຫານຮາບ, ຄວາມຮູ້ພື້ນຖານວຽກງານພັກ-ວຽກງານການເມືອງ ໃນສະພາ
ວະຕ່າງໆ, ວຽກງານພະລາທິ ການຮັບໃຊ້ວຽກງານສູ້ຮົບ, ວຽກງານເຕັກນິກ, ອົບຮົມ 5 ເຕັກນິກການແພດ, ອົບຮົມທິດສະດີຫຼັກການວິທີນຳໃຊ້ອາວຸດໃຫ້ມີຄວາມຊຳນິຊຳນານ ພ້ອມທັງ, ເປັນການຍົກລະດັບຄວາມຮູ້ ຄວາມສາມາດກຽມພ້ອມເຮັດສຳເລັດໜ້າທີ່ການເມືອງຂອງຕົນທີ່ຖືກມອບໝາຍ ທັງເປັນການຊຸກຍູ້ຂະບວນການຈັດຕັ້ງປະຕິບັດຂໍ້ກຳນົດ, ກົດລະບຽບ, ແບບແຜນວິທີເຮັດວຽກ ເຝິກຝົນຫຼໍ່ຫຼອມ ແລະ ທົດສອບກຳລັງແຮງກາຍ, ແຮງໃຈ, ຄວາມອົດທົນຂອງທະຫານໃໝ່, ຄວາມສາມັກຄີເປັນປຶກແຜ່ນກຽມພ້ອມຮັບໃຊ້ຊາດ ກໍຄືກຳລັງປະກອບອາວຸດ ໃຫ້ມີຄວາມເຂັ້ມແຂງ, ການເຄື່ອນທັບ. ໂອກາດດັ່ງກ່າວ, ຍັງມີການສ້າງກໍລະນີຫຼາຍຮູບແບບ ເພື່ອເຮັດໃຫ້ທະຫານໃໝ່, ຍົກສູງສະຕິລະວັງຕົວ, ມີໄຫວພິກ, ຄ່ອງແຄ້ວ ວ່ອງໄວ ແລະ ຮູ້ຈັກອາໄສພູມີປະເທດຕົວຈິງ, ສາມາດຮັບ ປະກັນຄວາມປອດໄພ ແລະ ຮອດຈຸດທີ່ໝາຍຖືກຕ້ອງຕາມກຳນົດເວລາ.
ໂດຍ: ເປີ້ນ ແສງຄຳມີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ