ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະ​ພັກ​ຮາກ​ຖານ​ ກອງພັນ 201 ກອງພັນ​ໃຫຍ່ 702 ດຳເນີນ​ກອງ​ປະຊຸມ​ໃຫຍ່ ຄັ້ງທີ Vlll
ເວລາອອກຂ່າວ: 2023-05-31 08:26:28 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1039 | ຄວາມນິຍົມ:



ໃນ​ວັນ​ທີ 23 ພຶດສະພາ 2023, ຄະນະ​ພັກ​ຮາກ​ຖານ ​ກອງພັນ 201 ກອງພັນ​ໃຫຍ່ 702 ໄດ້​ຈັດ​ຕັ້ງ​ດຳເນີນ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ Vlll, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ອີງ​ທອງ ວົງ​ສົມ​ພັນ ເລຂາ​ຄະນະ​ພັກ​ຮາກ​ຖານ ຫົວໜ້າ​ການເມືອງ ​ກອງພັນ 201, ມີ ສະຫາຍ ພັນ​ໂທ ດາ​ວອນ ແກ້ວ​ມະນີ​ວົງ ຫົວໜ້າ​ຂະແໜງ​ຈັດ​ຕັ້ງ​ພັກ​ ກອງພັນ​ໃຫຍ່ 702, ຄະນະ​ໜ່ວຍ​ພັກ ແລະ ພະນັກ ງານ​ສະມາຊິກ​ພັກ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ຄຳ​ແສງ ສີ​ສຸ​ນາມ ຮອງ​ເລຂາ​ພັກ ຫົວໜ້າ​ການ​ທະຫານ​ ກອງພັນ 201 ໄດ້​ຜ່ານ​ບົດ​ລາຍ​ງານ​ການເມືອງ​ທັງ 2 ພາກ. ໄລຍະ​ຜ່ານ​ມາ ຄະ ນະ​ພັກ​ຮາກ​ຖານ​ກອງພັນ 201 ໄດ້​ຖື​ເອົາ​ວຽກ​ງານ​​ກໍ່ສ້າງຮາກ ​ຖານ​ບ້ານ​ປະຊາຊົນ​ເຂດ​ໃກ້ຄຽງ ຕິດ​ພັນ​ກັບວຽກ​ງານ ​ປກຊ-​ປກສ ຕາມ​ທິດ​ຊີ້​ນຳ​ຂອງ​ຄະນະ​ພັກ​ກອງພັນ​ໃຫຍ່ 702, ໄດ້​ເອົາໃຈໃສ່​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດໃຫ້ ພະນັກງານສະມາຊິກ​ພັກພາຍ ​ໃນ​ກົມ​ກອງ​ເຊື່ອມ​ຊຶມ​ບັນດາ​ມະຕິ​ຕ່າງໆ, ກຳ​ແໜ້ນ​ຕໍ່​ແນວທາງ​ນະໂຍບາຍ​ຂອງ​ພັກ, ກົດໝາຍ​ຂອງ​ລັດ ແລະ ຂໍ້​ກຳນົດ, ​ກົດ​ລະ ບຽບ​ຂອງ​ກອງທັບ, ຂອງ​ກົມ​ກອງ​ຢ່າງ​ເຂັ້ມ​ງວດ, ເອົາໃຈໃສ່​ປັບປຸງ​ກໍ່ສ້າງ​ພັກ​ຕາມ 5 ຫຼັກການ 3 ທິດ​ນຳ, ເອົາໃຈໃສ່​ກໍ່ສ້າງ​ພະນັກງານ 3 ຮຸ່ນ ຕິດ​ພັນ​ກັບການ ​ພັດທະນາ​ຊັບພະຍາກອນ​ມະນຸດ​ໃຫ້​ມີ​ຄວາມ​ຮູ້ ຄວາມ​ສາມາດຕອບ​ສະໜອງຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ໜ້າທີ່​ການເມືອງ​ຂອງ​ພັກ, ຂອງ​ກອງທັບ ກໍ​ຄືຂອງ​ກົມ​ກອງ, ໄດ້​ສົ່ງ​ພະນັກງານ-ນັກຮົບ ໄປ​ຮຽນ​ຕໍ່ຢູ່ພາຍ​ໃນ ແລະ ຕ່າງປະເທດ 2 ສະຫາຍ, ສະເໜີ​ເລື່ອນ​ຊັ້ນ​ໃໝ່ 16 ສະຫາຍ, ເລື່ອນ​ສະມາຊິກ​ພັກ​ສຳຮອງ​ຂຶ້ນ​ສົມບູນ 3 ສະຫາຍ. ຄຽງ​ຄູ່​ກັນ​ນັ້ນ, ພະນັກງານ ສະມາຊິກ​ພັກ ຍັງ​ໄດ້​ຖື​ເອົາ​ວຽກ​ງານ 4 ປູກ 4 ລ້ຽງ ເພື່ອ​ສ້າງ​ເສດຖະກິດ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ຕາມ​ທ່າແຮງ​ບົ່ມ​ຊ້ອນ​ຂອງ​ກົມ​ກອງ ໂດຍ​ປະຕິບັດ​ຕາມ​ທິດ​ນຳ ເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ ທີ່​ກົມ​ໃຫຍ່​ພະລາທິການ​ກອງທັບ​ວາງ​ອອກ ດ້ວຍການ​ປູກຝັງ-ລ້ຽງສັດ ແລະ ອື່ນໆຕາມ​ເງື່ອນໄຂ​ຕົວ​ຈິງ ສາມາດ​ສ້າງ​ລາຍ​ຮັບ​ເຂົ້າ​ກົມ​ກອງ​ໄດ້​ທັງ​ໝົດ 147.025.000 ກີບ. ກອງ​ປະຊຸມຍັງ​ໄດ້​ປ່ອນ​ບັດ​ຄັດ​ເລືອກ​ເອົາ​ຄະນະ​ພັກ​ຮາກ​ຖານ​ຊຸດ​ໃໝ່​ໄດ້​ຕາມ​ລະດັບ​ຄາດ ໝາຍ ເລືອກ​ເອົາ ສະຫາຍ ພັນ​ໂທ ອີງ​ທອງ ວົງ​​ສົມ​ພັນ ເປັນ​ເລຂາ, ສະຫາຍ ພັນ​ໂທ ຄຳ​ແສງ ສີ​ສຸ​ນາ ເປັນ​ຮອງ​ເລຂາ, ສະຫາຍ ພັນ​ໂທ ອຳພອນ ພົມ​ມີ​ໄຊ ເປັນ​ກຳມະການ​ກວດກາ​ພັກ, ສະຫາຍ ພັນ​ໂທ ວົງ​ໄຊ ຄຳ​ລີ​ວົງ ເປັນ​ຄະນະ​ໂຄສະນາ​ອົບຮົມ ແລະ ສະຫາຍ ພັນ​ໂທ ທອງ​ຈັນ ເຮືອງ​ຕະ​ສິນ ເປັນ​ກຳມະການ​ກວດກາ​ການຄັງ. ໂດຍ: ຄຳ​ພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ