ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ລາວ-ຈີນ ວາງສະແດງ​ຮູບ​ພາບການທ່ອງທ່ຽວ​ ພູເຂົາ​ອາຊີ ແລະ ຫັດຖະກຳ​ພື້ນເມືອງ
ເວລາອອກຂ່າວ: 2023-05-31 08:26:59 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 38 | ຄວາມນິຍົມ:



ສະຫະພັນ​ການທ່ອງທ່ຽວ​ພູເຂົາ​ສາກົນ ​ສປ ຈີນ ຮ່ວມ​ກັບ ກະຊວງ​ຖະແຫຼງ​ຂ່າວ ວັດທະ ນະ​ທຳ ແລະ ທ່ອງທ່ຽວໄດ້​ຈັດ​ ງານ​ວາງສະແດງ​ຮູບພາບ​ການ ທ່ອງທ່ຽວ​ພູເຂົາ​ອາຊີ ແລະ ງານ​ວາງສະແດງ​ຫັດຖະກຳ​ພື້ນເມືອງ​ຂຶ້ນ​ໃນ​ວັນ​ທີ 29 ພຶດສະພາ 2023 ທີ່​ໂຮງແຮມ​ແລນ​ມາກ ນະຄອນຫຼວງ​ວຽງ​ຈັນ ເຊິ່ງ​ພາຍ​ໃນ​ງານ​ໄດ້​ລວບ​ລວມ​ເອົາສຸດ​ຍອດ​ຮູບ​ພາບ​ພູເຂົາ ແລະ ທຳ​ມະ​ຊາດທີ່​ມີ​ຄວາມ​ສວຍ​ສົດ​ງົດ​ງາມໃນ​ອາຊີ​ມາວາງສະແດງ​ໄວ້​ຈຸດ​ດຽວ. ໂດຍ​ການ​ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ​ ທ່ານ ອຸ່ນ​ທວງ ຂາວ​ພັນ ຮອງ​ລັດ​ຖະມົນຕີ​ກະ ຊວງ​ຖະແຫຼງ​ຂ່າວ ວັດທະນະທຳ ແລະ ທ່ອງ​ທ່ຽວ ພ້ອມ​ດ້ວຍແຂກ​ຖືກ​ເຊີນ​. ການວາງສະແດງ​ຮູບ​ພາບ​ການທ່ອງທ່ຽວ​ພູເຂົາ​ອາຊີໃນ​ຄັ້ງ​ນີ້, ມີ​ຫຼາຍ​ກວ່າ 40 ຮູບ​ພາບ; ໃນ​ນັ້ນ, ຮູບ​ພາບ​ຂອງ ​ສປປ ລາວ ຮ່ວມ​ວາງສະແດງ 15 ຮູບ​ພາບ ເປັນຕົ້ນ​ນ້ຳຕົກຕາດ​ກວາງຊີ, ທິວ​ທັດ​ຂອງ​ເມືອງ​ຫຼວງ​ພະ​ບາງ, ນຳ​ຕົກ​ຕາດ​ຟານ ແຂວງ​ຈຳປາ​ສັກ, ຖ້ຳ​ກອງ​ລໍ ແຂວງ​ຄຳ​ມ່ວນ, ທົ່ງ​ໄຫ​ຫີນ ແຂວງ​ຊຽງ​ຂວາງ, ງານ​ບຸນປີໃໝ່​ລາວ ທີ່​ຫຼວງ​ພະ​ບາງ, ຮູບ​ພາບ​ສາວ​ມົ້ງ​ລາວ ແລະ ອື່ນໆ. ບັນດາ​ຮູບ​ພາບ​ດັ່ງກ່າວສະແດງ​ໃຫ້​ເຫັນ​ເຖິງ​ຄວາມ​ສວຍ​ສົດ​ງົດ​ງາມ​ຂອງບັດ​ດາ​ພູເຂົາ ແລະ ທຳ​ມະ​ຊາດ​ໃນ​ອາຊີ ຜ່ານ​ຮູບ​ຖ່າຍ. ນອກຈາກ​ນີ້, ພາຍ​ໃນ​ງານ ຍັງ​ມີ​ການວາງສະແດງຫັດຖະ ກຳ​ພື້ນເມືອງ​ລາວ-ຈີນ ເຊັ່ນ: ກະເປົາ, ແກະ​ສະ​ລັກ​ຮູບ​ປັ້ນ, ຮູບ ແຕ້ມ​ວິຈິດ​ສິນ, ເຄື່ອງ​ທີ່​ລະນຶກ ແລະ ອື່ນໆ, ທັງ​ນີ້ ແນໃສ່​ສົ່ງ ເສີມ​ການ​ຜະລິດ​ຫັດຖະກຳ, ສ້າງ​ໂອກາດ​ພົບ​ປະ​ແລກປ່ຽນ ຊື້-ຂາຍ ໃຫ້​ແກ່​ຫົວໜ່ວຍ​ຫັດຖະກຳ, ຜູ້​ປະກອບ​ການ​ກັບ​ພາກສ່ວນ​ຄູ່ຄ້າ ຄຽງ​ຄູ່​ກັບ​ການ​ເຜີຍແຜ່​ວຽກ​ງານ​ຫັດຖະກຳ ເຊື່ອມ​ໂຍງ​ກັບ​ການທ່ອງທ່ຽວ; ພ້ອມ​ກັນ​ນັ້ນກໍ​ເປັນ​ການ​ສ້າງ​ຄວາມ​ເຂັ້ມແຂງ ຊ່ວຍ​ໃຫ້​ຂະແໜງ​ຫັດຖະກຳ ຟື້ນ​ຕົວ​ຈາກ​ສະພາບ​ການ​ລະບາດ​ຂອງ​ພະຍາດ ​ໂຄ​ວິດ-19. ໂດຍ: ກິດ​ຕາ ພາບ: ເກດສະໜາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ