ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນ​ໃຫຍ່ 279 ປິດ​ຊຸດ​ອົບຮົມ-ຫັດ​ແອບ
ເວລາອອກຂ່າວ: 2023-05-31 08:27:24 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 451 | ຄວາມນິຍົມ:



ວັນ​ທີ 24 ພຶດສະພາ 2023, ກອງພັນ​ໃຫຍ່ 279 ໄດ້​ປິດ​ຊຸດ​ອົບຮົມ-ຫັດ​ແອບ ໃຫ້​ທະຫານ​ໃໝ່ ຊຸດ​ທີ 8 ປະຈຳ​ປີ 2023, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ເມກ​ສະຫວັນ ແກ້ວ​ດວງ​ດີ ຫົວໜ້າ​ການ​ທະຫານ ກອງພັນ​ໃຫຍ່ 279, ມີ​ຄະນະ​ພັກ-ຄະນະ​ບັນຊາ ພະແນກການ, ກອງພັນ, ກອງຮ້ອຍ​ເອກະລາດ, ແຂກ​ຖືກ​ເຊີນ, ຄະນະ​ຮັບ​ຜິດ​ຮັບ​ຊອບ, ຄູ-ອາຈານ ຕະຫຼອດ​ຮອດ​ທະຫານ​ໃໝ່ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ບຸນ​ປໍ ໄຊ​ວົງສາ ຮອງ​ຫົວໜ້າ​ການ​ທະ ຫານ ກອງພັນ​ໃຫຍ່ 279 ໄດ້​ຜ່ານ​ບົດ​ສະຫຼຸບ​ຜ່ານ​ການ​ອົບຮົມ-ຫັດ​ແອບ​ໃຫ້​ທະຫານ​ໃໝ່ ປະຈຳ​ປີ 2023. ຜ່ານ​ການຈັດຕັ້ງ​ປະຕິບັດ​ແຜນການ​ອົບຮົມ-ຫັດ​ແອບ​ໃນ​ໄລຍະ 90 ວັນ​ຜ່ານ​ມາ, ເຊິ່ງ​ມີ​ທະຫານ​ໃໝ່​ເຂົ້າ​ຮ່ວມ​ການ​ອົບຮົມ​ທັງ​ໝົດ 166 ສະຫາຍ, ຍິງ 38 ສະຫາຍ, ສາມາດ​ຕີ​ລາຄາ ພາກ​ການເມືອງ ບັນລຸ 80%, ພາກ​ທິດ​ສະ​ດີ 85%, ພາກ​ປະຕິບັດ​ຕົວ​ຈິງ 70%, ດ້ານ​ລະບຽບ, ຂໍ້​ກຳນົດ​ຕ່າງໆ 75%, ວິຊາ​ສະເພາະ 75% ແລະ ວຽກ​ງານ​ກິລາ​ກາ​ຍະ​ກຳ 75%. ໂດຍ: ສາຄອນ ສຸລິເຍດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ