ກອງພັນໃຫຍ່ 279 ປິດຊຸດອົບຮົມ-ຫັດແອບ
ເວລາອອກຂ່າວ: 2023-05-31 08:27:24 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 454 | ຄວາມນິຍົມ:
ວັນທີ 24 ພຶດສະພາ 2023, ກອງພັນໃຫຍ່ 279 ໄດ້ປິດຊຸດອົບຮົມ-ຫັດແອບ ໃຫ້ທະຫານໃໝ່ ຊຸດທີ 8 ປະຈຳປີ 2023, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ເມກສະຫວັນ ແກ້ວດວງດີ ຫົວໜ້າການທະຫານ ກອງພັນໃຫຍ່ 279, ມີຄະນະພັກ-ຄະນະບັນຊາ ພະແນກການ, ກອງພັນ, ກອງຮ້ອຍເອກະລາດ, ແຂກຖືກເຊີນ, ຄະນະຮັບຜິດຮັບຊອບ, ຄູ-ອາຈານ ຕະຫຼອດຮອດທະຫານໃໝ່ ເຂົ້າຮ່ວມ.
ສະຫາຍ ພັນໂທ ບຸນປໍ ໄຊວົງສາ ຮອງຫົວໜ້າການທະ ຫານ ກອງພັນໃຫຍ່ 279 ໄດ້ຜ່ານບົດສະຫຼຸບຜ່ານການອົບຮົມ-ຫັດແອບໃຫ້ທະຫານໃໝ່ ປະຈຳປີ 2023. ຜ່ານການຈັດຕັ້ງປະຕິບັດແຜນການອົບຮົມ-ຫັດແອບໃນໄລຍະ 90 ວັນຜ່ານມາ, ເຊິ່ງມີທະຫານໃໝ່ເຂົ້າຮ່ວມການອົບຮົມທັງໝົດ 166 ສະຫາຍ, ຍິງ 38 ສະຫາຍ, ສາມາດຕີລາຄາ ພາກການເມືອງ ບັນລຸ 80%, ພາກທິດສະດີ 85%, ພາກປະຕິບັດຕົວຈິງ 70%, ດ້ານລະບຽບ, ຂໍ້ກຳນົດຕ່າງໆ 75%, ວິຊາສະເພາະ 75% ແລະ ວຽກງານກິລາກາຍະກຳ 75%.
ໂດຍ: ສາຄອນ ສຸລິເຍດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ