ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທຳ​ມະ​ຊາດ​ໃນ​ກຳມື​ຂອງ​ມະນຸດ
ເວລາອອກຂ່າວ: 2023-05-31 08:27:56 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 42 | ຄວາມນິຍົມ:



ຫຼັງ​ຈາກ​ສູດ​ລົມ​ຫາຍໃຈຄັ້ງ​ ທຳ​ອິດ​ໃນ​ສັງຄົມ​ຕົວ​ເມືອງ​ ກໍ​ຮູ້ ສຶກ​ສຳ​ຜັດໄດ້​ເຖິງ​ການ​ປ່ຽນແປງ​ທາງລົບ​ຂອງ​ທຳ​ມະ​ຊາດ, ຊີວິດ​ໃນ​ເມືອງ​ເກືອບ​ທຸກ​ຢ່າງ​ກາຍເປັນ​ສິ່ງ​ປະດິດທີ່ຢູ່​ອາໄສ​ມີ​ຄວາມ​ແອ​ອັດ, ອາກາດ​ແຫ້ງ​ອົບເອົ້າ ແລະ ເປັນ​ພິດ ຍ້ອນ​ການ​ປ່ຽນແປງ​ນີ້​ຈຶ່ງ​ເຮັດ​ໃຫ້​ມະນຸດ​ຮູ້​ວ່າ​ທຳ​ມະ​ຊາດ​ມີຄວາມ​ສຳຄັນ ແລະ ເປັນ​ມະຫາສານ​ຕໍ່​ສິ່ງ​ທີ່​ມີ​ຊີວິດ ບໍ່​ວ່າ​ຈະ​ເປັນ​ມະນຸດ ຫຼື ສັດ​ອື່ນໆທີ່ດຳ​ລົງ​ຊີວິດ​ຢູ່​ໃນ​ໂລກ​ນີ້​ກໍ​ລ້ວນ​ແຕ່​ຕ້ອງ​ອາໄສ​ທຳ​ມະ​ຊາດ ແລະ ມີ​ທຳ​ມະ​ຊາດ​ເປັນ​ແກນ​ກາງ ເພາະ​ທຳ​ມະ​ຊາດ​ເປັນ​ທຸກ​ຢ່າງ​ທີ່ຕອບ​ສະໜອງໃຫ້​ມະນຸດ​ດຳລົງ​ຊີວິດ​ຢູ່​ໄດ້ ຫຼື ອາດ​ເວົ້າ​ໄດ້​ວ່າ ທຳ​ມະ​ຊາດ​ເປັນ​ສ່ວນໜຶ່ງ​ຂອງ​ຊີວິດ​ມະນຸດ. ປັດຈຸບັນ​ນີ້​​ທ​ຳ​ມະ​ຊາດ​ມີ​ການ​ປ່ຽນແປງ​ໄປ​ຫຼາຍ ເພາະ​ການ​ດຳລົງ​ຊີວິດ​ຂອງ​ຄົນ​ໃນ​ສັງຄົມ ໄດ້​ມີ​ເຕັກ​ໂນ​ໂລ​ຊີ​ທີ່​ທັນ​ສະ​ໄໝ​ ເຂົ້າ​ມາ​ມີ​ບົດບາດ. ມີ​ຫຼາຍ​ປະ ເທດ, ຫຼາຍ​ກຸ່ມ​ຄົນ​ມີ​ແນວ​ຄິດ​ອັນ​ດຽວ​ກັນ​ຄື​ຕ້ອງການ​ແຕ່ສິ່ງ​ທີ່​​ອ​ຳ​ນວຍ​ຄວາມ​ສະດວກ, ຕ້ອງການ​ຄວາມ​ສະບາຍ, ຄວາມ​ຈະເລີນ, ຄວາມ​ຮັ່ງມີ ກໍ​ຄື​ຕ້ອງການ​ຄວາມ​ພັດທະນາ​ເຊັ່ນ: ມີ​ການ​ບຸກເບີກ​ຖະໜົນຫົນທາງ, ສ້າງ​ເຂື່ອນໄຟ ຟ້າ, ນໍ້າປະປາ, ສ້າງ​ໂຮງ​ຈັກ ໂຮງງານ ແລະ ມີ​ການຂຸດ​ຄົ້ນ​ແຮ່​ທາດ​ຕ່າງໆ​ທີ່​ສຳຄັນ​ຈາກທຳ​ ມະ​ຊາດ ລວມ​ໄປ​ເຖິງ​ການ​ບຸກ ເບີກເນື້ອທີ່​ດິນ ​ເພື່ອ​ເຮັດ​ການຜະ ລິດ ແລະ ທຳ​ມາ​ຫາ​ກິນ. ແຕ່​ ຄວາມ​ຕ້ອງການ​ເຫຼົ່າ​ນີ້​ລ້ວນແຕ່ ສົ່ງ​ຜົນ​ກະທົບ​ຕໍ່​ທຳ​ມະ​ຊາດຢ່າງ​ ໜັກໜ່ວງ ເຫັນ​ໄດ້​ຊັດ​ເຈນ​ວ່າ​ບາງ​ບ່ອນ​ກຳລັງ​ປະສົບ​ກັບ​ໄພພິ ບັດ ຈາກ​ທຳ​ມະ​ຊາດ​ທີ່​​ເຄີຍ​ໄດ້​ຍິນ​ ແລະ ຮູ້​ກັນ​ດີ​ກັບ​ຄຳວ່າ “ໄພ​ນ້ຳ​ຖ້ວມ” ປັດຈຸບັນ​ອັດຕາ​ການ​ເພີ່ມ​ຂຶ້ນ​ຂອງ​ປະຊາກອນ​ຢູ່​ໃນລະດັບ​ສູງ, ປະຊາກອນ​ສ່ວນ​ຫຼາຍ​ເຮັດ​ອາຊີບ​ວຽກ​​ງານ​ກະສິກຳ​ກວມ​ເອົາ 70% ຂອງ​ຈຳນວນ​ປະຊາກອນ​ທົ່ວ​ປະເທດ​ເຮັດ​ໃຫ້​ປະລິມານ​ການ​ນຳ​ໃຊ້​ຊັບພະຍາກອນ​ທຳ​ມະ​ຊາດ ນັບ ​ມື້ສູງຂຶ້ນເລື້ອຍໆຈະ​ເຫັນວ່າ​ຊັບພະຍາກອນ​ປ່າໄມ້​ບໍ່​ມີ​ທ່າ​ອ່ຽງ​ທີ່​ຈະ​ເພີ່ມ​ຂຶ້ນ​ມີ​ແຕ່​ຫຼຸດ​ລົງ​ເລື້ອຍໆ. ທັງ​ໝົດ​ນີ້​ກໍ​ຍ້ອນ​ການ​ຖາງ​ປ່າ​ເພື່ອ​ໃຊ້​ເປັນ​ພື້ນ​ທີ່​ຜະລິດ​ກະສິກຳ, ອຸດ​ສາ​ຫະ​ກຳ, ສ້າງຖະໜົນ​ຫົນທາງ ແລະ ທີ່​ສ​ຳ​ ຄັນ​ແມ່ນ​ການ​ຖາງ​ປ່າ​ເຮັດ​ໄຮ່​ແບບເລື່ອນລອຍ​ຂອງ​ປະຊາຊົນ​ຈຳນວນ​ຫຼວງຫຼາຍ​ທີ່​ມີ​ແນວ​ຄິດ​ຢາກ​ໄດ້​ເກີນຄວາມ​ສາມາດ, ເກີນ​ກຳລັງ​ແຮງ​ງານ​ຂອງ​ຕົນ​ເອງ ຈົນ​ລືມ​ຄຳນຶງ​ເຖິງ​ຜົນ​ກະທົບ​ທີ່​ຈະ​ເກີດ​ຂຶ້ນ​ກັບ​ທຳ​ມະ​ຊາດ​ໃນຕໍ່ໜ້າ. ນອກຈາກ​ປ່າໄມ້​ທີ່​ຫຼຸດ​ລົງ​ແລ້ວ​ສັດປ່າ​ກໍມີ​ທ່າ​ອ່ຽງ​ຫຼຸດ​ລົງ​ເຊັ່ນ​ກັນ​ຄື: ມີ​ສັດ​ຫຼາຍ​ຊະນິດ​ໃກ້​ທີ່​ຈະ​ສູນພັນ​ກໍ​ເພາະ​ມີ​ຄົນຈ​ຳ​ນວນ​ຫຼວງຫຼາຍ​ປະກອບ​ອາຊີບ​ລ່າ​ສັດ ຄ້າຂາຍ​ສັດປ່າ​ທີ່​ຜິດ​ກົດໝາຍ ນອກຈາກ​ນີ້ ຍັງ​ມີ​ການ​ຂຸດ​ຄົ້ນ​ແຮ່​ທາດ​ຕ່າງໆ​ທີ່​ສຳຄັນ​ຈາກ​ທຳ​ມະ​ຊາດ, ມີ​ການ​ສ້າງ​ເຂື່ອນ​ໄຟຟ້າ ແລະ​ ໂຮງ​ຈັກ​ໂຮງງານ​ຫຼາຍ​ແຫ່ງ ເພື່ອ​ການພັດທະນາ ແລະ ຕອບ​ສະໜອງ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ມະນຸດ ກໍ​ຄື​ສັງຄົມ​ປັດຈຸບັນ​ທີ່​ມີ​ຄວາມ​ຮຽກຮ້ອງ​ຕ້ອງການ​ຫຼາຍ​ຂຶ້ນ​ຫຼາຍ​ເກິນ​ກວ່າ​ທີ່ທຳ​ມະ​ຊາດ​ມີ​ໃຫ້ ເພາະ​ທຳ​ມະ​ຊາດ​ເປັນ​ສິ່ງ​ທີ່​ມີ​ຢູ່​ຈຳກັດ ເຊິ່ງ​ມະນຸດ​ມີ​ການເພີ່ມ​ຈຳນວນ​ປະຊາກອນ​ຫຼາຍ​ຂຶ້ນ ຢ່າງຕໍ່​ເນື່ອງ ແລະ ໃນ​ຂະນະ​ດຽວ​ ກັນ​ທຳ​ມະ​ຊາດ​ກັບ​ຫຼຸດ​ລົງ​ຢ່າງ​ຕໍ່​ເນື່ອງ​ເຊັ່ນ​ກັນ. ປັດຈຸບັນ​ນີ້​ໂລກ​​ມີ​ການ​ປ່ຽນແປງ​ຢ່າງ​ໄວວາ ທຸກ​ຄົນ​ຫັນ​ມາ​ນິຍົມການ​ໃຊ້​ຊີວິດ​ແບບ​ທັນ​ສະໄໝ​ຕິດ​ພັນ​ກັບ​ເຕັກ​ໂນ​ໂລ​ຊີ ແລະ ນຳ​ໃຊ້​ສານເຄ​ມີ​ຕ່າງໆ​ເປັນຈຳນວນ​ຫຼາຍ ແມ່ນ​ແຕ່​ຊົນ ນະບົດ​ເອງ​ທີ່​ເຄີຍ​ມີ​ທຳ​ມະ​ຊາດ ທີ່​ອຸດົມສົມບູນ ມີ​ທຳ​ມະ​ຊາດຫຼໍ່ ລ້ຽງ​ຊີວິດ ກໍ​ຄື​ມີ​ຊັບ​ໃນ​ດິນ​ສິນ​ ໃນ​ນໍ້າ​ມີ​ແມ່ນໍ້າລຳເຊ​ທີ່​ໃສ​ສະ ອາດ​ສາມາດ​ນຳ​ມາ​ຊົມໃຊ້​ໄດ້​ແຕ່​ຕອນ​ນີ້​ບາງ​ເຂດ​ກັບ​ໄດ້ແຕ່​ແນມ​ເບິ່ງ​ສາຍ​ນໍ້າ​ເຫຼົ່ານັ້ນ​ທີ່​ເຕັມ​ໄປ​ດ້ວຍ​ສານພິດ, ສານ​ເຄ​ມີທີ່​ເກີດ ຈາກ​ຜົນ​ຂອງ​ການ​ກະ​​ທ​ຳ​ຂອງ​ມະນຸດ​ເອງ ກໍ​ຄື​ປະຊາຊົນ​ບາງ​ເຂດ​ໄດ້​ນຳເອົາ​ສານ​ເຄ​ມີ ຢາ​ຂ້າ​ຫຍ້າ, ຢາ​ປາບ​ສັດຕູ​ພືດ, ສານ​ເຄ​ມີ​ຕ່າງໆ​ມາ​ນຳ​ໃຊ້ເຂົ້າ​ໃນ​ການ​ຜະລິດ ເພື່ອ​ເພີ່ມ​ຜົນ​ຜະລິດ​ກະ​ ສະ​ກຳ​ໃຫ້​ໄດ້​ຫຼາຍ​ຂຶ້ນ ແຕ່​ກ່ອນ ໃຊ້​ຈົກ​ໃຊ້​ສຽມ​ໃຊ້​ຝຸ່ນ​ທຳ​ມະ​ຊາດ​ໃນ​ການ​ປູກ​ພືດ​ຜັກ ການ​ເຮັດ​ຮົ້ວ​ສວນ ແຕ່ຕອນ​ນີ້​ກັບ​ພາກັນ​ນິຍົມ​ນາ​ໃຊ້​ສານ​ເຄ​ມີ​ແທນ ຈຶ່ງ​ເຮັດ​ໃຫ້​ມີ​ຜົນ​ເສຍ​ຫາຍຕາມ​ມາ​ຢ່າງ​ໃຫຍ່​ຫຼວງ​ຕໍ່​ທຳ​ມະ​ຊາດ ເວລາ​ຝົນຕົກ​ດິນ​ກໍ​ຖືກ​ນໍ້າ​ຝົນ​ເຊາະເຈື່ອນ, ​ພູຜາ​ປ່າໄມ້​ກໍ​ຖືກ​ຕັດ​ທຳລາຍ​ກາຍເປັນ​ພູ​ຫົວ​ໂລ້ນ ຈຶ່ງ​ບໍ່​ມີ​ຮາກ​ຈາກ​ຕົ້ນ ໄມ້​ໃຫຍ່​ທີ່​ຈະ​ຊ່ວຍ​ກັນ​ບໍ່​ໃຫ້​ດິນ​ເຈື່ອນ​ໄດ້ ຈຶ່ງ​ເຮັດ​ໃຫ້ສານ​ເຄ​ມີ​ເຫຼົ່ານັ້ນ​ໄຫຼ​ລົງ​ສູ່​ແມ່ນໍ້າເຮັດ​ໃຫ້​ນໍ້າ​ເປັນ​ພິດ ນອກຈາກ​ນໍ້າເປັນ​ພິດແລ້ວ​ ດິນ, ອາກາດ, ອາຫານ​ກໍ​ເຕັມ​ໄປ​ດ້ວຍ​ສານພິດສານ​ເຄ​ມີ ແລະ ຍັງ​ທຳລາຍ​ທີ່ຢູ່​ອາໄສ​ຂອງ​ສັດ, ພືດ ແລະ ທຳ​ມະ​ຊາດ​ອີກ​ຈຳນວນ​ຫຼວງຫຼາຍ​ຖືກ​ທຳລາຍ​ລົງ​ຢ່າງ​ໜ້າ​ເວດທະນາ, ມະນຸດ​ບໍ່​ພຽງ​ແຕ່​ທຳລາຍ​ທຳ​ມະ​ຊາດ​ເທົ່າ​ນັ້ນ ແຕ່​ປັດຈຸບັນ​ນີ້ມະນຸດ​ກຳລັງ​ຂ້າ​ມະນຸດ​ດ້ວຍ​ກັນ​ເອງ​ໃນ​ທາງ​ອ້ອມ ຄື​ນຳ​ໃຊ້ຢາ​ຂ້າ​ແມງໄມ້ ຢາ​ປາບ​ສັດຕູ​ພືດ, ຢາ​ຂ້າ​ຫຍ້າ, ສານ​ຮັກສາ​ອາຫານ, ສານ​ເລັ່ງ​ບຳລຸງ​ພືດເຂົ້າ​ມາ​ໃຊ້​ກັນ​ຫຼາຍ​ໃນ​ການ​ຜະລິດ​ກະສິກຳ ແລະ ການດ​ຳ​ລົງ​ຊີວິດ. ປັດຈຸບັນ​ນີ້​ມີ​ຫຼາຍ​ຄົນ​ລືມ​​ໄປ​ແລ້ວ​ວ່າ​ທຳ​ມະ​ຊາດ​ຄື​ຜູ້​ໃຫ້​ຊີວິດ​ໃຫ້​ທີ່ຢູ່​ອາໄສ​ແກ່​ມະນຸດມະນຸດ​ຄື​ຜູ້​ສ້າງ​ສິ່ງ​ຕ່າງໆ ແລະ ກໍ​ຄື​ຜູ້​ທຳລາຍ ດັ່ງນັ້ນ ​ຖ້າບໍ່​ຢາກ​ໃຫ້​ທຳ​ມະ​ຊາດ​ເສື່ອມ​ໂຊມ​ລົງ ຖືກ​ທຳລາຍ​ລົງ​ດ້ວຍ​ຜົນຂອງການ​ກະທຳ​ຂອງມະນຸດ​ເອງ ​ຈົ່ງ​ຮ່ວມ ແຮງ​ຮ່ວມ​ໃຈ​ກັນ​ຢຸດ​ທຳລາຍ​ທຳ​ມະ​ຊາດ ຫັນ​ມາ​ຊ່ວຍ​ກັນ​ສ້າງ ແລະ ຄືນ​ຊີວິດ​ໃຫ້​ກັບຄືນ​ສູ່​ທຳ​ມະ​ຊາດ​ທີ່​ມີ​ແຕ່​ສີຂຽວ ມີ​ຄວາມ​ງຽບ​ສະຫງົບ ແລະ ຄວາມ​ອຸດົມ ສົມບູນ ກໍ​ຄື​ມີ​ອາກາດ​ປອດໂປ່ງ ມີ​ປູ​ປາ​ທີ່​ປອດ​ສານພິດ, ມີ​ອາ ຫານ​ການກິນ​ທີ່​ໄດ້​ຈາກ​ທຳ​ມະ​ຊາດ​ໂດຍ​ກົງ ດ້ວຍ​ການ​ຊ່ວຍ​ກັນ​ປົກ​ປັກ​ຮັກສາ​ທຳ​ມະ​ຊາດ ແລະ ສິ່ງແວດລ້ອມ ຮ່ວມ​ກັນ​ປູກ​ປ່າ ປູກ​ຕົ້ນໄມ້ ຢຸດຕິ​ການ​ຕັດ​ໄມ້​ທຳ​ລາຍປ່າ​ຕັ້ງແຕ່​ມື້ນີ້​ເປັນຕົ້ນ​ໄປ. ພັກ ແລະ ລັດຖະບານ​ກໍ​ໄດ້​ ສືບຕໍ່​ຊຸກຍູ້​ສົ່ງເສີມ​ເຖິງ​ຄວາມ ສຳຄັນ​ຂອງ​ການ​ຄືນ​ສູ່​ທຳ​ມະ​ຊາດ​ໃຫ້​ກັບ​ຄືນ​ມາສູ່​ສະພາບ​ເດີມ ຈຶ່ງ​ໄດ້​ອອກ​ກົດໝາຍ​ປົກ​ປັກ​ຮັກສາ​ສິ່ງແວດລ້ອມ​ກໍ​ຄື​ທຳ​ມະ​ຊາດ ແລະ​ ໄດ້​ປຸກລະດົມ​ຂົນຂວາຍ​ໃຫ້​​ປະຊາຊົນ​ທັງ​ໃນ​ສັງຄົມ​ເມືອງ ແລະ ​ຊົນນະບົດ​ໃຫ້​ມີ​ຄວາມ​ສາມັກຄີຮ່ວມ​ແຮງ​ຮ່ວມກັນ​ມີ​ສະຕິ​ປົກ​ປັກ​ຮັກສາ​ຊັບ ພະຍາກອນ​ທຳ​ມະ​ຊາດ​ ກໍ​ຄື​ທີ່ຢູ່​ອາໄສ ເພື່ອ​ເຮັດ​ໃຫ້​ທຳ​ມະ​ຊາດ​ກັບ​ຄືນ​ມາ​ມີ​ຄວາມ​ອຸດົມສົມບູນ​ຍືນ​ຍົງ ແລະ ເພື່ອ​ເຮັດ​ໃຫ້​ປະ ເທດ​ລາວ​ປາສະຈາກ​ໄພພິບັດ​ຈາກ​ທຳ​ມະ​ຊາດ​ກໍ​ຄື: ແຜ່ນດິນ​ໄຫວ, ໄພ​ນ້ຳ​ຖ້ວມ ແລະ ອາກາດ​ແຫ້ງແລ້ງ. ຮຽບ​ຮຽງ​ໂດຍ: ບຸນ​ຊ້ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ