ກອງພັນໃຫຍ່ 642 ມອບເງິນໃຫ້ນາຍທະຫານອອກການຮັບເງິນອຸດໜູນເທື່ອດຽວ
ເວລາອອກຂ່າວ: 2023-05-31 08:30:18 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2163 | ຄວາມນິຍົມ:
ໃນວັນທີ 26 ພຶດສະພາ 2023 ນີ້, ກອງພັນໃຫຍ່ 642 ໄດ້ຈັດພິທີມອບເງິນໃຫ້ນາຍທະຫານອອກການຮັບເງິນອຸດໜູນເທື່ອດຽວ, ເປັນກຽດກ່າວມອບໂດຍ ສະຫາຍ ພັນໂທ ສຸວັນ ນະຄີລີ ຫົວໜ້າພະແນກການເມືອງ ກອງພັນໃຫຍ່ 642, ມີວິຊາການທີ່ກ່ຽວຂ້ອງ ພ້ອມດ້ວຍບັນດາຜູ້ທີ່ຕາງໜ້າ ແລະ ຜູ້ທີ່ໄດ້ຮັບເງິນເຂົ້າຮ່ວມ.
ໂດຍອີງຕາມຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍ ການອະນຸມັດໃຫ້ນາຍທະຫານອອກການຮັບເງິນອຸດໜູນເທື່ອດຽວ, ໂດຍປະຕິບັດຕາມກົດໝາຍ ວ່າດ້ວຍ ປະກັນສັງຄົມ(ສະບັບປັບປຸງ ) ແລະ ອີງຕາມການສະເໜີຈາກກົມກອງພື້ນຖານ ໂດຍຜ່ານການຄົ້ນຄ້ວາໃນກອງປະຊຸມຄັ້ງວັນທີ 20 ກັນຍາ 2022, ກະ
ຊວງປ້ອງກັນປະເທດຕົກລົງ ໃຫ້ນາຍທະຫານອອກການຮັບເງິນອຸດໜູນເທື່ອດຽວ ຈຳນວນ 4 ສະຫາຍ ໃນນີ້ ມີຄື: ສະຫາຍ ພັນຕີ ລາວກູຊົງ ສີສັງວອນ, ສະຫາຍຮ້ອຍໂທ ຄອນແທ໋ກ ຄຳວິໄລ, ສະຫາຍ ຮ້ອຍຕີ ປ໋ອກ ຫຼວງອາໄພ ແລະ ສະຫາຍ ຮ້ອຍຕີ ດ໋າ ກອງແພງຕາ ລວມເປັນເງິນທັງໝົດ 281.076.879 ກີບ
ໂອກາດນີ້, ສະຫາຍ ພັນໂທ ສຸວັນ ນະຄີລີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວຂອງບັນດາສະຫາຍທີ່ໄດ້ປະກອບສ່ວນເຫື່ອແຮງສະຕິປັນຍາເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ເວົ້າລວມ, ເວົ້າສະເພາະແມ່ນປະກອບສ່ວນອັນສຳຄັນໃນການປັບປຸງກໍ່ສ້າງກົມກອງໃຫ້ເຕີບໃຫຍ່ເຂັ້ມແຂງ, ສຶບຕໍ່ຮ່ວມມືເຄື່ອນໄຫວນຳອຳນາດການປົກຄອງທ້ອງຖິ່ນ, ເປັນແບບ ຢ່າງທີ່ດີໃນການສຶກສາອົບຮົມລູກຫຼານ ປະຊາຊົນໃຫ້ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ, ການປະຕິບັດນະໂຍບາຍດັ່ງກ່າວແມ່ນການຊ່ວຍແບ່ງເບົາພາລະໃນຄອບຄົວສ່ວນໃດສ່ວນໜຶ່ງ ຫຼື ຈະເປັນກ້ອນທຶນໃດໜຶ່ງໃຫ້ບັນດາສະຫາຍນຳໃຊ້ເຂົ້າໃນການສ້າງສາເສດຖະກິດຂອງຄອບຄົວໃຫ້ມີການພັດທະນາຍ່ິງໆຂຶ້ນ.
ໂດຍ: ແຟນຕ່າ ໄຊຍະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ