ກອງພົນທີ 3 ປະກາດການເລື່ອນຊັ້ນນາຍສິບ
ເວລາອອກຂ່າວ: 2023-05-31 08:31:35 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1333 | ຄວາມນິຍົມ:
ໃນວັນທີ 26 ພຶດສະພາ 2023 ນີ້, ກອງພົນທີ 3 ໄດ້ປະກາດການເລື່ອນຊັ້ນນາຍສິບ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຊາຍທອງ ປີຊາຈັນ ຫົວໜ້າຫ້ອງເສນາທິການ ກອງພົນທີ 3, ມີ ຄະນະພັກ-ຄະນະບັນຊາຈາກອົງການ, ກົມກອງຕະຫຼອດຮອດຜູ້ທີ່ໄດ້ຮັບຊັ້ນໃໝ່ເຂົ້າຮ່ວມ.
ສະຫາຍ ພັນໂທ ຄຳອາຍ ສຸລິພາ ຫົວໜ້າພະແນກກຳລັງພົນກອງພົນທີ 3 ໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ເສນາທິການກອງທັບ ວ່າດ້ວຍ ການອະນຸມັດເລື່ອນ
ຊັ້ນນາຍສິບ ຢູ່ກອງພົນທີ ອີງຕາມຂໍ້ກຳນົດ ວ່າດ້ວຍ ລະບຽບການຂອງນາຍສິບ ແລະ ພົນທະຫານໃນກອງທັບປະຊາຊົນລາວ (ສະບັບປັບປຸງ) ກົມໃຫຍ່ເສນາ
ທິການກອງທັບຕົກລົງເລື່ອນຊັ້ນສິບຕີ ຂຶ້ນ ສິບໂທ ຈຳນວນ 40 ສະຫາຍ, ສິບໂທ ຂຶ້ນ ສິບເອກ ຈຳນວນ 97 ສະຫາຍ.
ສະຫາຍ ພັນເອກ ຊາຍທອງ ປີຊາຈັນ ໄດ້ກ່າວສະແດງຄວາມຍອ້ງຍໍຊົມເຊີຍຕໍ່ພົນທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່ໃນຄັ້ງນີ້, ພ້ອມທັງເນັ້ນໜັກໃຫ້ແຕ່
ລະສະຫາຍ ຈົ່ງສືບຕໍ່ເພີ່ມທະວີຄວາມສາມັກຄີໃຫ້ເປັນປຶກແຜ່ນແໜ້ນໜາ, ປັບປຸງແບບແຜນວິທີເຮັດວຽກແບບວິທະຍາສາດໃຫ້ສອດຄ່ອງກັບໜ້າທີ່ການເມືອງຂອງຕົນ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນທາດການເມືອງຄຸນສົມບັດສິນທຳປະ
ຕິວັດ, ເອົາໃຈໃສ່ຄົ້ນຄວ້າຊອກຮູ້ຮໍ່າຮຽນເພື່ອຍົກລະດັບຄວາມຮູ້ຄວາມສາມາດຂອງຕົນໃຫ້ສູງຂຶ້ນ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ ທີ່ພັກ ແລະ ລັດມອບໝາຍໃຫ້ດ້ວຍໝາກຜົນສູງ.
ໂດຍ: ເທບພະກອນ ລັດຕະນະສັກ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ