ນາໂຕ ຮຽກຮ້ອງໃຫ້ອຳນາດການປົກຄອງ ໂກໂຊໂວ ຫຼຸດຜ່ອນຄວາມເຄັ່ງຕຶງສຳລັບຊາວ ແຊກບີ
ເວລາອອກຂ່າວ: 2023-05-31 08:33:14 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 28 | ຄວາມນິຍົມ:
ຕາມຂ່າວສານຊິນຮວາລາຍງານວັນທີ 29 ພຶດສະພາ ນີ້ວ່າ:ຄຳຮຽກຮ້ອງດັ່ງກ່າວໄດ້ຍົກອອກມາພາຍຫຼັງ 2 ວັນເກີດການປະທະກັນຢ່າງຮຸນແຮງລະຫວ່າງກຳລັງຕຳຫຼວດ ໂກໂຊໂວ ແລະ ກຸ່ມຄົນປະທ້ວງ ແຊກບີ ທີ່ຄັດຄ້ານເລື່ອງ ບັນດາຫົວໜ້າເຂດເປັນຊາວເຜົ່າ ອາກເມນີຮັບດຳລົງຕຳ ແໜ່ງຢູ່ເຂດຂອງຊາວ ແຊກບີ ຢູ່ ໂກໂຊໂວ. ທ່ານ ສໂຕນເຕັນເບີກ ເລຂາທິການກຸ່ມນາໂຕ ໃຫ້ຮູ້ວ່າ: ໄດ້ແລກປ່ຽນກັບຜູ້ນຳໜ້ານະໂຍບາຍການຕ່າງປະເທດຂອງ ສະຫະພາບເອີຣົບ ກ່ຽວກັບ ໂກໂຊໂວ, ທ່ານ ໂຈເຊັບ ບໍເຣນ ແລະ ເຫັນດີເປັນເອກະພາບໂດຍຖືວ່າ 2 ຝ່າຍຕ້ອງເຂົ້າຮ່ວມການເຈລະຈາໂດຍ ສະຫະພາບເອີຣົບ (EU) ນຳໜ້າ, ພ້ອມດຽວກັນນັ້ນ ໂກໂຊໂວ ຕ້ອງຫຼຸດຜ່ອນຄວາມເຄັ່ງຕຶງ ແລະ ບໍ່ປະຕິບັດບັນດາການກະທຳທີ່ກໍ່ຄວາມຂາດສະຖຽນລະພາບຕາມລຳພັງຝ່າຍດຽວຕື່ມອີກ.
ຊາວ ແຊກບີ ກວມເອົາສ່ວນຫຼາຍໃນຈຳນວນປະຊາກອນໃນເຂດພາກເໜືອ ໂກໂຊໂວ ແລະ ເຂົາເຈົ້າບໍ່ຍອມຮັບຖະແຫຼງການປະກາດເອກະລາດປີ 2008 ຂອງ ໂກໂຊໂວ ໂດຍແຍກຕົວອອກຈາກ ແຊກບີ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ