ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ນາ​ໂຕ ຮຽກຮ້ອງ​ໃຫ້​ອຳນາດ​ການ​ປົກຄອງ ໂກ​ໂຊ​ໂວ ຫຼຸດຜ່ອນ​ຄວາມ​ເຄັ່ງ​ຕຶງ​ສຳລັບ​ຊາວ ແຊກ​ບີ
ເວລາອອກຂ່າວ: 2023-05-31 08:33:14 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 29 | ຄວາມນິຍົມ:



ຕາມ​ຂ່າວສານ​ຊິນ​ຮວາ​ລາຍ​ງານ​ວັນ​ທີ 29 ພຶດສະພາ ນີ້​ວ່າ:ຄຳ​ຮຽກຮ້ອງ​ດັ່ງກ່າວ​ໄດ້​ຍົກ​ອອກ​ມາ​ພາຍຫຼັງ 2 ວັນ​ເກີດ​ການ​ປະ​ທະ​ກັນ​ຢ່າງ​ຮຸນ​ແຮງ​ລະຫວ່າງ​ກຳລັງ​ຕຳຫຼວດ ໂກ​ໂຊ​ໂວ ແລະ ກຸ່ມ​ຄົນ​​ປະ​ທ້ວງ ແຊກ​ບີ ທີ່​ຄັດຄ້ານ​ເລື່ອງ ບັນດາ​ຫົວໜ້າ​ເຂດ​ເປັນ​ຊາວ​ເຜົ່າ ອາກເມນີຮັບ​ດຳລົງ​ຕຳ ແໜ່ງ​ຢູ່​ເຂດ​ຂອງ​ຊາວ ແຊກ​ບີ ຢູ່ ໂກ​ໂຊ​ໂວ. ທ່ານ ​ສ​ໂຕນ​ເຕັນ​ເບີກ ເລຂາທິການກຸ່ມນາໂຕ ໃຫ້​ຮູ້​ວ່າ: ໄດ້​ແລກປ່ຽນ​ກັບ​ຜູ້ນຳ​ໜ້າ​ນະໂຍບາຍ​ການ​ຕ່າງປະເທດ​ຂອງ ສະຫະພາບ​ເອີ​ຣົບ ກ່ຽວ​ກັບ ໂກ​ໂຊ​ໂວ, ທ່ານ ໂຈ​ເຊັບ ບໍ​ເຣນ ແລະ ເຫັນ​ດີ​ເປັນ​ເອກະ​ພາບ​ໂດຍ​ຖື​ວ່າ 2 ຝ່າຍ​ຕ້ອງ​ເຂົ້າ​ຮ່ວມ​ການ​ເຈລະຈາ​ໂດຍ ສະຫະພາບ​ເອີ​ຣົບ (EU) ນຳ​ໜ້າ, ພ້ອມ​ດຽວ​ກັນ​ນັ້ນ ໂກ​ໂຊ​ໂວ ຕ້ອງ​ຫຼຸດຜ່ອນ​ຄວາມ​ເຄັ່ງ​ຕຶງ ແລະ ບໍ່​ປະຕິບັດ​ບັນດາ​ການ​ກະທຳ​ທີ່​ກໍ່​ຄວາມ​ຂາດ​ສະຖຽນ​ລະ​ພາບ​ຕາມ​ລຳພັງ​ຝ່າຍ​ດຽວ​ຕື່ມ​ອີກ.         ຊາວ ແຊກ​ບີ ກວມ​ເອົາ​ສ່ວນ​ຫຼາຍ​ໃນ​ຈຳນວນ​ປະຊາກອນ​ໃນ​ເຂດ​ພາກ​ເໜືອ ໂກ​ໂຊ​ໂວ ແລະ ເຂົາເຈົ້າ​ບໍ່​ຍອມຮັບ​ຖະແຫຼງການ​ປະກາດ​ເອກະລາດ​ປີ 2008 ຂອງ ໂກ​ໂຊ​ໂວ  ໂດຍ​ແຍກ​ຕົວ​ອອກ​ຈາກ ແຊກ​ບີ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ