ກອງພັນໃຫຍ່ 661 ສຳເລັດການອົບຮົມ-ຫັດແອບ ທະຫານໃໝ່ ຊຸດທີ VII
ເວລາອອກຂ່າວ: 2023-05-31 08:33:49 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 546 | ຄວາມນິຍົມ:
ໃນວັນທີ 26 ພຶດສະພາ 2023, ກອງພັນໃຫຍ່ 661 ໄດ້ສຳເລັດການອົບຮົມ-ຫັດແອບ ທະຫານໃໝ່ ຊຸດທີ VII, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຄຳປານ ແພງພັນ ຫົວໜ້າການເມືອງ ກອງພັນໃຫຍ່ 661, ມີຄະນະພັກ-ຄະນະບັນຊາກອງພັນໃຫຍ່, ກອງພັນ, ພະນັກງານຄູ-ອາຈານ, ແຂກຖືກເຊີນ ພ້ອມດ້ວຍກຳລັງທະຫານໃໝ່ເຂົ້າຮ່ວມ.
ສະຫາຍ ພັນໂທ ທອງສີ ສີສະຫວັດ ຮອງຫົວໜ້າພະແນກເສນາທິການ ກອງພັນໃຫຍ່ 661 ໄດ້ຜ່ານບົດສະຫຼຸບການຈັດຕັ້ງ ອົບຮົມ-ຫັດແອບໃຫ້ທະຫານໃໝ່ໃຫ້ຮູ້ວ່າ: ຜ່ານການອົບຮົມ-ຫັດແອບຕົວຈິງຂອງກຳລັງທະຫານໃໝ່ ຈຳນວນ 52 ສະຫາຍ, ເຫັນວ່າ: ແຕ່ລະສະຫາຍໄດ້ເອົາໃຈໃສ່ໃນການຄົ້ນຄວ້າຮຳຮຽນຢ່າງຕັ້ງໜ້າບໍ່ວ່າທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ. ໃນນີ້, ຕີລາຄາຜົນໄດ້ຮັບຄື: ວິຊາການເມືອງ 42,30%, ວິຊາລະບຽບ-ກິລາ 65,38%, ວິຊາພະລາທິການ-ເຕັກນິກ 61,53%, ວິຊາສິລະປະຍຸດ100%, ວິຊາຍຸດທະວີທະຫານຮາບ 94,23%, ຜ່ານການອົບຮົມ-ຫັດແອບໃນຄັ້ງນີ້ເຫັນວ່າແຕ່ລະສະຫາຍແນວຄິດການເມືອງໜັກແໜ້ນ ແລະ ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ, ມີຄວາມກະຕືລືລົ້ນ, ມີຄວາມສາມັກຄີເດັດດ່ຽວ ສາມມາດຜ່ານຜ່າອຸປະສັກຄວາມຫຍຸ້ງຍາກໃນການອົບຮົມ-ຫັດແອບຮັບປະກັນຄວາມປອດໄພໄດ້100%.
ໂດຍ: ບຸນຊ້ອຍ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ