ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄູ່ຮ່ວມມືສັນຍາການຄ້າເສລີ ໃນພາກພື້ນ ຈະກາຍເປັນແຮງໜູນໃຫຍ່ການຄ້າໂລກ
ເວລາອອກຂ່າວ: 2023-05-31 08:36:12 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 33 | ຄວາມນິຍົມ:



ເວທີ​ປຶກສາ​ຫາລື​ຄັງ​ປັນຍາ​ການ​ພັດທະນາ​ສື່​ມວນ​ຊົນ​ພາກ​ພື້ນ ໄດ້​ຈັດ​ກອງ​ປະຊຸມ​ປະຈຳ​ປີ 2023 ທີ່​ມີ​ຫົວຂໍ້​ວ່າ: “ການ​ຮ່ວມ​ກັນ​ສ້າງ​ເຂດ​ການ​ຄ້າ​ເສລີ​ໃຫຍ່​ທີ່​ສຸດ​ໃນ​ໂລກ” ຢູ່​ນະຄອນ​ໄຫ​ໂຂ ແຂວງ​ໄຫ​ຫຼຳ​ ປະເທດ​ຈີນ. ຜູ້ຕາງໜ້າ​ທີ່​ມາ​ຈາກ​ຈີນ, ສິງກະໂປ, ລາວ ແລະ ປະເທດ​ອື່ນໆ​ຈຳນວນ 450 ກວ່າ​ທ່ານ​ໄດ້​ເຂົ້າ​ຮ່ວມ​ເວທີ​ເປິກສາຫາລື​ໃນ​ຄັ້ງ​ນີ້. ໃນ​ເວທີ​ເປິກສາຫາລື​ດັ່ງກ່າວ, ນັກວິຊາການ​ຂອງ​ຫຼາຍ​ປະເທດ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ປະເທດ​ສະມາຊິກ​ຊຸກຍູ້​ສັນຍາການຄ້າ RCEP ຢ່າງ​ຕັ້ງໜ້າ, ສ້າງ “ພະ ລັງ​ທີ່​ສ້າງ ສັນ” ຫຼາຍ​ກວ່າ​ເກົ່າ​ໃຫ້​ກັບ​ການ​ຟື້ນ​ຟູ​ເສດຖະກິດ​ອາຊີ ກໍ​ຄື​ທົ່ວ​ໂລກ. ປັດຈຸບັນ, ການເມືອງ​ພູມີ​ພາກ​ທົ່ວ​ໂລກ​ມີ​ຄວາມ​ເຄັ່ງ​ຕຶງ, ໂຄງ​ປະກອບ​ເສດຖະກິດ​ມີ​ການ​ຜັນ​ແປ, ການ​ພັດທະນາ​ເສດຖະກິດ​ທົ່ວ​ໂລກ​ອາດ​ຈະ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ທີ່​ຂ້ຽວຂາດ​ຈາກ “10 ປີ​ທີ່​ສູນ​ເສຍ”. ທະນາຄານ​ໂລກ​ຄາດ​ຄະເນ​ວ່າ: ລະຫວ່າງ​ປີ 2022 ຫາ​ປີ 2030, ອັດຕາ​ການ​ເຕີບ​ໂຕ​ບົ່ມ​ຊ້ອນ​ສະເລ່ຍ​ຂອງ GDP ໃນ​ທົ່ວ​ໂລກ​ຈະ​ຫຼຸດ​ລົງ​ປະມານ 1/3 ເມື່ອ​ທຽບໃສ່ 10 ປີ​ທຳ​ອິດ​ຂອງ​ສະຕະວັດ​ນີ້. ຈະ​ມີ​ການ​ພັດທະນາ ຫຼື ຊຸດໂຊມ​ລົງ, ຈະ​ດຳເນີນ​ການ​ຮ່ວມ​ມື ຫຼື ຕໍ່ຕ້ານ​ກັນ, ໄດ້​ກາຍເປັນ​ທາງ​ເລືອກ​ອັນ​ສຳຄັນ​ທີ່​ໂລກ​ກຳລັງ​ປະ​ເຊີນ​ໜ້າ​ໃນ​ປັດຈຸບັນ. ພາຍຫຼັງ​ສັນຍາ​ວ່າ​ດ້ວຍ​ການ ​ພົວພັນ​ຄູ່​ຮ່ວມ​ເສດຖະກິດ​ຮອບ ດ້ານ​ໃນ​ພາກ​ພື້ນ ຫຼື RCEP ມີ​ຜົນ​ບັງຄັບ​ໃຊ້​ເປັນ​ເວລາ​ຫຼາຍ​ກວ່າ​ໜຶ່ງ​ປີ​ເປັນຕົ້ນ​ມາ, ສັນຍາ​ດັ່ງກ່າວ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ໃນ​ການ​ຊຸກຍູ້​ການ​ເຕີບ​ໂຕ​ທາງ​ການ​ຄ້າ ແລະ ​ການ​ລົງທຶນ ກໍ​ຄື​ການ​ຟື້ນ​ຟູ​ເສດຖະກິດ​ໃນ​ພາກ​ພື້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ໃນ​ປີ 2022, ການ​ສົ່ງ​ອອກ​ຂອງ​ກຳປູເຈຍ​ຕໍ່​ປະເທດ​ສະມາຊິກ​ອື່ນໆ​ຂອງ RCEP ໄດ້​ເພີ່ມ​ຂຶ້ນ 7% ເມື່ອ​ທຽບໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2021 ເຊິ່ງ​ໄດ້​ຊຸກຍູ້​ເສດຖະກິດ​ກຳປູເຈຍ​ໃນ​ປີ 2022 ເພີ່ມ​ຂຶ້ນ​ປະມານ 2%. ມີ​ການ​ວິເຄາະ​ຄາດ​ຄະເນ​ວ່າ: ເມື່ອ​ຮອດ​ປີ 2035, RCEP ຈະ​ຊຸກຍູ້​ໃຫ້​ອັດຕາ​ການ​ເຕີບ​ໂຕ​ຂອງ GDP ອາ​ຊຽນ​ເພີ່ມ​ຂຶ້ນ 4,47%. ຫວ່າງ​ມໍ່ໆມານີ້, ສຳນັກງານ​ເລຂາ​ອາ​ຊຽນ ທີ່​ເປັນ​ອົງການ​ເກັບ​ຮັກສາ​ສັນຍາ RCEP ໄດ້​ອອກ​ແຈ້ງ​ການ​ວ່າ: ຟີ​ລິບ​ປິນ​ໄດ້​ຍື່ນ​ສານ​ຢືນຢັນ​ສັນຍາ RCEP ໃຫ້​ເລຂາທິການ​ໃຫຍ່​ອາ​ຊຽນ​ຢ່າງ​ເປັນ​ທາງ​ການ​ແລ້ວ. ອີງ​ຕາມ​ຂໍ້​ກຳນົດ ທີ່​ກ່ຽວຂ້ອງ​ຂອງ​ສັນຍາ, RCEP ຈະ​ມີ​ຜົນ​ບັງຄັບ​ໃຊ້​ຢ່າງ​ເປັນ​ທາງ​ການ​ຕໍ່​ຟີ​ລິບ​ປິນ ນັບ​ແຕ່​ວັນ​ທີ 2 ມິຖຸນາ​ໜ້າ​ນີ້​ເປັນຕົ້ນ​ໄປ. ພາຍຫຼັງ RCEP ເລີ່ມ​ມີ​ຜົນ​ບັງຄັບ​ໃຊ້​ຕໍ່​ຟີ​ລິບ​ປິນ​ແລ້ວ, 15 ສະມາຊິກ​ທັງ​ໝົດ​ຂອງ RCEP ລ້ວນ​ແຕ່​ໄດ້​ສຳເລັດ​ຂັ້ນ ​ຕອນ​ການ​ຢືນຢັນ​ການ​ມີ​ຜົນ​ບັງ ຄັບ​ໃຊ້​ຂອງ​ສັນຍາ ແລະ ໄດ້​ປະຕິບັດ​ການ​ຫຼຸດ​ພາສີ​ທີ່​ກ່ຽວ ຂ້ອງ​ໃຫ້​ກັນ​ແລະ​ກັນ, ຈາກ​ນັ້ນ, ສັນຍາ​ໄດ້​ກ້າວ​ເຂົ້າ​ສູ່ ໄລຍະ​ໃໝ່​ ແຫ່ງ​ການ​ປະຕິບັດ​ຢ່າງຮອບ ດ້ານ. ມີ​ນັກ​ວິເຄາະ​ຄາດ​ຄະເນ​ວ່າ: ສັນຍາ RCEP ຈະ​ກາຍ ເປັນ​ປັດ​ໄຈ​ກະ​ຕຸ້ນ​ການ​ຟື້ນ​ຟູ​ເສດ ຖະກິດ​ໂລກ​ພາຍຫຼັງ​ເກີດ​ມີ​ການ​ແພ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ພ້ອມ​ທັງ​ຊ່ວຍ​ພາກ​ພື້ນ​ດັ່ງກ່າວ​ກາຍເປັນ​ໃຈ​ກາງຂອງ​ເສດຖະກິດ​ທົ່ວ​ໂລກ. ຈີນ​ເປັນ​ຜູ້​ຊຸກຍູ້​ສັນຍາ RCEP ທີ່​ສຳຄັນ​ມາ​ໂດຍ​ຕະຫຼອດ. ສະ ພາບ​ການ​ເປີດ​ປະຕູ​ສູ່​ພາຍນອກ​ ໃນ​ລະດັບ​ສູງ​ຂອງ​ຈີນ​ຈະ​ກາຍ ເປັນ​ພະລັງ​ຊຸກຍູ້​ທີ່​ສຳຄັນ​ໃນ​ການ​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ​ສະບັບ​ທີ 3,0. ໃນ 10 ຫາ 20 ປີ​ຕໍ່ໜ້າ​ນີ້, ການ​ຫັນປ່ຽນ​ຂອງ​ໂຄງ​ປະກອບ​ການ​ບໍລິໂພກ, ໂຄງ​ປະກອບ​ອຸດສາຫະກຳ, ໂຄງ​ປະກອບ​ການ​ຄ້າ ແລະ​ການ​ຫັນປ່ຽນ​ໃນ​ຂົງເຂດ​ອື່ນໆ ຈະ​ເຮັດ​ໃຫ້​ເກີດ​ມີ​ພື້ນ​ທີ່​ຕະຫຼາດ​ທີ່​ໃຫຍ່​ຫຼວງ. ຂໍ​ຍົກ​ເອົາ​ການ​ຫັນປ່ຽນ​ຂອງ​ໂຄງ​ປະກອບ​ການ​ບໍລິໂພກ​ເປັນ​ຕົວຢ່າງ, ຄາດ​ວ່າ​ເມື່ອ​ຮອດ​ປີ 2025, ການ​ບໍລິໂພກ​ໃນ​ດ້ານ​ການ​ບໍລິການ​ຂອງ​ພົນລະເມືອງ​ຕົວ​ເມືອງ​ແລະ​ຊົນນະບົດ​ຂອງ​ຈີນ​ມີ​ຄວາມ​ຫວັງ​ຈະ​ກວມ​ເອົາ​ປະມານ 50% ແລະ​ເມື່ອ​ຮອດ​ປີ 2030 ມີ​ຄວາມ​ຫວັງ​ຈະ​ບັນລຸ​ເຖິງ 55% ຂຶ້ນ​ໄປ. ສັນຍາ RCEP ເປັນ​ສັນຍາ ​ການ​ຄ້າ​ເສລີ​ສະບັບ​ໜຶ່ງ​ທີ່​ກວມ​ລວມ. ການ​ທີ່​ຊຸກຍູ້​ການຈັດຕັ້ງ​ປະຕິບັດ​ສັນຍາ​ຢ່າງຮອບດ້ານ ແລະ ຍົກ​ລະດັບ​ສັນຍາ​ຢ່າງ​ບໍ່​ຢຸດ​ຢັ້ງ ຈະ​ເຮັດ​ໃຫ້​ສັນຍາ RCEP ເສີມ​ຂະຫຍາຍ​ບົດບາດ​ຕື່ມ​ອີກ​ໃນ​ການ​ລົງ​ເລິກ​ການ​ຮ່ວມ​ມື​ເສດ ຖະກິດ​ການ​ຄ້າ​ໃນ​ພາກ​ພື້ນ ແລະ​ຊຸກຍູ້​ການ​ຟື້ນ​ຕົວ ແລະ ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ພາກ​ພື້ນ ເຊິ່ງ​ສົມ​ກັບ​ຄຳ​ເວົ້າ​ຂອງ​ທ່ານ​ຢີ້​ສຽວ​ຈູນ ອະດີດ​ຮອງ​ຜູ້ອຳນວຍ ການ​ໃຫຍ່​ອົງການ WTO, ອະ ດີດ​ຮອງ​ລັດຖະມົນ ຕີ​ກະຊວງ​ການ​ຄ້າ​ຈີນ​ທີ່​ວ່າ: “RCEP ຄື​ ການ​ຕອບ​ໂຕ້​ຢ່າງ​ແຂງແຮງ​ຕໍ່​ ລັດທິ​ປົກ​ປ້ອງ​ການ​ຄ້າ​ໃນ​ປັດຈຸບັນ.”



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ