ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງຮຽນ​ການ​ທະຫານ​ທ້ອງຖິ່ນ​ແຂວງ​ບໍ​ລິ​ຄຳ​ໄຊ ຍົກ​ສູງ​ການ​ອົບຮົມ-ຫັດ​ແອບ ​ໃຫ້​ທະຫານ​ໃໝ່
ເວລາອອກຂ່າວ: 2023-05-31 08:38:07 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1738 | ຄວາມນິຍົມ:



ສະຫາຍ ພັນ​ໂທ ເພັດ​ມະນີ ຈັນ​ລາ​ຄຳ ຫົວໜ້າ​ການ​ທະຫານ ໂຮງຮຽນ​ການ​ທະຫານທ້ອງ ຖິ່ນ​ ແຂວງ​ບໍ​ລິ​ຄຳ​ໄຊ ໃຫ້​ຮູ້​ວ່າ: ການຈັດຕັ້ງ​ອົບຮົມ-ຫັດ​ແອບ​ໃຫ້​ທະຫານ​ໃໝ່​ພັນທະ​ປ້ອງ​ກັນ​ຊາດ​ໃນ​ໄລຍະ 3 ເດືອນ​ໃນ​ຄັ້ງ​ນີ້ ໂດຍ​ປະຕິບັດ​ຕາມ​ແຜນການ​ລະດົມ​ພົນ ຂອງ​ກົມ​ກຳລັງ​ພົນ ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ວ່າ​ດ້ວຍ​ການ​ອົບຮົມ-ຫັດ​ແອບ​ໃຫ້​ທະຫານ​ໃໝ່​ພັນທະ​ປ້ອງ​ກັນ​ຊາດ ​ເປັນ​ການ​ເຝິກຝົນ​ຫຼໍ່​ຫຼອມ​ກຳລັງ​ແຮງ​ກາຍ​ໃຫ້​ນັກຮົບ ​ໄດ້​ຮຽນ​ຮູ້​ສິລະ​ປະຍຸດ-ຍຸດທະວິທີ​ຂັ້ນ​ພື້ນຖານ​ຂອງ​ທະຫານ​ຮາບ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດ ທະນາ​ປະເທດ​ຊາດ. ເຊິ່ງ​ຊຸດ​ອົບຮົມ​ໃນ​ຄັ້ງນີ້ ​ມີ​​ທະ ຫານໃໝ່ທັງ​ໝົດ 33 ສະ ຫາຍ, ເນື້ອ​ໃນ​ທີ່ນຳມາອົບຮົມ ​ມີ 3 ພາກຄື: ພາກການເມືອງປະກອບ​ ມີ 6 ບົດ, ພາກ​ພະລາທິການ-ເຕັກນິກປະກອບ​ມີ 3 ບົດ, ພາກ ການ​ທະຫານ ປະກອບ​ມີ 8 ບົດ ສາມາດ​ປະເມີນຜົນພາກການ ເມືອງໄດ້ 89 %, ພາກພະລາທິ ການ​ເຕັກນິກ 85 % ແລະ ພາກ​ ການ​ທະຫານ 87 %, ແລະ ວິ ຊາງົດງາມ, ຮູບ​ແຖວ​ການເຄົາ ລົບທຸງ, ການເດີນ​ຂະ​ບວນ​ສວນ ສະໜາມ, ການຫັດກາຍ​ມື​ເປົາ 2 ບົດ 24 ຈັງຫວະ, ຍຸດທະວິທີ​ຂັ້ນພື້ນຖານຂອງ​ທະຫານ​ຮາບ​ແມ່ນ​ການ​ເລັ່ງ​ປືນ, ນັ່ງ 3 ເສົ້າ, ນອນ​ຍິງ ແລະ ຢືນ​ຍິງ. ຜ່ານ​ການ​ອົບ ຮົມ-​ຫັດ​ແອບ​ຕົວ​ຈິງ ທັງພາກ​ ທິດ​ສະ​ດີ​ໃນ​ຫ້ອງ​ຮຽນ ແລະ ພາກ ສະໜາມ​ມີ​ນັກຮຽນ​ເກັ່ງ 18 ສະ ຫາຍ, ກາງ 9 ສະຫາຍ, ໄດ້​ຄາດ ໝາຍ 6 ສະຫາຍ ພ້ອມ​ທັງຮັບ ປະກັນ​ຄວາມ​ປອດ​ໄພ 100%. ຈາກ​ນັ້ນ, ​ໄດ້​ມອບ​ໃບຢັ້ງຢືນ​ໃຫ້​ທະ ຫານ​ໃໝ່​ຕື່ມ​ອີກ. ສະຫາຍ ພັນ​ເອກ ຄຳ​ແດງ ແພງ​ພົງພັນ ຫົວໜ້າ​ການ​ທະຫານ​ກອງ​ບັນຊາ​ການ​ທະຫານແຂວງ ​ບໍ​ລິ​ຄຳ​ໄຊ ຍັງ​ໃຫ້​ຮູ້​ຕື່ມ​ອີ​ກວ່າ: ຜົນສຳເລັດ​ທີ່​ໄດ້​ມາ​ນັ້ນ ​ກໍຍ້ອນ​ຄະນະ​ພັກ-ຄະນະ​ບັນຊາ​ທຸກ​ຂັ້ນ​ຕະຫຼອດ​ຮອດ​ພະນັກງານ​ຄູ-ອາ ຈານ ແລະ ນັກຮຽນ ໄດ້​ພ້ອມກັນ ​ຜ່ານຜ່າທຸກອຸປະສັກຄວາມຫຍຸ້ງ ຍາກ​ນາ ນາປະການ ແລະ ພ້ອມກັນ​ ປະຕິບັດຕາມແຜນການ​ຮຽນ-ການ​ສອນ​ໄດ້​ເປັນ​ຢ່າງ​ດີ, ບໍ່​ວ່າ​ຈະເປັນ​ລະບຽບແບບແຜນການ​ອົບຮົບ​ກໍເຄັ່ງ​ຄັດ ແລະ ມີຄວາມ​ ສອດ​ຄອງ​ກັບ​ເງື່ອນໄຂ​ພູມີ​ປະ ເທດ​ທີ່​ກົມ​ກອງ​ຕັ້ງ​ທັບ ຈາກ​ຜົນ ສຳເລັດ​ທີ່​ກ່າວ​ມາ​ນັ້ນ ເພື່ອ​ເປັນ ​ການຢັ້ງຢືນ​ເຖິງ​ໝາກຜົນພະນັກ ງານ-ນັກຮົບ ຕ້ອງ​ຖື​ເອົາວຽກ ​ງານ​ການ​ສືກ​ສາ​ອົບຮົມ​ການ ເມືອງ-ນຳພາ​ແນວຄິດເປັນ​ກົກ ເອົາ​ການອົບຮົມ-ຫັດແອບເປັນ​ ສຳຄັນ ແລະ ພ້ອມ​ກັນ​ນຳ​ເອົາ​ເນື້ອ​ໃນບົດຮຽນ​ທັງ​ພາກ​ທິດ​ສະ​ດີ ແລະ ພາກ​ປະຕິບັດ​ຕົວ​ຈິງ​ທີ່​ຄູ-ອາຈານ​ໄດ້​ສິດສອນ​ໃຫ້ໄປ​ໝູນ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ຕົວ​ຈິງ ຢູ່​ກົມ​ກອງ​ຂອງ​ຕົນ​ໃຫ້​ເກີດ​ດອກ​ອອກ​ຜົນ ແລະ ເຮັດ​ສຳເລັດ​ໜ້າທີ່​ການເມືອງ ທີ່​ການຈັດຕັ້ງ​ຂັ້ນ​ເທີງ​ມອບ​ໝາຍ​ໃຫ້. ໂດຍ: ນາງ​ນ້ອຍ ບານ​ທະ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ