ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ເປັນ​ເຈົ້າ​ການ​ກໍ່ສ້າງ​ນາຍ​ທະຫານ​ເຫຼົ່າ​ຮົບ​ເຕັກນິກ​ໃຫ້​ມີ​ຄຸນ​ນະ​ພາບ
ເວລາອອກຂ່າວ: 2023-05-31 08:39:16 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 365 | ຄວາມນິຍົມ:



ວຽກ​ງານ​ການ​ກໍ່ສ້າງ​ແຜນ​ກຳນົດ​ພະນັກງານ​ມີ​ຄວາມ​ສຳຄັນ ແລະ ຈຳເປັນ​ເພາະວ່າ​ເປັນ​ວຽກ​ແຖວ​ໜ້າ​ໃນ​ການ​ນຳ ພາ-ບັນຊາ ແລະ ການ​ປະຕິບັດ​ແນວທາງ​ນະໂຍບາຍ​ຂອງ​ພັກ, ເປັນ​ຂອດ​ຕັດສິນ​ເຖິງ​ຜົນ​ໄດ້ຜົນ​ເສຍ​ໃນ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ລວມ​ຂອງກົມ​ກອງ ແລະ ເປັນ​ກຸນແຈ​ສຳຄັນຂອງກອງ ທັບ ຍ້ອນ​ແນວ​ນັ້ນ ​ຄະນະ​ພັກ​ກະຊວງປ້ອງ​ກັນປະເທດ ຈິ່ງ​ຖື​ເອົາ​ວຽກງານ​ດັ່ງກ່າວ​ເປັນ​ບູ​ລິ​ມະ​ສິດ​ແຖວ​ໜ້າ​ມອບ​ໃຫ້​ຄະນະ​ພັກ​ອົງການ​ກົມ​ໃຫຍ່, ຫ້ອງ​ວ່າ ການ​ກະຊວງ, ກຳລັງ​ຫຼວງ-ກຳ ລັງ​ທ້ອງຖິ່ນ​ສຸມ​ໃສ່​ການກໍ່ສ້າງ​ ພະນັກງານ​ສຶບ​ທອດ​ປ່ຽນ​ແທນ​ໃນ​ອະນາ​ຄົດ. ໃນ​ນີ້​, ເວົ້າ​ສະເພາະ ​ຢູ່ອົງການກົມໃຫຍ່ເຕັກນິກກອງ ທັບ ຍາມ​ໃດ​ກໍໃຫ້​ຄວາມ​ສຳຄັນ ແລະ ເອົາໃຈໃສ່​ຊີ້​ນຳເປັນ​ພິເສດ​ ໃນ​ການ​ສ້າງ​ແຜນກຳນົດພະນັກ ງານ​ເພື່ອ​ຊອກ​ໃຫ້​ໄດ້​ບັນດາ​ເປົ້າ​ໝາຍ​ທີ່​ມີ​ເງື່ອນໄຂ​ມາດຖານ​ຄົບ​ຖ້ວນ​ຮັບປະກັນ​ດ້ານ​ປະລິມານ ແລະ ຄຸນນະ​ພາບ, ທັງເປັນ​ພື້ນ ຖານ​ໃຫ້​ແກ່​ການ​ບຳລຸງ, ກໍ່ສ້າງ​ພະນັກງານ​ແຕ່​ລະ​ເປົ້າ​ໝາຍ​ໃນ​ສະເພາະໜ້າ ແລະ ຍາວ​ນານ ທັງ​ນີ້​ ເພື່ອ​ຕອບ​ສະໜອງ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ໜ້າທີ່​ການເມືອງ​ຂອງກອງ ທັບ ເວົ້າ​ສະເພາະ​ຂະແໜງ​ເຕັກ ນິກ​ປ້ອງ​ກັນ​ຊາດ, ເຕັກນິກ​ການ​ທະຫານ ແລະ​ ຂະແໜງການຍຸດ​ ໂທ. ສະຫາຍ ພັນ​ເອກ ບຸນ​ຖະໜອມ ສາຍ​ຄຳ​ຈັນ ຮອງ​ຫົວໜ້າ​ກົມເສ ນາ​ເຕັກນິກ ກົມ​ໃຫຍ່​ເຕັກນິກ​ກອງທັບ ໃຫ້​ຮູ້​ວ່າ: ເພື່ອ​ຕອບ​ສະໜອງ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ໜ້າທີ່​ການເມືອງ​ແລະ​ວິຊາ​ສະເພາະ​ຂອງ​ເຫຼົ່າ​ຮົບ​ເຕັກນິກ​ໃນ​ກອງທັບ. ຄະນະ​ນຳ​ກົມ​ໃຫຍ່​ເຕັກນິກ​ກອງທັບ ໄດ້​ມອບ​ໃຫ້ ກົມ​ເສນາ​ເຕັກນິກ ເປັນ​ເຈົ້າ​ການ​ດ້ານ​ວຽກ​ງານ​ກໍ່ສ້າງ​ພະນັກງານ​ຂະແໜງການ​ເຕັກນິກ ດັ່ງນັ້ນ​ຄະນະ ຈິ່ງ​ໄດ້​ນຳພານັກ ​ສຶກ​ສາ​ເຫຼົ່າ​ຮົບ​ສາຍ​ເຕັກນິກຍຸດ ​ໂທ​ປີ​ທີ IV ຢູ່​ວິທະຍາຄານ​ເຕັກ ນິກ​ການ​ທະຫານ ຈຳນວນ 20 ສະຫາຍ ລົງ​ພາກ​ປະຕິບັດ​ຕົວຈິງ​ ຢູ່​ກອງພັນ​ໃຫຍ່ 605 ກ່ຽວ​ກັບ​ການ​ກວດກາ​ເຕັກນິກ ແລະ ການ​ນຳ​ໃຊ້​ລົດ​ສູ້​ຮົບເບ​ແອັມ-21(BM-21) ທີ່ໄດ້ຮໍ່າຮຽນ ພາກທິດ​ສະ​ດີ​ຢູ່​ໃນ​ຫ້ອງ​ຮຽນ, ຫຼັກການ ແລະ ພາກ​ການ​ນຳ​ໃຊ້​ ພາຫະນະ​ເຕັກນິກ​ສູ້​ຮົບ​ຢູ່ພາກ​ສະ ໜາມ​ໃນ​ການ​ຄຸ້ມ​ຄອງ​ອາວຸດ-ກະສຸນ​ຂອງ​ເຫຼົ່າ​ຮົບ​ວິຊາ​ສະເພາະ​ປືນ​ໃຫຍ່​ໜ້າດິນ​ໃຫ້​ນັກ​ສຶກ​ສາ​ຂະ ແໜງ​ຍຸດ​ໂທ ​ເພື່ອ​ກຳ​ແໜ້ນ​ທິດ​ສະ​ດີ, ຫຼັກການ​ປະຕິບັດ​ຕົວ​ຈິງ​ທີ່​ໄດ້​ຮຽນ​ມາ​ໃຫ້​ໄດ້​ດີ​ຂຶ້ນ​ຕື່ມ​ອີກ​ບາດກ້າວ​ໜຶ່ງ. ທັງ​ນີ້​ເພື່ອ​ເປັນ​ການ​ຍົກ​ລະດັບ​ຄວາມ​ຮູ້​ຄວາມ​ສາມາດ​ຂອງ​ກຳລັງ​ປະກອບ​ອາ ວຸດ​ໃຫ້​ມີ​ຄວາມ​ເຂັ້ມແຂງ, ໜັກ​ແໜ້ນ, ມີ​ຄວາມ​ຊຳນິ​ຊຳນານ​ໃນ​ການ​ນຳ​ໃຊ້​ພາຫະນະ​ເຕັກນິກ​ສູ້​ຮົບ, ພ້ອມ​ກັນ​ນຳ​ເອົາ​ບົດຮຽນ​ຄັ້ງ​ນີ້​ໄປ​ໝູນ​ໃຊ້ ໃຫ້​ມີ​ຄຸນ​ນະ​ພາບ, ກຽມພ້ອມ​ຮັບ​ໃຊ້​ເຂົ້າ​ໃນ​ໜ້າ​ທີ່ວຽກ​ງານ​ຕົວ​ຈິງ​ຢູ່​ພາຍ​ໃນ​ກົມ​ກອງ​ຂອງ​ຕົນ​ໃຫ້​ມີ​ປະສິດ​ຜົນ​ສູງ. ໂດຍ: ວັນ​ໄຊ ໄຊ​ສະ​ຫວັດ ພາບ: ເພັງ ມະນີ​ລະ​ສິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ