ຫຼາຍໜ່ວຍພັກໄດ້ຮັບຮອງເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ
ເວລາອອກຂ່າວ: 2023-05-31 08:40:46 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1112 | ຄວາມນິຍົມ:
ສະຫາຍ ພົນຈັດຕະວາ ສົມຈິດ ກິດຕິຍະລາດ ເລຂາຄະ ນະພັກກອງພົນ, ຫົວໜ້າການ ເມືອງ ກອງພົນທີ 4 ໃຫ້ຮູ້ວ່າ: ຄະນະພັກ-ຄະນະບັນຊາຖືເອົາວຽກງານການກໍ່ສ້າງພັກເປັນຄັນທຸງນຳໜ້າຕັດສີນທຸກຂົງເຂດວຽກງານລວມຂອງກົມກອງ, ເອົາວຽກງານການເມືອງ-ແນວຄິດເປັນສຳຄັນ ໃນການຊີ້ນຳ-ນຳພາສຶກສາອົບຮົມໃຫ້ຖັນແຖວພະນັກງານສະມາຊິກພັກ-ນັກຮົບ ດ້ວຍການຈັດຕັ້ງຄົ້ນຄວ້າເຊື່ອມຊຶມ ມະຕິ ຄຳສັ່ງແນວທາງແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ຂໍ້ກຳນົດ ກົດລະບຽບຂອງກອງທັບ ເຮັດໃຫ້ຖັນແຖວພະນັກງານສະມາຊິກພັກ ເຂົ້າໃຈແຈ້ງຕໍ່ອຸດົມການຂອງ ພັກ ແລະ ເປັນແບບຢ່າງນຳໜ້າໃຫ້ແກ່ມະຫາຊົນ, ພາຍໃນມີຄວາມສະຫງົບ ມີຄວາມສາມັກຄີເປັນປຶກແຜ່ນ, ຮັກສາໄດ້ທາດແທ້ ມູນເຊື້ອຂອງພັກ, ພະນັກງານ ສະມາຊິກພັກ-ນັກຮົບມີຄວາມ ຈົງຮັກພັກ ດີຕໍ່ພັກຕໍ່ປະເທດຊາດ, ຕໍ່ປະຊາຊົນບັນດາເຜົ່າ, ສັດຊື່ບໍລິສຸດ, ມີຄວາມກະຕືລືລົ້ນຕໍ່ ການປະຕິບັດໜ້າທີ່ການເມືອງ, ເດັດດ່ຽວຕອບຕ້ານທຸກກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ ແລະ ເຮັດສຳເລັດໜ້າທີ່ວຽກງານ ທີ່ໄດ້ຮັບມອບໝາຍ. ຍາມໃດຄະ ນະພັກ-ຄະນະບັນຊາ ກໍຍຶດໝັ້ນແນວທາງປ່ຽນແປງໃໝ່ຂອງພັກຢ່າງຕາຍໃຈ ແລະ ພ້ອມກັນເສີມຂະຫຍາຍບົດບາດການນຳພາຂອງພັກຢ່າງສະເໝີຕົ້ນສະເໝີປາຍ ເຮັດໃຫ້ການຈັດຕັ້ງພັກ ທຸກຂັ້ນມີການຂະຫຍາຍຕົວດ້ວຍທ່ວງທ່າທີ່ໜັກແໜ້ນ, ເປັນແກນນຳໃນລະບົບການເມືອງຢ່າງແທ້ຈິງ, ໂຄງປະກອບການຈັດຕັ້ງພັກ ໄດ້ຮັບການບູລະນະປັບປຸງດີຂຶ້ນເປັນກ້າວໆ ຈຳນວນກົມກອງ, ໜ່ວຍພັກໄດ້ເພີ່ມຂຶ້ນທາງດ້ານຈຳນວນ ແລະ ຄຸນນະພາບເປັນ ໃຈກາງເຕົ້າໂຮມຄວາມສາມັກ ຄີພາຍໃນ ແລະ ໄດ້ຮັບຄວາມໄວ້ ວາງໃຈຈາກມະຫາຊົນຢ່າງກວ້າງຂວາງ, ຮັກສາລະບອບດຳເນີນຊີວິດການເມືອງພາຍໃນພັກ, ເສຍເງິນສະຕິພັກ, ຂະຫຍາຍມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກຖືກຕາມຂັ້ນຕອນກົດລະບຽບຂອງພັກ ໄປຄວບຄູ່ກັບການສ້າງພະນັກງານ 3 ຮຸ່ນ, ຮຸ່ນໜຸ່ມ, ກາງ ແລະ ອາວຸໂສ ຮັບ ປະກັນລັກສະນະສືບທອດປ່ຽນແທນໃນອານາຄົດ.
ສະຫາຍ ພົນຈັດຕະວາ ສົມຄິດ ກິດຕິຍະລາດ ຍັງກ່າວຕື່ມອີກ ວ່າ: ປັດຈຸບັນທົ່ວກອງພົນທີ 4 ປະກອບມີ 1 ຄະນະພັກກອງພົນ, ມີ 1 ຄະນະພັກກອງພັນໃຫຍ່, ມີ 21 ຄະນະພັກຮາກຖານ, ມີ 95 ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ, ມີ 14 ໜ່ວຍພັກເອກະລາດ ແລະ ມີສະມາຊິກພັກທັງໝົດ 2.504 ສະຫາຍ, ຍິງ 338 ສະຫາຍ. ຜ່ານການຈັດຕັ້ງປະຕິບັດການ ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2022 ຜ່ານມາ ຫຼາຍໜ່ວຍພັກໄດ້ຮັບຮອງຈາກຄະນະປະຈຳພັກກະຊວງ ປ້ອງກັນປະເທດເປັນ ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ມີ 52 ໜ່ວຍພັກ ຖືກສະເໜີຮັບຮອງ 4 ສະໄໝຕິດ ມີ 11 ໜ່ວຍພັກ, ສະເໜີຮັບຮອງ 3 ສະໄໝຕິດ ມີ 18 ໜ່ວຍພັກ, ສະເໜີຮັບຮອງ 2 ສະໄໝຕິດ ມີ 14 ໜ່ວຍພັກ ແລະ ສະເໜີຮັບຮອງໃໝ່ ມີ 9 ໜ່ວຍພັກຢ່າງສົມກຽດ.
ໂດຍ: ວັນໄຊ ໄຊສະຫວັດ
ຂໍ້ມູນ: ບົວຄຳ ທອງລັດສະໝີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ