ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ເຮັດວຽກງານ​ ປກຊ-ປກສ​ ດີ,​ ທ້ອງຖິ່ນກໍມີຄວາມສະຫງົບ
ເວລາອອກຂ່າວ: 2023-06-02 09:34:37 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 166 | ຄວາມນິຍົມ:



ສະພາບຈຸດພິເສດຂອງ ແຂວງສາລະວັນ ມີຊາຍແດນ ຕິດຈອດກັບລາຊ ະອານາຈັກໄທ, ມີຄວາມຍາວປະມານ 90 ກິໂລ ແມັດ ແລະ ຕິດຈອດກັບ ສສ ຫວຽດນາມ ມີຄວາມຍາວປະ ມານ 170 ກວ່າກິໂລແມັດ, ໂດຍ ທົ່ວໄປແຂວງສາລະວັນແມ່ນມີ ຄວາມສະຫງົບທາງດ້ານການ ເມືອງ, ສັງຄົມມີຄວາມເປັນລະ ບຽບຮຽບຮ້ອຍດີ, ແຕ່ກໍຫຼີກລ້ຽງ ໄດ້ຍາກຕໍ່ກົນອຸບາຍຂອງພວກ ອິດທິກຳລັງປໍລະປັກ ແລະ ພວກ ກຸ່ມຄົນບໍ່ດີທີ່ຫວັງມ້າງເພລະບອບ ໃໝ່ຂອງພວກເຮົາ, ໂຄສະນາບິດເບືອນໃສ່ຮ້າຍປ້າຍສີແນວທາງແຜນນະໂຍບາຍຂອງພັກ-ລັດ, ລວມໄປເຖິງການຄ້າຂາຍ ເຖື່ອນ, ການເຂົ້າ-ອອກເມືອງຜິດ ກົດໝາຍ, ບັນຫາສາສະໜາ, ບັນຫາຢາເສບຕິດ, ການຫຼອກ ລວງແຮງງານ ແລະ ໄພສັງຄົມ ຕ່າງໆ, ພາໃຫ້ມີປະກົດການຫຍໍ້ ທໍ້ເກີດຂຶ້ນ. ສະຫາຍ ພົນຈັດຕະວາ ພູວັນ ພິມມະຈັນ ກຳມະການຄະນະປະ ຈໍາພັກແຂວງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ສາລະວັນ, ຮອງປະທານຄະນະ ກໍາມະການ ປກຊ-ປກສ ແຂວງ ໄດ້ໃຫ້ຮູ້ວ່າ: ຕໍ່ໜ້າ​ສະພາບ ການ​ດັ່ງກ່າວ,​ ຕະຫຼອດໄລຍະຜ່ານມາ, ອົງຄະນະພັກແຂວງ ໂດຍສະ ເພາະແມ່ນຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບຂັ້ນແຂວງ, ເມືອງ ກໍຄື ຄະນະພັກ-ຄະນະບັນຊາແຕ່ລະ ຂັ້ນໃນກຳລັງປະກອບອາວຸດ ທ້ອງຖິ່ນແຂວງສາລະວັນ ຍາມ ໃດກໍໄດ້ສູ້ຊົນແກ້ໄຂສະພາບ ການດັ່ງກ່າວ ໃຫ້ໝົດໄປເທື່ອ ລະກ້າວ, ໂດຍໄດ້ສຸມໃສ່ເຮັດ ວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບຢ່າງທົ່ວເຖິງ, ກ່ອນອື່ນໝົດແມ່ນໄດ້ເລີ່ມຈາກ ການເຮັດວຽກງານສຶກສາອົບຮົມການເມືອງແນວຄິດດ້ວຍຫຼາຍວິທີການຢ່າງຕໍ່ເນື່ອງ ໂດຍມອບໝາຍ ໃຫ້ອົງການປົກຄອງແຕ່ລະຂັ້ນ, ກຳລັງປະກອບອາວຸດທ້ອງຖິ່ນ ແລະ ຂະແໜງການຕ່າງໆ ສຶກ ສາອົບຮົມໃຫ້ຖັນແຖວພະນັກ ງານ-ນັກຮົບ, ພະນັກງານ-ລັດ ຖະກອນຕະຫຼອດຮອດ ປະຊາ ຊົນບັນດາເຜົ່າ ເຊື່ອມຊຶມເຂົ້າໃຈແຈ້ງຕໍ່ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງພັກ ໃນໄລຍະໃໝ່, ປຸກລະດົມທຸກຊັ້ນ ຄົນເຂົ້າຮ່ວມຈັດຕັ້ງປະຕິບັດ ຢ່າງກວ້າງຂວາງ ແລະ​ ຖືເອົາ ວຽກງານ ປກຊ-ປກສ ເປັນຄວາມ ຮັບຜິດຊອບຂອງໝົດທຸກຄົນ, ພ້ອມກັນນັ້ນ, ກໍໄດ້ຫັນເອົາກຳລັງ ລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ຕິດພັນກັບວຽກງານ 3 ສ້າງ, ສຸມໃສ່ສ້າງທ່າສະໜາມ 3 ຂັ້ນ ຕາມຈຸດຫຼໍ່ແຫຼມ, ຈຸດສຸມຂອງ ແຂວງ, ເມືອງ, ບໍລິເວນຊາຍແດນ, ເຂດຫ່າງໄກສອກຫຼີກ, ສົມທົບກັບອໍານາດການປົກຄອງທ້ອງຖິ່ນ ປັບປຸງລະບົບການເມືອງຢູ່ຮາກ ຖານມີຄວາມເຂັ້ມແຂງໜັກແໜ້ນ ແລະ ເປັນເຈົ້າການແກ້ໄຂໜໍ່ແໜງ ທີ່ກໍ່ໃຫ້ເກີດຄວາມບໍ່ສະຫງົບດ້ວຍ ວິທີການທີ່ຮັດກຸມ ເຮັດໃຫ້ສະ ພາບປະກົດການຫຍໍ້ທໍ້ຫຼຸດໜ້ອຍ ຖອຍລົງເທື່ອລະກ້າວ, ມາຮອດ ປັດຈຸບັນນີ້, ທົ່ວແຂວງສາລະວັນ ສາມາດຮັບຮອງເປັນກຸ່ມບ້ານສູ້ຮົບຕິດລຽນມີ 3 ກຸ່ມບ້ານ, ບ້ານປ້ອມໝັ້ນ 24 ບ້ານ, ບ້ານ ປ້ອງກັນຊາດເຂັ້ມແຂງ 112 ບ້ານ, 18.067 ຄອບຄົວ, ກວມ ເອົາ 19,37% ຂອງບ້ານທັງໝົດ, ບ້ານປ້ອງກັນຄວາມສະຫງົບດີ 263 ບ້ານກວມ 45,50% ຂອງບ້ານທັງໝົດ, ຄອບຄົວປອດ ຢາເສບຕິດ 3.200 ຄອບຄົວ (ບໍ່ນັບປີ 2022),​ ໄປຄຽງຄູ່ ກັນນີ້,​ ກໍໄດ້ເອົາໃຈໃສ່ ປັບປຸງ ກົງຈັກການຈັດຕັ້ງວຽກງານ ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ ແຕ່ລະຂັ້ນໂດຍການ ແຕ່ງຕັ້ງຄະນະກຳມະການປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະກໍາມະການສຶກສາ ອົບຮົມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນ ເມືອງ, ກອງເລຂາຊ່ວຍວຽກ ພາຍໃນ 8 ເມືອງສໍາເລັດແລ້ວ ຈຳນວນໜຶ່ງ, ພ້ອມທັງໄດ້ເຜີຍ ແຜ່ພາລະບົດບາດ, ສິດໜ້າທີ່ ໃຫ້ ຄະນະກໍາມະການສຶກສາອົບຮົມ ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບຂັ້ນເມືອງ ຮັບຮູ້ ເຂົ້າໃຈແຈ້ງ ແລະ​ ເປັນເຈົ້າການ ປະຕິບັດໜ້າທີ່ຕາມພາລະບົດບາດ ຂອງຕົນ, ມາຮອດປັດຈຸບັນ, ການສຶກສາອົບຮົມວຽກງານ ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ ຕາມດຳລັດເລກທີ 292/ນຍ ຂັ້ນແຂວງໄດ້ປະຕິບັດສໍາ ເລັດແລ້ວ 4 ຊຸດ, ມີສໍາມະນາກອນ ເຂົ້າຮັບການອົບຮົມທັງໝົດ 277 ຄົນ, ກໍາລັງກະກຽມເປີດອົບຮົມ ຊຸດທີ V ໃຫ້ເປົ້າໝາຍ (3) ຈຳ ນວນ 40 ກວ່າສະຫາຍ, ຂັ້ນ ເມືອງ ປະຕິບັດໄດ້ແລ້ວ 1 ຊຸດ, ມີ 34 ຄົນ, ພ້ອມກັນນັ້ນ, ຍັງໄດ້ປັບ ປຸງຫຼັກສູດການຮຽນ-ການສອນ ກ່ຽວກັບວຽກງານສຶກສາປ້ອງ ກັນຊາດ-ປ້ອງກັນ​ຄວາມສະຫງົບ​ໃນໂຮງຮຽນສາມັນສຶກສາ ແລະ ວິຊາຊີບຖືກຕ້ອງຕາມເນື້ອໃນ ໂຄງການຫຼັກສູດ ທີ່ກະຊວງສຶກ ສາທິການ ແລະ ກິລາວາງອອກ,​ ທາງດ້ານວຽກງານປັບປຸງກໍ່ສ້າງກຳລັງປະກອບອາວຸດຂອງທ້ອງຖິ່ນ, ໄດ້ສຸມໃສ່ປັບປຸງການຈັດຕັ້ງ ແລະ ສັບຊ້ອນພະນັກງານນຳພາ-ບັນຊາແຕ່ລະຂັ້ນ, ແຕ່ລະກົມກອງ ຖືກຕ້ອງ ແລະ ຄົບຖ້ວນຕາມຫຼັກ ການປະກອບທີ່ຂັ້ນເທິງກຳນົດ, ໃນນັ້ນ, ກອງບັນຊາການທະ ຫານແຂວງ ໄດ້ສໍາເລັດການສ້າງ ແຜນກໍານົດພະນັກງານນຳພາ- ບັນຊາຂັ້ນແຂວງ ແລະ ສູນກາງ ຄຸ້ມຄອງໄລຍະ 5 ປີ (2021-2025), ກອງບັນຊາການ ປກສ ແຂວງ ໄດ້ຈັດວາງສັບຊ້ອນພະ ນັກງານນຳພາ-ບັນຊາຂັ້ນຫ້ອງ, ກອງບັນຊາການ ປກສ ເມືອງໃນ 5 ຕົວເມືອງ (ເມືອງສາລະວັນ, ຕຸ້ມລານ, ວາປີ, ລະຄອນເພັງ, ເມືອງຄົງເຊໂດນ) ສໍາເລັດ, ພ້ອມ ທັງໄດ້ສຸມໃສ່ຍົກລະດັບທິດສະດີ ການເມືອງໃຫ້ພະນັກງານນໍາພາ-ບັນຊາ, ຍົກລະດັບດ້ານວິຊາສະ ເພາະໃຫ້ກຳລັງກອງຫຼອນ, ປກສ ບ້ານ ແລະ ທະຫານໃໝ່, ຕໍາ ຫຼວດໃໝ່ ຮັບປະກັນການປົກປັກ ຮັກສາທ້ອງຖິ່ນ ກໍຄືຂອບເຂດຮັບ ຜິດຊອບມີຄວາມສະຫງົບປອດ ໄພໂດຍພື້ນຖານ.​ ນອກຈາກນີ້, ກໍໄດ້ເອົາ ໃຈໃສ່ຈັດຕັ້ງປະຕິບັດວາລະແຫ່ງ ຊາດ ວ່າດ້ວຍການແກ້ໄຂບັນຫາ ຢາເສບຕິດໃນໄລຍະ 3 ເດືອນ ຕົ້ນປີນີ້, ສາມາດມ້າງຄະດີຢາເສບ ຕິດໄດ້ທັງໝົດ 41 ເລື່ອງ, ມີຜູ້ຖືກ ຫາ 62 ຄົນ, ຢຶດຂອງກາງຢາ ບ້າໄດ້ 97.054 ເມັດ, ຢາໄອສ໌ 1 ຖົງນ້ອຍ, ລົດໃຫຍ່ 2 ຄັນ, ເງິນ 208.573.000 ກີບ, ເງິນ ບາດ 9.200, ບາດ, ສະເພາະ ເດືອນພຶດສະພາ ນີ້ມີ 19 ເລື່ອງ, ມີຜູ້ຖືກຫາ 23 ຄົນ, ຢຶດຂອງກາງ ຢາບ້າໄດ້ 19.102 ເມັດ, ລົດຈັກ 3 ຄັນ, ໂທລະສັບ 17 ເຄື່ອງ, ເງິນ 33.773.000 ກີບ, ເງິນບາດ 100 ບາດ, ວັດຖຸສີເຫຼືອງຄ້າຍ ຄືຄຳ 2 ບາດ 2 ສະຫຼຶງ. ດ້ວຍຄວາມເອົາໃຈໃສ່ໃນການ ຜັນຂະຫຍາຍວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະ ຫງົບ ທົ່ວປວງຊົນຮອບດ້ານລົງ ສູ່ຮາກຖານໃນໄລຍະຜ່ານມາ,​ ໂດຍສັງລວມແລ້ວ ໄດ້ເຮັດໃຫ້ ສະພາບພາຍໃນທົ່ວແຂວງ ສາລະວັນ ມີຄວາມສະຫງົບ ທາງດ້ານການເມືອງຢ່າງໜັກ ແໜ້ນ, ສັງຄົມມີຄວາມເປັນລະ ບຽບຮຽບຮ້ອຍ, ລະບົບການເມືອງຂັ້ນຕ່າງໆ ໄດ້ຮັບການ ປັບປຸງດ້ານການຈັດຕັ້ງ ແລະ ບຸກຄະລາກອນ, ການຜະລິດເປັນ ສິນຄ້າຂອງປະຊາຊົນບັນດາເຜົ່າ ນັບມື້ຫຼາຍຂຶ້ນ, ຄວາມທຸກຍາກ ຂອງປະຊາຊົນໄດ້ຮັບການແກ້ໄຂ ຫຼຸດລົງເປັນກ້າວໆ.​ ສະຫາຍ ຮອງປະທານຄະນະ ກໍາມະການ ປກຊ-ປກສ ແຂວງ ຍັງໄດ້ກ່າວຕື່ມວ່າ: ໃນຕໍ່ໜ້ານີ້, ອົງຄະນະພັກແຂວງກໍຄືຄະນະ​ ກຳມະການ ​ປກຊ​-ປກສ ແຕ່ລະ ຂັ້ນ​ ຈະສືບຕໍ່ຜັນຂະຫຍາຍແນວ ທາງປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບທົ່ວປວງຊົນຮອບ ດ້ານຂອງພັກ ໃຫ້ທົ່ວເຖິງບັນ ດາຂະແໜງການ, ທ້ອງຖິ່ນ ຮາກ ຖານ ແລະຖືເອົາວຽກງານ ປກຊ-ປກສ​ ເປັນໜ້າທີ່,​ ເປັນຄວາມຮັບ ຊອບຂອງທຸກຊັ້ນຄົນຢ່າງແທ້ຈິງ,​ ຈະສຸມໃສ່ອົບຮົມ-ຫັດແອບວຽກ ງານ ປກຊ-ປກສ ໃຫ້ຂະແໜງ ການ, ທ້ອງຖິ່ນ, ອົງການປົກ ຄອງບ້ານ ແລະ ເປົ້າໝາຍຕ່າງໆ, ສືບຕໍ່ຈັດຕັ້ງປະຕິບັດ 2 ວາລະ ແຫ່ງຊາດ, ຕິດພັນກັບການແກ້ ໄຂປະກົດການຫຍໍ້ທໍ້ໃນສັງຄົມ ໃຫ້ບັນລຸຕາມຄາດໝາຍທີ່ກໍາ ນົດໄວ້, ສືບຕໍ່ຫັນລົງກໍ່ສ້າງຮາກ ຖານການເມືອງ, ສ້າງທ່າສະ ໜາມ 3 ຂັ້ນ, ສ້າງບ້ານ, ສຳນັກ ງານ-ອົງການ ແລະ ສະຖາບັນ ການສຶກສາ ໃຫ້ມີຄວາມໜັກ ແໜ້ນ, ເຂັ້ມແຂງ ຕາມທິດ 3 ສ້າງ, ຈະເພີ່ມທະວີການຮັກສາ ຄວາມສະຫງົບທາງດ້ານການ ເມືອງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມບໍລິເວນຊາຍແດນ(ລາວ-ໄທ, ລາວ-ຫວຽດນາມ) ພ້ອມທັງແກ້ໄຂເຂດແດນເຊື່ອມຕໍ່ໃນບາງຈຸດ ໃຫ້ມີຄວາມສະຫງົບ, ສຸມໃສ່ປັບປຸງກໍ່ສ້າງກໍາລັງປະ ກອບອາວຸດທ້ອງຖິ່ນແຕ່ລະຂັ້ນ ໃຫ້ມີຄວາມໜັກແໜ້ນທາງດ້ານ ການເມືອງ-ແນວຄິດ, ເຂັ້ມແຂງ ທາງດ້ານການຈັດຕັ້ງ, ມີລະບຽບ ວິໄນເຂັ້ມງວດ ແລະ ມີຄວາມຊໍາ ນານດ້ານວິຊາສະເພາະສາມາດ ຕອບສະໜອງໄດ້ກັບໜ້າທີ່ການ ເມືອງໃນໄລຍະໃໝ່, ສືບຕໍ່ເພີ່ມ ທະວີການພົວພັນຮ່ວມມືກັບບັນ ດາແຂວງ ແລະ ປະເທດທີ່ມີຊາຍ ແດນຕິດຈອດ ເພື່ອພ້ອມກັນ ປົກປັກຮັກສາ ເຮັດໃຫ້ບໍລິເວນ ຊາຍແດນມີຄວາມເປັນລະ ບຽບຮຽບຮ້ອຍ ແລະ ມີຄວາມ ສະຫງົບຄວາມໝັ້ນຄົງ. ທັງໝົດເຫຼົ່ານີ້, ກໍເພື່ອແນໃສ່ ປົກປັກຮັກສາທ້ອງຖິ່ນແຂວງສາ ລະວັນ ໃຫ້ມີຄວາມສະຫງົບໝັ້ນ ຄົງ, ຮັບປະກັນເຮັດໃຫ້ທ້ອງຖິ່ນ ມີສະຖຽນລະພາບທາງດ້ານການ ເມືອງ, ສັງຄົມມີຄວາມເປັນລະ ບຽບຮຽບຮ້ອຍ ໂດຍພື້ນຖານ ສ້າງເງື່ອນໄຂເອື້ອອຳນວຍໃຫ້ ແກ່ການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ ໃຫ້ຂະ ຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຕີຖອຍຄວາມທຸກຍາກໃຫ້ໝົດໄປ ເທື່ອລະກ້າວ. ໂດຍ: ນາງ ຍ້ອມເພັດ ວິໄລພັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ