ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຂະແໜງ​ສະຫະພັນ​ແມ່ຍິງ​ໂຮງງານ​ແຜນທີ່​ກອງທັບ ​ເປັນ​ເຈົ້າ​ການ​ຜັນ​ຂະຫຍາຍ​ແຜນ​ພັດທະນາ​ແມ່ຍິງ
ເວລາອອກຂ່າວ: 2023-06-07 08:45:22 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1794 | ຄວາມນິຍົມ:



ສະຫາຍ​ ພັນ​ຕີ ນາງ ຄຳ​ຫຼ້າ ທອງ​ວຽງ​ໄຊ ຫົວໜ້າ​ຂະແໜງ​ສະຫະພັນ​ແມ່ຍິງ​ ໂຮງງານ​ແຜນ ທີ່​ກອງທັບ ໄດ້​ໃຫ້​ສຳພາດ​ຕໍ່ນັກ​ຂ່າວ​ໜັງສື​ພິມ​ກອງທັບ​ວ່າ: ໄລຍະ 5 ປີ​ທີ່​ຜ່ານ​ມາ​ຂະແໜງ​ສະຫະພັນ​ແມ່ຍິງ​​ໄດ້​ເອົາໃຈໃສ່​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ໃຫ້​​ສະມາຊິກ​ແມ່ຍິງ​ຮັບ​ຮູ້​ເຊື່ອມ​ຊຶມ​ກຳ​ແໜ້ນ​ແນວທາງ​ນະໂຍບາຍ​ຂອງ​ພັກ, ກົດໝາຍ​ຂອງ​ລັດ, ຂໍ້​ກຳນົດ 7 ລະບອບ 18 ຂອງ​ກອງທັບ ແລະ ເນື້ອ​ໃນ​ຂໍ້​ແຂ່ງຂັນ 3 ດີ​ຂອງ​ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ​ວາງ​ອອກ ໃນ​ນີ້​, ໄດ້​ເປັນ​ເຈົ້າ​ການ​ຊີ້​ນຳ​​ສະມາຊິກ​ແມ່ຍິງ​ດຳເນີນ​ຊີວິດ​ການເມືອງ​ເປັນ​ປົກກະຕິ, ເຂົ້າ​ຮ່ວມ​ ຮັບ​ຟັງ​ປາຖະກະຖາ​ມູນເຊື້ອ​ວັນ​ສຳຄັນ​ຕ່າງໆຂອງ​ຊາດ, ຂອງ​ພັກ, ຂອງ​ກອງທັບ ກໍ​ຄື​ຂອງ​ແມ່ຍິງ​ລາວ ແລະ ແມ່ຍິງ​ສາກົນຢ່າງ​ເປັນ​ຂະ​ບວກ​ການ​ຟົດຟື້ນ​ກວ້າງຂວາງ ອັນ​ທີ່​ພົ້ນ​ເດັ່ນ​ຂະແໜງ​ສະຫະພັນ​ແມ່ຍິງ​ໂຮງງານ​ແຜນທີ່​ກອງທັບ​ໄດ້​ຜັນ​ຂະ ຫຍາຍ​ແຜນ​ພັດທະນາ​ແມ່ຍິງ 9 ແຜນ​​ງ​ງານ 29 ໂຄງການ​ຂອງ​ສະຫະພັນ​ແມ່ຍິງ​ລາວ​ອອກ​ມາ​ຈັດ​ຕັ້ງ​ປະຕິບັດ, ເສີມ​ຂະຫຍາຍ​ມູນເຊື້ອ​ດຸ​ໝັ່ນອອກແຮງ​ງານ​ເພີ່ມ ​ພູນ​ຜະລິດຜົນ​ປູກຝັງ-ລ້ຽງສັດ​ຕາມ​ເງື່ອນໄຂ ແລະ ຄວາມ​ສາມາດ​ຂອງ​ແຕ່​ລະ​ບຸກຄົນ ເພື່ອ​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ນັບ​ມື້​ດີ​ຂຶ້ນ​ເທື່ອ​ລະ​ກ້າວ. ເຊິ່ງ​ໃນ​ໄລຍະ 5 ປີຜ່ານມາ​ສາມາດ​ສ້າງ​ໄດ້ຜົນ​ງານ​ຕົວ​ຈິງ​ດັ່ງນີ້: ປູກ​ຜັກ​ທຸກ​ຊະນິດ​ໄດ້ 14.990 ກິ​ໂລກ​ຣາມ ຄິດ​ເປັນ​ເງິນ 78.990.000 ກີບ, ລ້ຽງສັດ​ປີກ​ໄດ້ 2.050 ກິ​ໂລກ​ຣາມ ຄິດ​ເປັນ​ເງິນ 90.300,000 ກີບ, ຂາຍ​ກົບ, ປາ ໄດ້ 5,701 ກິ​ໂລກ​ຣາມ ເປັນ​ເງິນ 110.930.000 ກີບ, ຂາຍ​ໂຕ​ດ້ວງ​ໝາກພ້າວ ໄດ້ 12.000.000 ກີບ ນອກຈາກ​ນີ້​ຍັງ​ໄດ້​ຕ່ຳ​ຫູກ​ທໍໄໝ ຄິດ​ເປັນ​ເງິນ60.000.000 ກີບ ສັງ​ລວມ​ແລ້ວ ຂະແໜງ​ສະຫະພັນ​ແມ່ຍິງ​ໂຮງງານ​ແຜນທີ່​ກອງທັບ ສາມາດ​ສ້າງ​ລາຍ​ຮັບ​ທັງ​ໝົດ​ປະ ມານ 350.000.000ກີບ.ພ້ອມ​ນີ້​ຍັງ​ມີ​ກອງ​ທຶນ​ຊ່ວຍເຫຼືອ​ເຊີ່ງ​ກັນ ແລະ ກັນ, ມີ​ສະມາຊິກ​ກອງ​ທຶນ 441 ຄົນ ຍິງ 231 ຄົນ ມີ​ເງິນ​ທ້ອນ​ທັງ​ໝົດ 1.163.771.000 ກີບ, ປ່ອຍ​ໃຫ້​ສະມາຊິກ​ກູ້​ຢືມ 977.000.000 ກີບ ຜ່ານ​ການ​ຜັນ​ຂະຫຍາຍ​ເນື້ອ​ໃນ​ຂໍ້​ແຂ່ງຂັນ 3 ດີ ຕິດ​ພັນ​ກັບ​ຂະ​ບວນ​ການ​ແຂ່ງຂັນ​ຮັກ​ຊາດ ແລະ ພັດທະນາເຂົ້າ​ໃນ​ການເຄື່ອນໄຫວ​ວຽກ​ງານ​ໃນ​ແຕ່​ລະ​ດ້ານສາມາດ​ຄັດ​ເລືອກ​ໄດ້​ແມ່ຍິງ 3 ດີ 80 %, ພົນລະເມືອງ​ດີ 100%, ພັດທະ ນາ​ດີ 97% ຄອບຄົວ​ດີ 98%, ຈາກ​ຜົນງານ​ດັ່ງກ່າວ​ເຮັດ​ໃຫ້​ຂະແໜງ ແລະ ບຸກຄົນ​ໄດ້​ຮັບ​ໃບ​ຍໍ​ຍ້ອງ​ຂັ້ນ​ກະຊວງ​ປ້ອງ​ກັນ​ປະເທດ, ກົມ​ໃຫຍ່​ການເມືອງ​ກອງ ທັບ, ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ​ຢ່າງ​ສົມ​ກຽດ. ສຳລັບ​ທິດ​ທາງ​ແຜນການ​ໃນຕໍ່ໜ້າ​ຂະແໜງ​ສະຫະພັນ​ແມ່ຍິງ​ໂຮງງານ​ແຜນທີ່​ກອງທັບ ຈະ​ໄດ້​ສຶບ​ຕໍ່​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ໃຫ້​ພະນັກ ງານ​ສະມາຊິກ​ແມ່ຍິງ ມີ​ຄວາມ​ຮັບ​ຮູ້​ເຊື່ອມ​ຊຶມ​ກຳ​ແໜ້ນ​ຕໍ່​ແນວທາງ​ນະໂຍບາຍ​ຂອງ​ພັກ, ກົດໝາຍ​ຂອງ​ລັດ, ຂໍ້​ກຳນົດ​, ກົດ​ລະບຽບ​ຂອງ​ກອງທັບ, ເນື້ອ​ໃນ​ຂໍ້​ແຂ່ງຂັນ 3 ດີ ຂອງ​ແມ່ຍິງ​ລາວກໍຄື​ຫ້ອງການ​ສະຫະພັນ​ແມ່ຍິງ​ກອງທັບ​ວາງ​ອອກ ເພື່ອ​ພ້ອມ​ກັນ​ຈັດ​ຕັ້ງ​ຜັນ​ຂະຫຍາຍ 9 ແຜນ​ງານ 29 ຂອງ​ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ​ເຂົ້າ​ໃນ​ການເຄື່ອນໄຫວ​ວຽກ​ງານ​ຕາມ​ພາລະ​ບົດບາດ​ໜ້າທີ່​ການເມືອງ​ຂອງ​ຕົນ​ໃຫ້​ໄດ້​ຮັບ​ໝາກຜົນ​ອັນ​ຈົບງາມ​ສູງ​ຂຶ້ນ​ເລື້ອຍໆ. ໂດຍ: ຈິດ ເພັດ​ພູ​ທອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ