ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງຮ້ອຍທະຫານຊາຍແດນ 151 ປິດຊຸດອົບຮົມການເມືອງ-ການທະຫານປະຈຳປີ
ເວລາອອກຂ່າວ: 2018-11-15 19:06:15 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 103 | ຄວາມນິຍົມ:



ໃນວັນທີ 8 ພະຈິກ 2018ນີ້, ກອງຮ້ອຍທະຫານຊາຍແດນ 151 ທະຫານແຂວງໄຊຍະບູລີ ໄດ້ຈັດພິທີປິດຊຸດອົບຮົມການ ເມືອງ-ການທະຫານ ແລະ ພະ ລາທິການປະຈຳປີ 2018 ຂຶ້ນຢູ່ ທີ່ສະໂມ ສອນຂອງ ກົມ ກອງ ພາຍຫຼັງທີ່ໄດ້ດຳເນີນມາເປັນເວ ລາ 125 ວັນ, ໂດຍການເປັນ ກຽດເຂົ້າຮ່ວມຂອງທ່ານ ສຳ ບານ ແປງສະຫວ່າງ ກຳມະ ການພັກແຂວງ ເລຂາພັກເມືອງ ປະທານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບເມືອງ ເຈົ້າ ເມືອງໆຊຽງຮ່ອນ ແຂວງໄຊຍະ ບູລີ ມີຄະນະພັກ-ຄະນະບັນຊາ ພະນັກງານ-ນັກຮົບໃນກົມກອງ ພ້ອມດ້ວຍແຂກຖືກເຊີນເຂົ້າ ຮ່ວມ. ຮ້ອຍໂທ ຖະໜອມ ບຸນຂວາງ ຫົວໜ້າໝູ່ກຳລັງໄຟກອງຮ້ອຍ ທະຫານຊາຍແດນ 151 ທະ ຫານແຂວງໄຊຍະບູລີ ໄດ້ຍົກ ໃຫ້ເຫັນດ້ານດີ-ດ້ານອ່ອນຂໍ້ສະ ດວກຂໍ້ຫຍຸ້ງຍາກໃນໄລຍະການ ເຝິກອົບຮົມຜ່ານມາເຊິ່ງສັງ ລວມ ແລ້ວຄູ-ອາຈານແມ່ນໄດ້ ຍົກສູງຄວາມຮັບຜິດຊອບຂອງ ຕົນໃນການສິດສອນ ສ່ວນນັກ ເຝິກອົບຮົມກໍໄດ້ຕັ້ງໜ້າຮໍ່າຮຽນ ແລະ ກຳແໜ້ນບົດຮຽນພ້ອມທັງ ປະຕິບັດລະບຽບວິໃນຢ່າງເຂັ້ມ ງວດຈຶ່ງເຮັດໃຫ້ການເຝິກອົບ ຮົມຄັ້ງນີ້ບັນລຸໄດ້ຕາມລະດັບ ຄາດໝາຍເຊິ່ງສາມາດຕີລາຄາ ໄດ້ດັ່ງນີ້ພາກການເມືອງບັນລຸ ໄດ້ 91.70%, ພາກການທະ ຫານບັນລຸໄດ້ 93.44% ພາກ ລະບຽບວິຊາງົດງາມບັນລຸໄດ້ 91.12% ພາກພະລາທິການ ບັນລຸໄດ້ 92.33% ຈຸດປະສົງ ໃນການອົບຮົມ-ຫັດແອບການ ເມືອງ, ການທະຫານ ໃນຄັ້ງນີ້ກໍ ເພື່ອເປັນການຍົກລະດັບຄວາມຮູ້ ຄວາມສາມາດໃຫ້ພະນັກງານ- ນັກຮົບໄດ້ນຳເອົາບົດຮຽນດັ່ງ ກ່າວໄປປັບປຸງລະບຽບແບບ ແຜນຂອງກົມກອງໃຫ້ມີຄວາມ ເຂັ້ມແຂງຮອບດ້ານ. ໂອກາດນີ້ ທ່ານເຈົ້າເມືອງໆ ຊຽງຮ່ອນ ກໍໄດ້ກ່າວສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ບັນດາ ນັກເຝິກອົບຮົມ ທີ່ໄດ້ຜ່ານຜ່າ ຂໍ້ຫຍຸ້ງຍາກຈ່ິງເຮັດໃຫ້ບັ້ນເຝິກ ອົບຮົມຄັ້ງນີ້ໄດ້ຮັບໝາກຜົນ ຕາມລະດັບຄາດໝາຍ ແລະ ຮຽກຮ້ອງໃຫ້ບັນດາສະຫາຍທີ່ ໄດ້ຮັບການອົບຮົມຈົ່ງພ້ອມກັນ ນຳເອົາບົດຮຽນທີ່ຄູ-ອາຈານໄດ້ ສິດສອນໃຫ້ໄປໝູນໃຊ້ເຂົ້າໃນ ວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບຢູ່ທ້ອງຖິ່ນ ຂອງຕົນໃຫ້ໄດ້ຮັບຜົນດີ100%. ໂດຍ: ສົມຈີນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ