ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຄະນະພັກຮາກຖານລະບົບກໍ່ສ້າງ ວປກ ສຳເລັດກອງປະຊຸມໃຫຍ່ຄັ້ງທີ II ຂອງຕົນ
ເວລາອອກຂ່າວ: 2018-11-15 19:16:37 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 63 | ຄວາມນິຍົມ:



ວັນທີ 8 ພະຈິກ 2018 ນີ້, ຄະນະພັກຮາກຖານລະບົບກໍ່ສ້າງ ວປກ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ II ຂອງຕົນ, ໂດຍການເປັນ ປະທານຂອງ ສະຫາຍ ພັນເອກ ປອ ວິລະພັນ ດວງມະນີ ຮອງຫົວ ໜ້າວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ຫົວໜ້າກົມ ຄົ້ນຄວ້າວິທະຍາສາດການທະ ຫານ-ການເມືອງ ວປກ, ມີບັນ ດາແຂກ ແລະ ສະມາຊິກພັກພາຍ ໃນໜ່ວຍເຂົ້າຮ່ວມ. ໂອກາດນີ້ ສະຫາຍ ພັນໂທ ກົງແສງ ວົງສຸວັນ ໄດ້ຂຶ້ນຜ່ານ ບົດສະຫຼຸບການນຳພາຂອງໜ່ວຍ ພັກໃນຊຸມປີຜ່ານມາ ເຊິ່ງຄະນະ ໜ່ວຍພັກໄດ້ຖືສຳຄັນວຽກງານ ສຶກສາອົບຮົມການເມືອງ, ແນວ ຄິດສຳຄັນກຳແໜ້ນສະພາບການ ເມືອງແນວຄິດ ແລະ ການເຄື່ອນ ໄຫວຕ່າງໆຂອງນັກສຶກສາ ເພື່ອ ສຶກສາອົບຮົມ ແລະ ແກ້ໄຂທັນ ເວລາ. ການຄຸ້ມຄອງນັກສຶກສາ ແມ່ນເອົາໃຈໃສ່ຄຸ້ມຄອງດ້ວຍລະ ບຽບຂໍ້ກຳນົດທີ່ ວປກ ໄດ້ວາງ ອອກກໍຄືປະຕິບັດ 7 ລະບອບ 18 ວຽກ ຂອງກອງທັບ, ໄດ້ຈັດຕັ້ງ ປະຈຳການຂອງລະບົບນັກສຶກ ສາ ແລະ ອົງການ 2 ຂັ້ນຄື: ຂັ້ນ ບັນຊາ ແລະ ສິດປະຈຳການ ຂອງລະບົບນັກສຶກສາ, ຈັດຕັ້ງ ປະຕິບັດລະບອບສ່ອງແສງລາຍ ງານ, ເກັບກຳຂໍ້ມູນ ແລະ ສະ ພາບຕົວຈິງເພື່ອຄົ້ນຄວ້າຊອກວິ ທີແກ້ໄຂໃຫ້ທັນເວລາ ພ້ອມທັງ ສະກັດກັ້ນປາກົດການຫຍໍ້ທໍ້ ຕ່າງໆ. ໄປຄຽງຄູ່ກັນນັ້ນຍັງໄດ້ ເອົາໃຈໃສ່ປັບປຸງການຈັດຕັ້ງ ເພື່ອສອດຄ່ອງກັບໜ້າທີ່ການ ເມືອງຂອງກົມກອງ, ແຕ່ງຕັ້ງຄະ ນະຫ້ອງນັກສຶກສາທຸກຫ້ອງສັບ ຊ້ອນມອບໝາຍໜ້າທີ່ຕາມກົງ ຈັກຊ່ວຍວຽກໃຫ້ເປັນຂະແໜງ ການເພື່ອເຮັດໃຫ້ວຽກງານເດີນ ແມ່ນແລ່ນສະດວກດີ ມີຄວາມ ຮັບຜິດຊອບສູງກວ່າເກົ່າ, ກະຕຸກ ຊຸກຍູ້ພະນັກງານ-ສະມາຊິກພັກ-ນັກຮົບເຂົ້າຮ່ວມຂະບວນການ ແຂ່ງຂັນກີລາສິລະປະ-ວັນນະຄະ ດີທີ່ຂັ້ນເທິງຈັດຂຶ້ນກໍຄືກົມກອງ ໃຫ້ມີບັນຍາກາດຟົດຟື້ນກວ້າງ ຂວາງຕໍ່ເນື່ອງ, ຖືເອົາຄຸນະພາບ ເປັນກົກ, ກຳແໜ້ນແນວທາງນະ ໂຍບາຍຂອງພັກຕາມ 5 ຫຼັກ ການ 3 ທິດນຳຂອງພັກ, ເປັນ ໄມ້ຫຼາວັດແທກຄຸນທາດການ ເມືອງຂອງສະມາຊິກພັກ, ຖືເອົາ ການສ້າງກອງ 3 ປອດ, ຍູ້ແຮງ ການສ້າງກອງປອດໃສ, ເຂັ້ມ ແຂງ, ໜັກແໜ້ນ, ກອງວັດທະ ນະທຳ-ນັກຮົບວັດທະນະທຳ, ໄປຄຽງຄູ່ກັນນັ້ນຍັງໄດ້ປະຕິບັດ ນໍ້າໃຈເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍ ຕົນເອງ ສາມາດສ້າງລາຍໄດ້ 24.500.000 ກີບ, ໄດ້ເອົາໃຈ ໃສ່ຊີ້ນຳປັບປຸງກໍ່ສ້າງພັກໃຫ້ມີ ຄວາມໜັກໜ້ນເຂັ້ມແຂງທາງ ດ້ານການເມືອງແນວຄິດ, ການ ຈັດຕັ້ງ ແລະ ແບບແຜນການນຳ ພາຍົກສູງຄວາມຮັບຜິດຊອບໃນ ການນຳພາໃນແຕ່ລະໜ່ວຍພັກ, ເອົາໃຈໃສ່ຖືເອົາລະບອບດຳເນີນ ຊີວິດການເມືອງປົກກະຕິ ເປັນ ເຂັມຊີ້ທິດເຍື່ອງທາງໃຫ້ສະມາ ຊິກທຸກສະຫາຍມີຄວາມຫ້າວຫັນ ບືນຕົວໃນການເຝິກຝົນກໍ່ສ້າງ ຕົນເອງໃນການປ້ອງກັນພັກ, ປ້ອງກັນຕົນເອງ ແລະ ປ້ອງກັນ ກົມກອງໃຫ້ມີຄວາມປອດໃສ. ໃນຊຸມປີຜ່ານມາສາມາດຂະ ຫຍາຍສະມາຊິກພັກໄດ້ 3 ສະ ຫາຍ ຍິງ 1 ສະຫາຍ ໃນນີ້ມີສະ ມາຊິກພັກແຂງຮອບດ້ານ 176 ສະຫາຍ, ແຂງ 149 ສະຫາຍ, ກາງ 42 ສະຫາຍ, ວຽກງານ ພະນັກງານໄດ້ສົ່ງໄປບຳລຸງກໍ່ ສ້າງພາຍໃນ ແລະ ຕ່າງປະເທດ 7 ສະຫາຍ, ເລື່ອນຊັ້ນ ພັນໂທ 13 ສະຫາຍ, ພັນຕີ 18 ສະຫາຍ, ຮ້ອຍເອກ 15 ສະຫາຍ, ຮ້ອຍໂທ 2 ສະຫາຍ, ຮ້ອຍຕີ 1 ສະຫາຍ, ວາທີ 1 ສະຫາຍ, ນັກສຶກສາ ຮຽນຈົບຫຼັກສູດ ແລະ ກັບກົມ ກອງໄປຮັບໃຊ້ໜ້າທີ່ວຽກງານ 292 ສະຫາຍ. ຈາກຜົນງານດັ່ງ ກ່າວນັ້ນກົມກອງໄດ້ຮັບການ ຍ້ອງຍໍຕີລາຄາສູງຈາກຂັ້ນເທິງ ດັ່ງນີ້ໄດ້ຮັບຫຼຽນພິລາດອາດ ຫານ ຊັ້ນ III ຈຳນວນ 1 ໜ່ວຍ, ປະເພດບຸກຄົນໄດ້ຮັບຫຼຽນໄຊພິ ລາດອາດຫານ ຊັ້ນ II ຈຳນວນ1 ໜ່ວຍ, ຫຼຽນໄຊພິລາດອາດຫານ ຊັ້ນ III ຈຳນວນ 3 ໜ່ວຍ, ໃບ ຍ້ອງຍໍກະຊວງປ້ອງກັນປະເທດ 3 ສະຫາຍ, ໃບຍ້ອງຍໍກົມໃຫຍ່ ການເມືອງ 6 ສະຫາຍ, ຍ້ອງຍໍ ວປກ 2 ສະຫາຍຢ່າງສົມກຽດ. ຈາກນັ້ນກອງປະຊຸມກໍໄດ້ດຳເນີນ ການປ່ອນບັດເລືອກຄະນະພັກ ຮາກຖານຊຸດໃໝ່ໄດ້ຄື: ສະຫາຍ ພັນໂທ ວັນນະແສງ ໃຈອີສານ ເປັນເລຂາຄະນະພັກຮາກຖານ, ສະຫາຍ ພັນໂທ ສົມສະໜິດ ກົມ ປະຊາ ເປັນຮອງເລຂາຄະນະພັກ ຮາກຖານ ແລະ ສະຫາຍ ພັນໂທ ກົງແສງ ວົງສຸວັນ ເປັນກຳມະ ການຄະນະພັກຮາກຖານ. ໂດຍ: ສາວີວັນ ວົງຄຳຊາວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ