
ທະຫານແຂວງໄຊສົມບູນ ສະຫຼຸບວຽກງານ ເຮັດໃຫ້ສະພາບມີຄວາມສະຫງົບ
ເວລາອອກຂ່າວ: 2019-04-01 08:45:42 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 197 | ຄວາມນິຍົມ:
ໃນວັນທີ 15 ມີນາ 2019 ນີ້, ຢູ່ສະໂມສອນ ກອງບັນຊາການ ທະຫານແຂວງໄຊສົມບູນ ໄດ້ເປີດ ກອງປະຊຸມສະຫຼຸບວຽກງານ ເຮັດໃຫ້ສະພາບການມີຄວາມສະ ຫງົບ ປະຈໍາປີ 2018 ແລະ ທິດ ທາງແຜນການ ປີ 2019 ພາຍ ໃຕ້ການເປັນປະທານຂອງ ສະ ຫາຍ ພັນເອກ ຄໍາອິ້ງ ກິ່ງແກ້ວ ຮອງເລຂາຄະນະພັກ ຫົວໜ້າ ການທະຫານກອງບັນຊາການ ທະຫານແຂວງໄຊສົມບູນ, ມີຄະ ນະພັກ-ຄະນະບັນຊາ, ອົງການ 5
ຫ້ອງ, ພະແນກການ 5 ກອງ ບັນຊາການທະຫານເມືອງ, ກອງ
ພັນນ້ອຍ, ກອງຮ້ອຍເອກະລາດ ເຂົ້າຮ່ວມ.
ສະຫາຍ ພັນໂທ ພູວຽງ ໄຊລາ
ສີ ຫົວໜ້າພະແນກສູ້ຮົບກອງບັນ ຊາການທະຫານແຂວງໄຊສົມ ບູນ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາ ຄາສະພາບການຈັດຕັ້ງປະຕິບັດ ວຽກງານເຮັດໃຫ້ສະພາບການ ມີຄວາມສະຫງົບ ໃນໄລຍະ 1 ປີ ຜ່ານມາ ວຽກງານທີ່ພົ້ນເດັ່ນເຫັນ
ວ່າ ກົມກອງໄດ້ເອົາໃຈໃສ່ສືບຕໍ່ ວຽກງານກໍ່ສ້າງຮາກຖານການ ເມືອງ ເພື່ອສຶກສາອົບຮົມການ ເມືອງແນວຄິດໃຫ້ປະຊາຊົນຮັບ ຮູ້ ແລະ ເຂົ້າໃຈຕໍ່ແນວທາງນະ ໂຍບາຍຂອງພັກ-ລັດ ໃຫ້ມີຄວາມ
ຕື່ນຕົວໃນການຈັດຕິບັດລະບຽບ ກົດໝາຍບ້ານເມືອງປັບປຸງອໍາ ນາດການປົກຄອງຂັ້ນບ້ານໃຫ້ມີ ຄວາມສະຫງົບ ແລະ ໃຫ້ມີຄວາມ
ເຂັ້ມແຂງຂຶ້ນເທື່ອລະກ້າວ, ເອົາ ໃຈໃສ່ຕໍ່ວຽກງານກຽມພ້ອມສູ້ ຮົບ ແລະ ຂົງເຂດຮັບຜິດຊອບ ຂອງຕົນໃຫ້ມີຄວາມສະຫງົບ ເປັນຢ່າງດີ, ຕິດພັນກັບຮາກ ຖານປະຊາຊົນ, ກຳແຫນ້ນສະ ພາບການເອົາໃຈໃສ່ຫັນລົງກໍ່ ສ້າງຮາກຖານການເມືອງແບບ ມູນເຊື້ອທີ່ເຂັ້ມແຂງ, ຊຸກຍູ້ກຳລັງ ກອງຫຼອນກຸ່ມບ້ານ ແລະ ປະຊາ ຊົນໃຫ້ເຂົາເຈົ້າຮູ້ແຈ້ງຕໍ່ກັບແນວ ທາງປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບທົ່ວປວງຊົນຮອບ ດ້ານຕາມແນວທາງນະໂຍບາຍ ຂອງພັກເຮົາ, ພ້ອມກັນນັ້ນຍັງ ໄດ້ປະຕິບັດນຳ້ໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມ
ແຂງດ້ວຍຕົນເອງ.
ສະຫາຍ ພັນເອກ ຄໍາອິ້ງ ກິ່ງ ແກ້ວ ກໍໄດ້ສະແດງຄວາມຍ້ອງ ຍໍຊົມເຊີຍຜົນງານຫຼາຍດ້ານໃນ ໄລຍະຜ່ານມາ ພ້ອມທັງເນັ້ນໜັກ ແລະຮຽກຮ້ອງໃຫ້ ຄະນະພັກ-ຄະນະບັນຊາ ແຕ່ລະກົມກອງ ຈົ່ງ
ຍົກສູງຄວາມຮັບຜິດຊອບຕໍ່ໜ້າ ທີ່ການເມືອງ, ຕ້ອງກໍາແໜ້ນສະ ພາບການຮອບດ້ານ, ເອົາໃຈໃສ່
ປັບປຸງວຽກງານກໍ່ສ້າງກໍາລັງ ໃຫ້ກົມກອງມີຄວາມເຂັ້ມແຂງ ແລະ ໜັກແໜ້ນ ເພື່ອສຸມໃສ່ວຽກ
ງານແກ້ໄຂສະພາບໃຫ້ມີຄວາມ ສະຫງົບ ໂດຍສະເພາະ ການຈັດ ຕັ້ງປະຕິບັດການປ້ອງກັນເວນ ຍາມຕາມເສັ້ນທາງ ແລະ ຂົງເຂດ ຮັບຜິດຊອບຂອງຕົນໃຫ້ມີຄວາມສະງຫງົບໂດຍພື້ນຖານ.
ໂດຍ: ມະລິ ສຸພັນທອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ