
ຈັດຕັ້ງເຜີຍແຜ່ມັດຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກແມ່ຍິງ
ເວລາອອກຂ່າວ: 2019-04-01 09:11:18 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 220 | ຄວາມນິຍົມ:
ໃນວັນທີ 19 ມີນາ 2019 ຜ່ານມານີ້ ສະຫະພັນແມ່ຍິງວິທະ ຍາຄານການແພດກອງທັບໄດ້ ຈັດຕັ້ງເຜີຍແຜ່ມະຕິກອງປະຊຸມ ຄົບຄະນະຂອງຄະນະບໍລິຫານ ງານສູນກາງສະຫະພັນແມ່ຍິງ ລາວຄັ້ງທີ 4 ສະໄໝທີVII ໂດຍ
ພາຍໃຕ້ການເປັນ ປະທານຂອງ ສະຫາຍ ພັນໂທ ນາງ ວິໄລ
ອິນທິລາດ ກຳມະການຄະນະພັກ ຮອງຫົວໜ້າແຜນການອົບຮົມ ຜູ້ຊີ້ນຳວຽກງານອົງການຈັດ ຕັ້ງມະຫາຊົນວິທະຍາຄານການ ແພດກອງທັບ, ມີຫ້ອງການ, ພະ
ແນກການ ແລະ ເອື້ອຍນ້ອງແມ່
ຍິງເຂົ້າຮ່ວມ.
ສະຫາຍ ພັນໂທ ນາງ ວົງລາ ວັນ ເຮືອງມີໄຊ ຄະນະພັກຫ້ອງ ການເມືອງ ຫົວໜ້າພະແນກສະ ຫະພັນແມ່ຍິງ ວິທະຍາຄານການ ແພດກອງທັບ ໄດ້ຂຶ້ນຜ່ານເອກະ ສານມະຕິກອງປະຊຸມຄົບຄະນະ ຂອງຄະນະບໍລິຫານງານສູນ ກາງສະຫະພັນ ແມ່ຍິງລາວຄັ້ງທີ 4 ສະໄໝທີ VII ຄັ້ງວັນທີ 21
ຕຸລາ 2018 ທີ່ ເມືອງວຽງໄຊ
ແຂວງຫົວພັນ ເຊິ່ງເປັນເຫດການ
ທີ່ມີຄວາມສຳຄັນຕໍ່ຊີວິດການ ເມືອງຂອງສະຫະພັນແມ່ຍິງ
ລາວ, ຕໍ່ການເຄື່ອນໄຫວຊີ້ນຳ-ນຳພາ ໃນໜ້າທີ່ການເມືອງເພື່ອ
ພັດທະນາແມ່ຍິງ ແລະ ເດັກນ້ອຍ,
ບົດສະຫຼຸບການຈັດຕັ້ງຜັນຂະ
ຫຍາຍມະຕິກອງປະຊຸມຄົບຄະ ນະຂອງຄະນະບໍລິຫານງານ
ສູນກາງແມ່ຍິງລາວ ຄັ້ງທີ 4 ສະໄໝທີ VII ໃນການນຳພາ ວຽກງານດ້ານຕ່າງໆ ຂອງຄະ ນະບໍລິຫານງານສູນກາງສະຫະ
ພັນແມ່ຍິງລາວ, ວຽກງານສົ່ງ
ເສີມຄວາມກ້າວໜ້າ, ຄວາມສະ
ເໜີພາບລະຫວ່າງຍິງ-ຊາຍ,
ການລືບລ້າງການໃຊ້ຄວາມ
ຮຸນແຮງຕໍ່ແມ່ຍິງ ແລະ ເດັກ,
ວຽກງານສຶກສາອົບຮົມແນວ ຄິດໃຫ້ສະມາຊິກສະຫະພັນແມ່ ຍິງລາວ ບັນດາເຜົ່າໃຫ້ມີທັດ ສະນະຄະຕິການເມືອງໜັກ ແໜ້ນ, ມີຄຸນສົມບັດສິນທຳປະຕິ ວັດ ເສີມຂະຫຍາຍມູນເຊື້ອວັດທະ ນະທຳອັນດີງານຂອງຊາດ ຄຸນ ລັກສະນະທີ່ເປັນມູນເຊື້ອຂອງ ແມ່ຍິງຕິດພັນກັບຂະບວນການ ລວມຂອງພັກ-ລັດ.
ໂດຍ: ຄຳພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ