ເປີດການປະເມີນຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂວງຢູ່ບ້ານຫາດທາ
ເວລາອອກຂ່າວ: 2019-04-02 09:16:20 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 182 | ຄວາມນິຍົມ:
ໃນວັນທີ 24 ມີນາ 2019 ນີ້, ຢູ່ທີ່ຫ້ອງການບ້ານຫາດທາ ເມືອງແກ້ວອຸດົມ ແຂວງວຽງຈັນ, ໄດ້ເປີດການປະເມີນຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມ ແຂງ, ທີ່ນັກສຶກສາຈາກວິທະ ຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ລົງມາທົດລອງ ແລະ ຖືກຄັດເລືອກເປັນບ້ານທໍາອິດ ຂອງເມືອງແກ້ວອຸດົມ ໃນການ ທົດລອງດໍາເນີນການສ້າງຄອບ ຄົວ ແລະ ບ້ານປ້ອງກັນຊາດເຂັ້ມ ແຂງ.
ໂດຍການເປັນປະທານຂອງ ທ່ານ ພັນເອກ ຄໍາເຄນ ອຸດຕະ ມາ ຮອງເລຂາຄະນະພັກ ຫົວໜ້າ
ການເມືອງກອງບັນຊາການທະ ຫານແຂວງວຽງຈັນ, ມີທ່ານ
ຄໍາສະເຫວີຍ ພົມມະຈັນ ເລຂາ
ພັກເມືອງ ເຈົ້າເມືອງໆແກ້ວອຸດົມ ແລະ ເປັນກຽດເຂົ້າຮ່ວມໃນພິທີ ມີທ່ານ ພັນເອກ ວິໄລ ເພັດມີໄຊ ຮອງຫົວໜ້າກົມກໍ່ສ້າງຮາກຖານ ກົມໃຫຍ່ການເມືອງກອງທັບ, ມີອຳນາດການປົກຄອງເມືອງ-ບ້ານ, ກອງບັນຊາການທະຫານ ເມືອງ 4 ຕົວເມືອງ, ຄະນະຮັບ ຜິດຊອບ, ນັກສຶກສາຈາກວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານຫາດທາເຂົ້າຮ່ວມ.
ທ່ານ ສັງທອງ ອ້ວນນະພາ ນາຍບ້ານໆຫາດທາ, ໄດ້ຂຶ້ນລາຍ ງານສະພາບລວມ ຈຸດພິເສດ ແລະ ພູມສັນຖານຂອງບ້ານ ເຊິ່ງ ບ້ານຫາດທາໄດ້ສ້າງຕັ້ງຂຶ້ນໃນປີ 1991 ເປັນບ້ານທີ່ຕັ້ງຢູ່ຊານ ເມືອງຫ່າງຈາກເທດສະບານ ເມືອງປະມານ 14 ກິໂລແມັດ, ມີ ເນື້ອທີ່ທັງໝົດ 1.083.94 ເຮັກ ຕາ, ເນື້ອທີ່ສ່ວນໃຫຍ່ເປັນທົ່ງພຽງ ຕັ້ງລຽບຕາມແຄມແມ່ນໍ້າລີກ, ອຸດົມສົມບູນໄປດ້ວຍທໍາມະຊາດ, ເໝາະສໍາລັບໃນການທໍາການຜະ ລິດກະສິກໍາປູກຝັງ-ລ້ຽງສັດ, ບ້ານຫາດທາມີພົນລະເມືອງທັງ ໝົດ 905 ຄົນ, ຍິງ 422 ຄົນ, ມີ 161 ຫຼັງຄາເຮືອນ, ມີ 205 ຄອບຄົວ, ປະຊາຊົນສ່ວນໃຫຍ່ ແມ່ນຊາວກະສິກອນເຮັດນາ, ປູກຝັງ-ລ້ຽງສັດ, ບ້ານຫາດທາ ໄດ້ຮັບປະກາດເປັນບ້ານວັດ ທະນະທໍາໃນວັນທີ 11 ມີນາ
2010,ໄດ້ຮັບການຢັ້ງຢືນເປັນ
ບ້ານພົ້ນທຸກໃນວັນທີ 7 ເມສາ
2011, ເປັນບ້ານແບບຢ່າງ ດ້ານສາທາລະນະສຸກ ວັນທີ
15 ທັນວາ 2010, ບ້ານປອດຄະ ດີວັນທີ 4 ມີນາ 2011 ແລະ
ເປັນບ້ານພັດທະນາ ວັນທີ 21
ກັນຍາ 2012, ມີຄອບຄົວປອດ ຄະດີ 164 ຄອບຄົວ, ມີຄອບຄົວ ພັດທະນາແລ້ວ 85 ຄອບຄົວ, ໃນຊຸມປີຜ່ານມາເຫັນວ່າເສດຖະ ກິດຂອງບ້ານມີການຂະຫຍາຍ ຕົວຢ່າງຕໍ່ເນື່ອງ ລາຍຮັບສະ ເລ່ຍຕໍ່ຫົວຄົນສາມາດບັນລຸໄດ້
1.963.000 ກີບຕໍ່ຄົນຕໍ່ປີ, ມີສັດ ລ້ຽງປະເພດຕ່າງໆເຊັ່ນ: ງົວ410 ໂຕ, ຄວາຍ 228 ໂຕ, ໝູ 50 ໂຕ, ແບ້ 70 ໂຕ, ສັດປີກ 2.673 ໂຕ, ນອກນັ້ນກໍຍັງໄດ້ປູກພືດລົ້ມລຸກ ເປັນຕົ້ນ: ກ້ວຍ, ອ້ອຍ, ສາລີ, ໝາກຖົ່ວ ແລະ ພືດຜັກຕ່າງໆ, ສາມາດລືບລ້າງຄວາມທຸກຍາກ ຂອງປະຊາຊົນພາຍໃນບ້ານໄດ້ 90 %.
ພາຍໃນບ້ານມີສະມາຊິກພັກ ທັງໝົດ 20 ສະຫາຍ, ຍິງ 3
ສະຫາຍ, ໄດ້ຮັບການຢັ້ງຢືນເປັນ ໜ່ວຍພັກປອດໃສ, ເຂັ້ມແຂງ
ໜັກແໜ້ນ 5 ສະໄໝຕິດຕໍ່ກັນ,
ຄະນະພັກ-ອໍານາດການປົກຄອງ
ບ້ານຕະຫຼອດຮອດພໍ່ແມ່ປະຊາ ຊົນມີແນວຄິດເຊື່ອໝັ້ນຕໍ່ການນໍາ ພາຂອງພັກ, ມີແນວຄິດອຸ່ນອຽນ ທຸ່ນທ່ຽງຕໍ່ແນວທາງນະໂຍບາຍ ຂອງພັກ ລະບຽບກົດໝາຍຂອງ ລັດວາງອອກ, ເຊິ່ງມັນສະແດງ ເຖິງຄວາມສາມັກຄີເປັນປຶກ ແຜ່ນ, ມີນໍ້າໃຈຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ມີນໍ້າໃຈຮັກຊາດ ຮັກລະ ບອບໃໝ່ ຈໍາແນກໄດ້ມິດສັດຕູ ພ້ອມກັນຕ້ານ ແລະ ສະກັດກັ້ນ ບັນດາປາກົດການຫຍໍ້ທໍ້ຕ່າງໆ ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະ ກ້າວ.
ຈາກນັ້ນ ທ່ານ ພັນເອກ ຄໍາເຄນ ອຸດຕະມາ ຮອງເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາ ການທະຫານແຂວງວຽງຈັນ ກໍໄດ້ເປັນກຽດຂຶ້ນກ່າວເປີດພິທີການປະເມີນຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງຂຶ້ນ ຢ່າງເປັນທາງການ.
ໂດຍ: ຈັນທະຈອນ ສີສະເກດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ