ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 22 ມັງກອນ 2025

  

ເຜີຍແຜ່ກົດໝາຍໃຫ້ຊາວໜຸ່ມ-ແມ່ຍິງທົ່ວຫ້ອງການກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2019-04-02 09:25:36 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 245 | ຄວາມນິຍົມ:



ໃນວັນທີ 28 ມີນາ 2019 ຜ່ານມານີ້, ສະຫາຍ ພັນເອກ ປອ ບຸນເພັງ ສີປະເສີດ ຮອງຫົວໜ້າກົມກົດໝາຍກະຊວງປ້ອງກັນປະເທດ ໄດ້ລົງ ເຜີຍແຜ່ກົດໝາຍ ແລະ ເຜີຍແຜ່ພາລະບົດບາດ ແລະ ການກຳເນີດຂອງ ກົມກົດໝາຍໃຫ້ຊາວໜຸ່ມ-ແມ່ຍິງ ທົ່ວຫ້ອງວ່າການກະຊວງປ້ອງກັນປະ ເທດ ໂດຍການເຂົ້າຮ່ວມຂອງ ພັນເອກ ອິນໂທ ທຳມະນີລາ ຮອງຫົວໜ້າ ຫ້ອງການເມືອງຫ້ອງວ່າການກະຊວງປ້ອງກັນປະເທດ ມີຄະນະພັກ-ຄະນະບັນຊາ ກົມ, ກອງ, ຫ້ອງການ, ຫົວໜ້າພະແນກຊາວໜຸ່ມ-ແມ່ ຍິງພ້ອມດວ້ຍສະມາຊິກຊາວໜຸ່ມ-ແມ່ຍິງ ທົ່ວຫ້ອງວ່າການເຂົ້າຮ່ວມ ຮັບຟັງ. ໂອກາດນີ້ ສະຫາຍ ພັນເອກ ປອ ບຸນເພັງ ສີປະເສີດ ຮອງຫົວໜ້າກົມກົດ ໝາຍກະຊວງປ້ອງກັນປະເທດ ໄດ້ຍົກໃຫ້ເຫັນການກໍາເນີດ, ໂຄງປະ ກອບການຈັດຕັ້ງ, ການເຄື່ອນໄຫວ ແລະ ພາລະບົດບາດຂອງກົມກົດ ໝາຍກະຊວງປ້ອງກັນປະເທດ, ເຊິ່ງກົມກົດໝາຍກະຊວງປ້ອງກັນປະ ເທດສ້າງຕັ້ງຂຶ້ນໃນວັນທີ 24 ມັງກອນ 2017, ມີໜ້າທີ່ຄົ້ນຄວ້າສ້າງ ແຜນການ, ປັບປຸງກົດໝາຍ, ຮ່າງລັດຖະບັນຍັດ, ຮ່າງດໍາລັດ ແລະ ນິຕິກໍາກ່ຽວກັບວຽກງານປ້ອງກັນຊາດ, ຄົ້ນຄວ້າກວດກາປະເມີນ ຜົນກະທົບໃນການປັບປຸງກົດໝາຍ ແລະ ນິຕິກໍາ, ຄົ້ນຄວ້າໃສ່ຮ່າງ ສັນຍາ, ສົນທິສັນຍາລະຫວ່າງກະຊວງປ້ອງກັນປະເທດແຫ່ງ ສປປ ລາວກັບພາກສ່ວນອື່ນໆທັງພາຍໃນ ແລະ ຕ່າງປະເທດ, ເຂົ້າຮ່ວມຄົ້ນ ຄ້ວາປະກອບຄໍາຄິດເຫັນ ແລະ ກວດກາຄວາມສອດຄ່ອງນິຕິກໍາທາງ ດ້ານກົດໝາຍຂອງບັນດາກົມກອງ, ຫົວໜ່ວຍທຸລະກິດທີ່ຂຶ້ນກັບກະ ຊວງປ້ອງກັນປະເທດ ແລະ ອື່ນໆ. ຈາກນັ້ນກໍໄດ້ເຜີຍແຜ່ກົດໝາຍ ຕ່າງໆໃນນັ້ນມີກົດໝາຍວ່າດ້ວຍຢ່າເສບຕິດ, ກົດໝາຍວ່າດ້ວຍຄອບ ຄົວ ແລະ ກົດລະບຽບການຈາລະຈອນ. ທັງນີ້ກໍເພື່ອເຮັດໃຫ້ພະນັກງານ-ນັກຮົບຊາວໜຸ່ມແມ່ຍິງໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ປະຫວັດຄວາມ ເປັນມາ, ທີ່ຕັ້ງພາລະບົດບາດຂອງກົມກົດໝາຍກະຊວງປ້ອງກັນປະ ເທດ ເພື່ອສະດວກໃນການເຄື່ອນໄຫວພົວພັນວຽກງານຕ່າງໆທີ່ກ່ຽວຂ້ອງ ແລະ ເຮັດໃຫ້ພະນັກງານ-ນັກຮົບຮັບຮູ້ເຊື່ອມຊືມກຳແໜ້ນຕໍ່ເນື້ອໃນ ກົດໝາຍດັ່ງກ່າວເພື່ອພ້ອມກັນຈັດຕັ້ງປະຕິບັດໃຫ້ຖືກຕ້ອງເຂັ້ມງວດ. ນ. ຈ໋ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ