ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 17 ມິຖຸນາ 2025

  

ກອງຮ້ອຍ 35 ທະຫານແຂວງສະຫວັນນະເຂດ ສຳເລັດການຍິງລູກປືນແທ້
ເວລາອອກຂ່າວ: 2019-04-02 09:28:54 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 412 | ຄວາມນິຍົມ:



ຢູ່ທີ່ສະໜາມຫັດແອບໂຮງ ຮຽນການທະຫານທ້ອງຖິ່ນທະ ຫານແຂວງສະຫວັນນະເຂດ ກອງຮ້ອຍ 35 ໄດ້ສຳເລັດການຍິງ ລູກປືນແທ້ ໃນວັນທີ 25 ເດືອນ ມີນາ 2019 ນີ້ ໂດຍການເຂົ້າຮ່ວມ ຂອງ ສະຫາຍ ວົງເພັດ ໄຊສະຫງວນ ຄະນະປະຈຳພັກແຂວງ ຮອງເຈົ້າ ແຂວງສະຫວັນນະເຂດ ມີສະຫາຍ ພົນຈັດຕະວາ ຈະເລີນ ວົງວິໄຊ ເລຂາຄະນະພັກກອງບັນຊາ ການ-ຫົວໜ້າການທະຫານກອງ ບັນຊາການທະຫານແຂວງສະ ຫວັນນະເຂດ, ມີບັນດາຄູ-ອາ ຈານຈາກກົມປືນໃຫຍ່, ຄະນະ ການນຳເມືອງອ້ອມຂ້າງ, ພະ ແນກການທີ່ກ່ຽວຂ້ອງຈາກອົງ ການ 5 ຫ້ອງກອງບັນຊາການ,ແຂກຖືກເຊີນເຂົ້າຮ່ວມ. ສະຫາຍຮ້ອຍໂທ ເດືອນ ທຸມ ມະວົງ ຫົວໜ້າການທະຫານກອງ ຮ້ອຍ 35 ໄດ້ລາຍງານແຜນການ ຫັດແອບ ແລະ ອະທິບາຍແຜນຮ່າງ ແຜນທີ່ການຍິງລູກປືນແທ້ພາກ ສະໜາມຕົວຈິງຄັ້ງນີ້ເພື່ອໃຫ້ຄະ ນະຜູ້ແທນຮັບຊາບ. ຈາກນັ້ນກໍ ໄດ້ຮັບຊົມການສະແດງຍິງລູກ ປືນແທ້ເພື່ອດັບສູນສັດຕູຕາມ ເປົ້າໝາຍຕ່າງໆຕາມພູມີປະເທດ. ຜ່ານການຫັດແອບພາກສະໜາມ ຕົວຈິງສາມາດປະເມີນຜົນໄດ້ຄື: ການຫັດແອບພາກສະໜາມບັນ ລຸໄດ້ 80%, ພາກປະຕິບັດຍິງລູກ ປືນແທ້ບັນລຸໄດ້ 95% ແລະ ຮັບ ປະກັນຄວາມປອດໄພບັນລຸໄດ້ 100%. ທັງນີ້ກໍເພື່ອເຮັດໃຫ້ພະນັກງານ ເຫຼົ່າຮົບວິຊາສະເພາະກຳແໜ້ນ ບົດຮຽນແຕ່ລະພາກທີ່ຕົນເອງໄດ້ ຮຽນມາຢ່າງເລິກເຊິ່ງ ແລະ ມີ ຄວາມຊຳນິຊຳນານມີສະຕິໃນ ການກຽມພ້ອມສູ້ຮົບປ້ອງກັນ ເຂດທີ່ໜັ້ນຂອງຕົນມີຄວາມຮັບ ປະກັນກຽມພ້ອມທຸກສະພາບ ການຕ່າງໆໄດ້ 100%. ຈາກນັ້ນ ຄະນະການນຳ ແລະ ແຂກຖືກເຊີນກໍໄດ້ພັດປ່ຽນກັນມອບຂອງຂວັນ ແລະ ເງິນສົດຈຳນວນໜຶ່ງເພື່ອປະ ກອບສ່ວນເຂົ້າໃນການຫັດແອບ ຍິງລູກປືນແທ້ໃນຄັ້ງນີ້ໃຫ້ສຳ ເລັດຕາມຄາດໝາຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ